ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາ ກ່ຽວກັບ ໂຄງການນິວເຄລຍ ຂອງອີຣ່ານ ຍັງສືບຕໍ່ ກາຍວັນເສັ້ນຕາຍ


ຫົວໜ້າອົງການພະລັງນິວເຄລຍອີຣ່ານ ທ່ານ Ali Akbar Salehi ຜູ້ທີສອງຈາກຊ້າຍ ແລະ ລັດຖະມົນຕີຕ່າງປະເທດ ທ່ານ Javad Zarifຜູ້ທີສອງຈາກຂວາ ຍ່າງລົມກັນ ໃນລະຫວ່າງ ການເຈລະຈາ ຢູ່ທີ່ໂຮງແຮມ ໃນນະຄອນ Lausanne ປະເທດ ສະວິດເຊີແລນ, ວັນທີ 29 ມີນາ 2015.
ຫົວໜ້າອົງການພະລັງນິວເຄລຍອີຣ່ານ ທ່ານ Ali Akbar Salehi ຜູ້ທີສອງຈາກຊ້າຍ ແລະ ລັດຖະມົນຕີຕ່າງປະເທດ ທ່ານ Javad Zarifຜູ້ທີສອງຈາກຂວາ ຍ່າງລົມກັນ ໃນລະຫວ່າງ ການເຈລະຈາ ຢູ່ທີ່ໂຮງແຮມ ໃນນະຄອນ Lausanne ປະເທດ ສະວິດເຊີແລນ, ວັນທີ 29 ມີນາ 2015.

ຜູ້ຕາງ​ໜ້າ​ຈາກຈີນ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ 2 ຝ່າຍ​ ໃນ​ການ​ເຈລະຈາ
​ເລື້ອງ​ນິວ​ເຄລຍຂອງ​ອີຣ່ານ ພິຈາລະນາກ່ຽວກັບການຜ່ອນສັ້ນ
ຜ່ອນຍາວເພື່ອ​ ໃຫ້ບັນລຸຂອບ​ຂອງ​ຂໍ້​ຕົກລົງຂັ້ນສຸດທ້າຍ ໃນ
ຂະນະ​ທີ່ ​ຂັ້ນຕອນຂອງການ​ເຈລະຈາ ​ໄດ້​ຕໍ່ເວລາອອກ​ໄປ​ອີກ
ມື້ນຶ່ງຄື​ວັນ​ພຸດ​ມື້​ນີ້ ຢູ່​ທີ່ສະ​ວິດ​ເຊີ​ແລນ.

​ຖະ​ແຫລ​ງການຂອງ​ຜູ້ຕາງ​ໜ້າ​ຈາກຈີນສະບັບ​ນຶ່ງ ກ່າວ​ວ່າ
“ທຸກ​ໆ​ຝ່າຍ ຕ້ອງ​ພ້ອມ​ທີ່​ຈະ​ພົບ​ກັນ ກາງ​ທາງ ​ເພື່ອ​ທີ່​
ຈະ​ບັນລຸ​ຂໍ້​ຕົກລົງ​ກັນ​ໄດ້.”

ບັນ​ດາຄະນະ​ຜູ້​ແທນ ຈາກ​ອີຣ່ານ ​ແລະ ກຸ່ມ​ທີ່​ລວມມີ ຈີນ ອັງກິດ ຝຣັ່ງ ຣັດ​ເຊຍ ສະຫະລັດ
​ແລະ ​ເຢຍຣະມັນ ​ໄດ້ພາດ​ເສັ້ນຕາຍ ​ທີ່​ ກຳນົດ​ໄວ້ ​ໃນຕອນທ່ຽງ​ຄືນ​ວັນ​ອັງຄານ​ວານ​ນີ້ ​ແຕ່​
ໄດ້​ຕົກລົງ​ກັນ​ໃຫ້ເຈລະຈາກັນຕໍ່.

ການເຈລະຈາກັນ ຍັງດຳເນີນຢູ່ຕໍ່ມາ​ໃນ​ວັນ​ພຸດ​ມື້​ນີ້ ດ້ວຍ​ການ​ພົບ​ປະ ລະ​ຫວ່າງ
ລັດຖະມົນຕີ ​ຕ່າງປະ​ເທດ​ອີຣ່ານ ທ່ານ Javad Zarif ​ແລະ​ບັນດາຄູ່​ຕຳ​ແໜ່​ງ​ຈາກ ອັງກິດ
​ເຢຍຣະມັນ ​ແລະ ສະຫະລັດ. ຜູ້ຕາງໜ້າ​ອາວຸ​ໂສ​ຈາກ​ຝຣັ່ງ ຣັດ​ເຊຍ ​ແລະ​ ຈີນ ກໍ​ຍັງ​ໄດ້ເຂົ້າ
​ຮ່ວມ​ໃນ​ການ​ພົບ​ປ​ະກັນດັ່ງກ່າວ ຫຼັງຈາກ​ທີ່ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ ​ຂອງ​ເຂົາ​ເຈົ້າ​
ໄດ້​ອອກເດີນທາງ ໄປຈາກນະຄອນ Lausanne ປະ​ເທດ​ສະ​ວິດ​ເຊີ​ແລນ.

ສື່​ມວນຊົນຂອງທາງການຣັດເຊຍ ​ໄດ້​ອ້າງຄຳ​ເວົ້າຂອງ ທ່ານ Sergei Lavrov ລັດຖະມົນຕີ ຕ່າງປະ​ເທດຣັດ​ເຊຍ ທີ່​ກ່າວ​ໃນຕອນແລງວັນ​ອັງ ຄານ​ວານນີ້ວ່າ ທັງ​ສອງ​ຝ່າຍ​ ໄດ້​ຕົກລົງ​ກັນ​ໃນເລື້ອງຫຼັກການ​ກ່ຽວກັບ “ອົງ​ປະກອບ​ທີ່​ສຳຄັນໆ” ຂອງ​ຂໍ້​ຕົກລົງ ຊຶ່ງ​ອາດ​ລວມທັງ​ມາດ​ຕະການ​ຕ່າງໆ ​ເພື່ອ​ຮັບປະກັນ​ວ່າ ໂຄງການ​ນິວ​ເຄລຍຂອງ​ອີຣ່ານ ​ແມ່ນ​ເປັນ​ໂຄງການ ໃນທາງ​ສັນຕິ ເພື່ອເປັນ​ການ​ແລກປ່ຽນ ​ສຳຫລັບການ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ ​ທາງ​ເສດຖະກິດ​ຕ່າງໆ​ນັ້ນ.

​ແຕ່ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Marie Harf ກ່າວ​ວ່າ ​ໃນ​
ຂະນະ​ ​ທີ່​ມີ​ຄວາມ​ກ້າວໜ້າ​ພຽງພໍ ​ເພື່ອ​ຈະ​ທຳ​ການ​ເຈລະຈາ​ກັນຕໍ່ ແຕ່ຍັງມີ “ບັນຫາ​ ທີ່​
ຫຍຸ້ງຍາກຫຼາຍໆຢ່າງ​ ​ຄ້າງຄາຢູ່.”

ປະທານາທິບໍດີອິສຣາແອລ ສະແດງຄວາມຄັດຄ້ານ ຕໍ່ການເຈລາຈາກັບອີຣ່ານ

Iran Nuclear Netanyahu
please wait

No media source currently available

0:00 0:00:48 0:00

China urged both sides of the Iranian nuclear negotiations to consider compromises to finalize a framework deal, as the process stretched into an extra day Wednesday in Switzerland.

"All parties must be prepared to meet each other halfway in order to reach an agreement," a Chinese statement said.

Delegations from Iran and a group that includes China, Britain, France, Russia, the United States and Germany missed their self-imposed deadline of midnight Tuesday, but agreed to continue talking.

The negotiations continued Wednesday with a meeting between Iranian Foreign Minister Javad Zarif and his colleagues from Britain, Germany and the United States.Senior representatives from France, Russia and China were also taking part after their foreign ministers left the talks in Lausanne, Switzerland.

Russian state media quoted Foreign Minister Sergei Lavrov saying late Tuesday the two sides had agreed in principle on the "key elements" of a deal, which would include measures to ensure Iran's nuclear program is peaceful in return for lifting economic sanctions.

But U.S. State Department spokeswoman Marie Harf said that while there was enough progress to keep the talks going, "several difficult issues still remain."

XS
SM
MD
LG