ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອີຣ່ານ ຍິງເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະລັດ


​ເຮືອບິນ​ລົບອີຣ່ານໄດ້​ຍິງ​​ໃສ່​ເຮືອບິນ​ບໍ່​ມີ​ຄົນ​ຂັບທີ່​ບໍ່​ໄດ້​ຕິດ​ອາວຸດຂອງສະຫະລັດ ຢູ່​ເທິງ​​ເຂດ​ນ່ານນໍ້າ​ນາໆ​ຊາດ ​
​ເຮືອບິນ​ລົບອີຣ່ານໄດ້​ຍິງ​​ໃສ່​ເຮືອບິນ​ບໍ່​ມີ​ຄົນ​ຂັບທີ່​ບໍ່​ໄດ້​ຕິດ​ອາວຸດຂອງສະຫະລັດ ຢູ່​ເທິງ​​ເຂດ​ນ່ານນໍ້າ​ນາໆ​ຊາດ ​
ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ກ່າວ​ວ່າ ​ເຮືອບິນ​ລົບອີຣ່ານ
ໄດ້​ຍິງໃສ່​ເຮືອບິນ​ບໍ່​ມີ​ຄົນ​ຂັບທີ່​ບໍ່​ໄດ້​ຕິດ​ອາວຸດຂອງສະຫະລັດ ຢູ່​
ເທິງເຂດ​ນ່ານ ນໍ້າ​ນາໆ​ຊາດ ​ໃນ​ອ່າວ​ເປີ​ເຊຍ ​ເມື່ອອາທິດ​ແລ້ວ​ນີ້.

​ໂຄສົກ​ທໍານຽບຫ້າ​ແຈ ທ່ານ George Little ກ່າວ​ວ່າ ​ເຮື​ອ​ບິນ
ທີ່​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ ​ພວມ​ຢູ່​ໃນ​ລະຫວ່າງ​ການປະຕິບັດ​
ງານສັງ​ເກດ​ການ​ລັບ ​ເມື່ອ​ວັນ​ທີ 1 ​ເດືອນ​ພະຈິກຜ່ານ​ມານີ້.

ທ່ານLittle ກ່າວ​ວ່າ ​ເຮືອບິນ​ຂອງ​ສະຫະລັດລຳ​ນີ້ ບໍ່ໄດ້ບິນ​ເຂົ້າ​
ໄປເທິງນ່ານນໍ້າຂອງອີຣ່ານ ​ໄດ້ຖືກຍິງ​ແຕ່​ບໍ່​ຖືກ ​ແລະ​ໄດ້​ກັບ​ຄືນ​
ສູ່​ຖານ​ທັບ​ດ້ວຍ​ຄວາມ​ປອດ​ໄພ. ທໍາ​ນຽບຫ້າ​ແຈກ່າວ​ວ່າ ນີ້​ເປັນ
​ເທື່ອ​ທໍາ​ອິດ​ທີ່ອີ​ຣ່ານ ​ໄດ້​ຍິງ​ໃສ່​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ
ສະຫະລັດ.

ທ່ານ Little ກ່າວ​ວ່າ ສະຫະລັດ ​ໄດ້​ບອກ​ໃຫ້ອີຣ່ານຊາບແລ້ວວ່າ ຕົນ​ຈະ​ສື​ບຕໍ່ການ
ປະຕິບັດ​ງານ​ສັງ​ເກດ​ການ ​ໃນ​ບໍລິ​ເວນ​ອ່າວ​ເປີ​ເຊຍ ​ເພື່ອໃຫ້​ເປັນ​ການ​ສອດຄ່ອງ​ກັບ​ນະ​ໂຍບາຍ​ທີ່​ມີ​ມາ​ເປັນ​ເວລາຍາວ​ນານ ​ແລະ​ຄວາມ​ໝາຍ​ໝັ້ນຕໍ່​ຄວາມ​ປອດ​ໄພ​ຢູ່​ໃນ​ຂົງ​ເຂດ.
ທ່ານ Little ບໍ່​ໄດ້ໃຫ້​ຄວາມ​ເຫັນ​ໃດ​ວ່າ ທໍານຽບຫ້າ​ແຈ​ມີແຜນ​ທີ່ຈະ ຕອບ​ໂຕ້ຕໍ່ອີຣ່ານຢ່າງ​ໃດ ​ແຕ່ກໍ​ເວົ້າວ່າ ທັງທາງດ້ານ​ທະຫານ ​ແລະ​ດ້ານ​ການ​ທູດ ຍັງ​ເປັນ​ທາງ​ເລືອກ​ ທີ່​ອາດ​ຈະ​ມີ​ການ​ນຳ​ໃຊ້ ​ເພື່ອປົກ​ປ້ອງ​ຊັບ​ສົມບັດ​ຫຼື​ໂຄງ​ສ້າງ​ທາງ​ທະຫານຂອງສະຫະລັດ.

ຕາມ​ປົກກະຕິ​ແລ້ວ ທໍາ​ນຽບຫ້າ​ແຈ ຈະ​ບໍ່​ກ່າວ​ເຖິງ ການ​ປະຕິບັດງານ​ລັບ. ​ແຕ່​ທ່ານ Little ​ກ່າວ​ວ່າ ລາຍ​ງານ​ການ​ໂຈມ​ຕີ​ເຮືອບິນບໍ່​ມີ​ຄົນ​ຂັບ​ໄດ້​ມີ​ການ​ຮົ່ວ​ໄຫລ. ທ່ານ​ເອີ້ນ​ເລື່ອງ​ນີ້​ວ່າ ​ມັນບໍ່​ເປັນຈັ່ງ​ໂຊກ​.
XS
SM
MD
LG