ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິຣ່ານ ແລະ ບັນດາປະເທດ ມະຫາອຳນາດໂລກ ບັນລຸ ຂໍ້ຕົກລົງ ໂຄງການນິວເຄລຍ


Iran Talks Deal
please wait
Embed

No media source currently available

0:00 0:02:02 0:00

ຊົມວິດີໂອ ກ່ຽວກັບຂ່າວນີ້.

ຫຼັງ​ຈາກ​ການ​ເຈລະຈາ​ເປັນ​ເວລາສອງ​ປີ, ອິຣ່ານ ​ແລະ ບັນດາ​ຫົກ
​ປະ​ເທດ​ມະຫາ​ອຳນາດຂອງໂລກ ​ໄດ້​ບັນລຸການຕົກລົງກັນ​ແນ​ໃສ່​
ການ​ປ້ອງ​ກັນ ບໍ່ໃຫ້ ອິຣ່ານ ຈາກ​ການ​ພັດທະນາ​ອາວຸດ​ນິວ​ເຄລຍ,
​ເພື່ອແລກປ່ຽນ​ກັບ​ການ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ສາກົນ​ທີ່​ໄດ້
​ເຮັດ​ໃຫ້​ເສດ​ຖະກິດ ອິຣ່ານ ເປັນອຳມະພາດ ​ແລະ ໃນ​ຫຼາຍ​ທາງ,
ກໍ​ໄດ້​ເຮັດ​ໃຫ້​ປະ​ເທດ​ດັ່ງກ່າວຢູ່ຢ່າງໂດດດ່ຽວນັ້ນ.
ນັກ​ຂ່າວ ວີ​ໂອ​ເອ Heather Murdock ມີ​ລາຍ​ງານ​ຈາກ​ບ່ອນ​ເຈລະຈາ ໃນ​ນະຄອນວຽນ​ນາ ​ເຊິ່ງ ພຸດທະ​ສອນ ຈະ​ນຳ​ລາຍລະ ອຽດ​ມາ​ສະ​ເໜີ​ທ່ານ.

ບັນດາ​ນັກ​ການ​ທູດຈາກ ອິຣ່ານ, ສະຫະລັດ, ຈີນ, ຣັດ​ເຊຍ, ​ເຢຍຣະ​ມັນ, ຝຣັ່ງ, ອັງກິດ ​ແລະ ສະຫະພາບ ຢູ​ໂຣບ ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ​ວ່າ​ ຫຼັງ​ຈາ​ກການ​ເຈລະຈາ​ຫຼາຍ​ປີ​ ​ໃນ​ທີ່​ສຸດ​ພວກ​ເຂົາ​ກໍ​ໄດ້​ບັນລຸ​ຂໍ້​ຕົກລົງ.

ບັນດາ​ເຈົ້າ​ໜ້າ​ທີ່​ພາກັນ​ຮຽກ​ມັນ​ວ່າ​ ເປັນ “ຂໍ້​ຕົກລົງ​ທີ່​ດີ” ຕາມ​ທີ່​ທຸກໆ​ຝ່າຍ​ຕ້ອງການ.

ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ ສະຫະລັດ ​ໄດ້​ກ່າວ​ວ່າ “ການຜິດຂ້ອງຕ້ອງ ຖຽງ​ຂອງ​ພວກ​ເຮົາ​ແມ່ນ​ບໍ່​ເຄີ​ຍ​ມີກັບ​ປະຊາຊົນ ອິຣ່ານ ​ແລະ ພວກ​ເຮົາ​ຮູ້​ວ່າ​ມາດ​ຕະ ການ​ລົງໂທດທີ່​ກ່ຽວພັນ​ກັບ​ນິວ​ເຄລຍ​ ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ຊີວິດ​ຂອງ​ປະ​ຊາ​ຊົນ ອິຣ່ານ ແມ່ນເລິກ​ເຊິ່ງຊ່ຳ​ໃດ. ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ສຳລັບ​ການ​ບັນລຸ​ຂໍ້​ຕົກລົງ​ໃນ​ມື້​ນີ້ ທີ່​ຈະ​ເລີ່​ມປ່ຽນ, ​ການ​ຕອບແທນ​ສຳ​ລັບ​ການ​ປ່ຽນ​ແປງ​ທີ່​ໜ້າ​ປະ​ທັບ​ໃຈທີ່​ ອິຣ່ານ​ ​ໄດ້​ຍອມຮັບ​ສຳລັບໂຄງການ​ນິວ​ເຄລຍ ຂອງ​ພວກ​ເຂົາ.”

ທ່ານ Kerry ​ເວົ້າ​ວ່າ ຖ້າ​ບໍ່​ມີ​ຂໍ້ຕົກລົງ​ດັ່ງກ່າ​ວ, ອິຣ່ານ ​ແມ່ນ​ມີ​ເວລາ​ອີກ​ພຽງແຕ່​ສອງ​ສາມ​ເດືອນ​ກໍ​ຈະ​ມີ​ວັດ​ຖຸດິບພຽງພໍ​ ເພື່ອ​ສ້າງ​ລະ​ເບີດ​ນິວເຄລຍ 10 ລູກ. ​ແຕ່​ວ່າ​ພາຍ​ໃຕ້​ຂໍ້​ຕົກລົງນີ້, ທ່ານ​ກ່າວ​ວ່າ, ມັນ​ຈະເປັນ​ເວລາ​ໜຶ່ງ​ທົດ​ສະ​ວັດ​ກ່ອນ​ທີ່ ອິຣ່ານ ຈະ​ມີ​ວັດ​ຖຸດິບ​ຄົບ​ພໍ​ທີ່​ຈະ​ສ້າງ​ລະ​ເບີດ​ລູກ​ໜຶ່ງ​ພາຍ​ໃນເວລາ​ປີ​ດຽວ.

ອິຣ່ານ ​ໃຫ້ການ​ຢືນ​ຢັນ​ວ່າ ​ໂຄ​ງການ​ນິວ​ເຄລຍຂອງ​ພວກ​ເຂົາ​ແມ່ນ​ຕະຫຼອດ​ມາ ​ແລະ ກໍຈະມີ ຈຸດປະສົງໃນທາງສັນຕິສະເໝີ.

ທ່ານ ນາງ Federica Mogherini ຈາກສະຫະພາບ ຢູໂຣບ ໄດ້ກ່າວວ່າ “ອິຣ່ານ ໄດ້ຢືນຢັນວ່າ ບໍວ່າໃນກໍລະນີໃດໆ ອິຣ່ານ ຈະບໍ່ຊອກສະແຫວງຫາ ຫຼືໃຫ້ໄດ້ມາ ອາວຸດນິວເຄລຍ ຢູ່ໃນຄວາມ ຄອບຄອງ.”

ແຕ່ວ່າບັນດາຜູ້ນຳໂລກຍັງຢ້ານວ່າ ຈະເກີດບັນຫາຄວາມເຄັ່ງຕຶງ ໃນ ພາກຕາເວັນອອກກາງ ແລະ ຢ້ານວ່າຄວາມຫວາດລະແວງ ລະຫວ່າງ ອິຣ່ານ ແລະ ຄູ່ແຂ່ງເຊັ່ນ ຊາອູດິ ອາເຣເບຍ ແລະ ອິສຣາແອລ ອາດນຳພາໃຫ້ເກີດຄວາມຂັດແຍ່ງທາງການທະຫານຖ້າ ອິຣ່ານ ສ້າງຄັງ ລະເບີດນິວເຄລຍຂຶ້ນມາ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວວ່າ “ເວົ້າງ່າຍໆ, ການບໍ່ມີຂໍ້ຕົກ ລົງ ໝາຍເຖິງໂອກາດອັນໃຫຍ່ຫຼວງ ຂອງການເກີດສົງຄາມຫຼາຍຍິ່ງຂຶ້ນ ໃນພາກ ຕາເວັນອອກກາງ. ຍິ່ງໄປ ກວ່ານັ້ນ ພວກເຮົາບໍ່ຍອມແພ້ຫຍັງທັງນັ້ນ ໂດຍການ ທົດລອງວ່າ ໂຄງການນີ້ ຈະສາມາດແກ້ໄຂໄດ້ຢ່າງສັນຕິ ຫຼື ບໍ່.”

ພວກຕິຕຽນໃນ ສະຫະລັດ ແລະ ອິຣ່ານ ກ່າວວ່າ ຂໍ້ຕົກລົງນີ້ຈະເຮັດໃຫ້ອີກຝ່າຍໜຶ່ງເປັນຜູ້ ໄດ້ປຽບ. ບັນດານັກການທູດຕອນນີ້ປະເຊີນໜ້າ ກັບການທີ່ຈະຊັກຊວນໃຫ້ຍອມຮັບເອົາ ຂໍ້ຕົກລົງໃນປະເທດຂອງຕົນ.

ລັດຖະມົນຕີ ຕ່າງປະເທດ ທ່ານ John Kerry ເອີ້ນທາງເລືອກ ບາງຢ່າງທີ່ໄດ້ຖືກແນະນຳ ຕໍ່ຂໍ້ຕົກລົງ ເຊັ່ນວ່າ ການເພີ້ມມາດຕະການລົງໂທດຕໍ່ ອິຣ່ານ ຈົນກວ່າ ເທເຮຣ່ານ ຍອມແພ້ຕໍ່ການຮຽກຮ້ອງ ຂອງສາກົນ ກ່ຽວກັບໂຄງການນິວເຄລຍຂອງພວກເຂົາວ່າ ເປັນ “ຈິນຕະນາການ.”

Iran, World Powers Reach Nuclear Deal
please wait

No media source currently available

0:00 0:02:03 0:00

XS
SM
MD
LG