ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ຕັດສິນຈຳຄຸກ ສອງຄົນ ໃນຂໍ້ຫາ ເປັນສາຍລັບ


ແຜນທີ່ປະເທດ ອີຣ່ານ
ແຜນທີ່ປະເທດ ອີຣ່ານ

ສານ​ປະຕິວັດຂອງ ອີຣ່ານ ​ໄດ້​ຕັດ​ສິນ​ຈຳ​ຄຸກ 10 ປີ ສອງ​ຄົນໃນ​ຂໍ້​ຫາ​ເປັນ​ສາຍ​ລັບ​ໃນ​ວັນ​ອາທິດ​ວານ​ນີ້, ​ແຕ່​ບໍ່​ໄດ້​ບົ່ງ​ຊື່​ຜູ້​ຕ້ອງ​ສົງ​ໃສ ​ຫຼື ສັນຊາດ​ຂອງ​ພວກ​ເຂົາ.

​ໂຄສົກ​ສານ​ໄດ້​ກ່າວ​ວ່າ ທັງ​ສອງຄົນເປັນ​ສາຍ​ລັບ​ໃຫ້ແກ່ ສະຫະລັດ ​ແລະ ອິສຣາ​ແອວ.

​ອີຣ່ານ​ ​ໄ​ດ້ຈັບ​ກຸມ​ສາຍ​ລັບ​ຫຼາຍ​ຄົນ​ໃນເດືອນ​ຕຸລາ​ ປີ​ກາຍ​ນີ້​ໃນ​ແຂວງ Bushehr ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ, ​ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ໂຮງ​ໄຟຟ້າ​ນິວ​ເຄລຍ ແຫ່ງ​ທຳ​ອິດ​ຂອງ​ປະ​ເທດ. ​ແຕ່​ວ່າ​ຍັງ​ບໍ່​ທັນ​ຈະ​ແຈ້ງ​ເທື່ອວ່າຄຳ​ພິພາກສາໃນ​ວັນ​ອາທິດ​ວານ​ນີ້​ ແມ່ນ​ກ່ຽວ​ຂ້ອງ​ກັບການ​ຈັບ​ກຸມ​ດັ່ງກ່າວ.

​ແລະກໍ​ຍັງ​ບໍ່​ທັນ​ຮູ້ໄດ້​ຄື​ກັນວ່າ ​ໜຶ່ງຄົນ​ໃນຈຳນວນ ຜູ້ຖືກ​ຕັດສິນ​ລົງໂທດ​ນັ້ນແມ່ນ​ຊາວ ອາ​ເມ​ຣິກາ ເຊື້ອສາຍ ອີ​ຣ່ານຫຼື​ບໍ່ ​ ແຕ່​ແມ່ນ​ນັກ​ຂ່າວ​ຂອງ​ໜັງສື​ພິມ Washington Post ທ້າວ Jason Rezaian​ເຊິ່ງໄດ້ຖືກ​ຈັບ​ໃນ​ປີ​ກາຍ​ນີ້ ​ແລະ ການ​ພິຈາລະຈາ​ຄະດີຂອງ​ລາວ ຂໍ້​ຫາ​ສືບ​ລັບ ໄດ້​ສິ້ນສຸດ​ລົງ​ໃນ​ຕົ້ນ​ເດືອນ​ນີ້.

​ແຕ່​ວ່າ​ບັນນາທິການ​ຕ່າງປະ​ເທດ​ຂອງ ໜັງສືພິມ Washington Post ​ທ່ານ Douglas Jehl ກ່າວຕໍ່ວີໂອເອວ່າ ໜັງສືພິມບໍ່ເຊື່ອວ່າ ທ້າວ Rezaian ແມ່ນໜຶ່ງໃນຜູ້ທີ່ຖືກຕັດສິນ ຄະດີ. ທ່ານ Jehl ກ່າວວ່າ ໂຄສົກກະຊວງຍຸດຕິທຳໄດ້ກ່າວວ່າ ບໍ່ມີຂໍ້ມູນໃໝ່ເພີ່ມເຕີມ ກ່ຽວກັບ ນັກຂ່າວຄົນນັ້ນ.

ການພິຈາລະນາຄະດີຂອງ ທ້າວ Jason Rezaian ແມ່ນໄດ້ດຳເນີນຂຶ້ນຢ່າງ​ປິດ​ລັບ ແລະ ຂໍ້ມູນກ່ຽວກັບການກ່າວໂທດຕໍ່ລາວກໍບໍ່ຊັດເຈນ.

ໜັງສືພິມໄດ້ເອີ້ນການກ່າວໂທດຕໍ່ທ້າວ Jason Rezaian ວ່າບໍ່ມີມູນຄວາມຈິງ ແລະ ການພິຈາລະນາຄະດີ ເປັນການຫຼອກລວງ.

ກະຊວງການຕ່າງປະເທດໄດ້ຮຽກຮ້ອງໃຫ້ປ່ອຍໂຕລາວ ແລະ ຊາວ ອາເມຣິກາ ທຸກຄົນທີ່ ຖືກຄວບຄຸມໂຕໃນ ອີຣ່ານ.

XS
SM
MD
LG