ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣ່ານ ຕັດສິນ ຈຳຄຸກ ນັກຂ່າວ ສະຫະລັດ ໃນຂໍ້ຫາ ສອດແນມ


ນັກຂ່າວ ອາເມລິກັນ ເຊື້້ອສາຍ ອີຣ່ານ ສຳລັບໜັງສືພິມ Washington Post ທ້າວ Jason Rezaian. ອີຣ່ານ ໄດ້ກ່າວໃນວັນອາທິດວານນີ້ວ່າ ຕົນໄດ້ຕັດສິນຈຳຄຸກໂດຍບໍໄດ້ ກຳນົດເວລາຈຳຄຸກຕໍ່ທ້າວ Rezaian ຫຼັງຈາກໄດ້ຕັດສິນວ່າລາວ ກະທຳຜິດໃນການເປັນສອດແນມ.
ນັກຂ່າວ ອາເມລິກັນ ເຊື້້ອສາຍ ອີຣ່ານ ສຳລັບໜັງສືພິມ Washington Post ທ້າວ Jason Rezaian. ອີຣ່ານ ໄດ້ກ່າວໃນວັນອາທິດວານນີ້ວ່າ ຕົນໄດ້ຕັດສິນຈຳຄຸກໂດຍບໍໄດ້ ກຳນົດເວລາຈຳຄຸກຕໍ່ທ້າວ Rezaian ຫຼັງຈາກໄດ້ຕັດສິນວ່າລາວ ກະທຳຜິດໃນການເປັນສອດແນມ.

ອີຣ່ານ ກ່າວໃນວັນອາທິດວານນີ້ວ່າ ຕົນໄດ້ຕັດສິນລົງໂທດນັກ ຂ່າວໜັງສືພິມ Washington Post ທີ່ໄດ້ຖືກກັກຂັງໄວ້ ຄືທ້າວ Jason Rezaian ເຂົ້າຄຸກໂດຍບໍ່ມີກຳນົດເວລາ ຫຼັງຈາກການ ຕັດສິນວ່າລາວ ໄດ້ກະທຳ ຜິດເມື່ອເດືອນທີ່ຜ່ານມາ ໂດຍມີຂໍ້ກ່າວ ຫາວ່າ ສອດແນມ.

ທ່ານ Gholam Hossein Mohseni Ejehi ໂຄສົກກະຊວງຍຸດຕິ ທຳຂອງ ອີຣ່ານ ໄດ້ປະກາດການຕັດສິນລົງໂທດຢູ່ໃນເວັບໄຊທ໌ ຂອງໂທລະພາບລັດຖະບານ ອີຣ່ານ, ແຕ່ໄດ້ກ່າວວ່າ ມັນຍັງ “ບໍ່ ໄດ້ສຳເລັດສົມບູນ.” ທ່ານບໍ່ໄດ້ລະບຸກ່ຽວກັບໄລຍະຂອງການປະຕິ ບັດໂທດ ແຕ່ຢ່າງໃດ.

ທະນາຍຄວາມຂອງທ້າວ Rezaian, ທ່ານນາງ Leila Ahsanກ່າວວ່າ ລາວຍັງບໍ່ທັນໄດ້ຖືກ ແຈ້ງໃຫ້ຮູ້ ກ່ຽວກັບການຕັດສິນລົງໂທດ ນີ້ເທື່ອ.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ຮຽກຮ້ອງໃຫ້ ອີຣ່ານ “ໃຫ້ຍົກເລີກການ ຕັດສິນລົງ ໂທດໃນຄັ້ງນີ້ ແລະ ປ່ອຍໂຕທ້າວ Jason ໃຫ້ເປັນອິດສະຫຼະໂດຍ ທັນທີ ເພື່ອລາວຈະສາ ມາດກັບຄືນຫາຄອບຄົວ ຂອງລາວໄດ້.” ນອກນັ້ນ ກະຊວງການຕ່າງປະເທດ ສະຫະລັດ ຍັງ ເວົ້າວ່າ ເທເຮຣ່ານ ຄວນປ່ອຍໂຕຄົນ ອາເມຣິກາ ອີກສອງຄົນຄື ທ້າວ Saeed Abedini ແລະ ທ້າວ Amir Hekmani, ແລະເຮັດວຽກຮ່ວມກັບເຈົ້າໜ້າທີ່ ອາເມຣິກາ ເພື່ອຊອກ ຄົນທີສີ່ ທ້າວ Robert Levinson.

ບັນນາທິການ Washington Post ພະແນກຕ່າງປະເທດ ທ່ານ Douglas Jehl ກ່າວວ່າໜັງ ສືພິມຂອງຕົນ​ ຮັບຮູ້ກ່ຽວກັບການປະກາດ ຂອງອີຣ່ານ ແຕ່ກໍບໍ່ມີຂໍ້ມູນຫຽັງເພີ່ມເຕີມ. ທ່ານກ່າ ວວ່າ ທ້າວ Rezaian ບໍ່ໄດ້ເຮັດຫຍັງຜິດ, ອີຣ່ານ ບໍ່ໄດ້ມີຫຼັກຖານ ຫຍັງມາອ້າງອີງ ແລະ ຄວນ ປ່ອຍໂຕລາວໂດຍໄວ.

ທ່ານ Jehl ກ່າວວ່າ “ສິ່ງທີ່ກຳລັງເຮັດຢູ່ດຽວນີ້ແມ່ນເຄື່ອນໄຫວດ້ວຍບາດກ້າວ ນ້ອຍໆໄປ ຂ້າງໜ້າສູ່ການແກ້ໄຂບັນຫາສຸດທ້າຍໃນສານ ຍຸດຕິທຳ, ແລະ ເຄື່ອນຍ້າຍຄະດີໄປສູ່ຜູ້ນຳ ອາວຸໂສຂອງ ອີຣ່ານ ຜູ້ທີ່ມີອຳນາດແກ້ໄຂຄະດີ ໄດ້ແທ້ໆ ຜູ້ທີ່ໃຫ້ອະໄພຍະໂທດໄດ້,​ ອຳ ນາດໃນການພິກປີ້ນຄຳພິພາກສາ,​ ອຳນາດໃນການເຮັດສິ່ງຕ່າງໆ ຢ່າງຖືກຕ້ອງ.”

ທ້າວ Rezaian ແມ່ນຫົວໜ້າສຳນັກງານຂອງໜັງສືພິມໃນນະຄອນ ຫຼວງ ເທເຮຣ່ານ, ໄດ້ຖືກ ຄວບຄຸມຕົວມາຕັ້ງແຕ່ເດືອນກໍລະກົດ 2014 ທີ່ຜ່ານມາ ແລະ ໄດ້ຖືກຕັດສິນລົງໂທດໃນກາງ ເດືອນ ຕຸລາ, ພ້ອມກັບ ຄອບຄົວຂອງລາວ ແລະ ໜັງສືພິມ​ Washington Post ໄດ້ກ່າວປະ ນາມຂໍ້ກ່າວຫາດັ່ງກ່າວ ແລະ ຮຽກຮ້ອງໃຫ້ປ່ອຍໂຕລາວຢ່າງຊ້ຳແລ້ວຊ້ຳອີກ.

XS
SM
MD
LG