ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານ ຂົ່ມຂູ່ຈະຕອບ​ໂຕ້ຄືນ ຖ້າ ສະຫະລັດ ​ຕໍ່ອາຍຸ ມາດຕະການລົງໂທດ


ຜູ້ນຳສູງສຸດຂອງ ອີຣ່ານ ທ່ານ Ayatollah Ali Khamenei, ກ່າວໃນລະຫວ່າງການພົບປະກັບພວກນັກຮຽນ ໃນນະຄອນຫຼວງ ເຕຮະຣານ, ອີຣ່ານ. 3 ພະຈິກ, 2015.
ຜູ້ນຳສູງສຸດຂອງ ອີຣ່ານ ທ່ານ Ayatollah Ali Khamenei, ກ່າວໃນລະຫວ່າງການພົບປະກັບພວກນັກຮຽນ ໃນນະຄອນຫຼວງ ເຕຮະຣານ, ອີຣ່ານ. 3 ພະຈິກ, 2015.

ຜູ້ນຳສູງສຸດຂອງ ອີຣ່ານ ທ່ານ Ayatollah Ali Khamenei ຂົ່ມຂູ່ທີ່ຈະຕອບ​ໂຕ້ຄືນ ຖ້າ ສະຫະລັດ ​ຫາກຕໍ່ອາຍຸມາດຕະການລົງໂທດ ຕໍ່ປະ ເທດຂອງທ່ານ ຕື່ມອີກ 10 ປີ.

ທ່ານ Khamenei ບໍ່ໄດ້ກ່າວຢ່າງຊັດເຈນ ກ່ຽວກັບສິ່ງທີ່ທ່ານຈະເຮັດ. ແຕ່ທ່ານໄດ້ກ່າວ ໃນການໃຫ້ຄຳປາໄສທາງໂທລະພາບໃນວັນພຸດວານນີ້ວ່າ ສະຫະລັດ “ຄວນລະມັດລະ ວັງວ່າ ສາທາລະນະລັດ ອິສລາມ ແຫ່ງ ອີີ່ຣ່ານ ຈະບໍ່ຢືນລໍຖ້າຮັບມັນຊື່ໆ.”

ການກ່າວເຕືອນໄດ້ມີຂຶ້ນພຽງບໍ່ເທົ່າໃດມື້ຫຼັງຈາກ ບັນດາສະມາຊິກສະພາຕ່ຳ ສະຫະລັດ ໄດ້ລົງຄະແນນສຽງທີ່ຈະຕໍ່ອາຍຸກົດໝາຍການລົງໂທດ ອີຣ່ານ ຕື່ມອີກ 10 ປີ. ກົດໝາຍ ດັ່ງກ່າວແມ່ນມີກຳນົດທີ່ຈະໝົດອາຍຸໃນທ້າຍປີນີ້.

ການ​ຕໍ່​ອາຍຸ​ນີ້ ຍັງຈະຕ້ອງໄດ້ມີ​ການ​ຮັບຮອງ​ເອົາໂດຍສະພາສູງ ແລະຖືກເຊັນໂດຍປະທາ ນາທິບໍດີ ບາຣັກ ໂອບາມາ.

ມາດຕະການລົງໂທດດັ່ງກ່າວ ໄດ້ຫ້າມບໍ່ໃຫ້ບັນດາຫົວໜ່ວຍທຸລະກິດຕ່າງໆ ​ເຂົ້າ​ໄປລົງ ທຶນໃນປະເທດ ອີຣ່ານ, ໂດຍສະເພາະດ້ານອຸດສາຫະກຳນ້ຳມັນຂອງພວກເຂົາເຈົ້າ. ນອກ​ ນັ້ນ ກົດໝາຍນີ້ຍັງໄດ້ແນເປົ້າໃສ່ ລີເບຍ ເຊິ່ງຖືກຮັບຮອງ​ເອົາຄັ້ງທຳ​ອິດໃນປີ 1996, ​ແຕ່​ ວ່າ​ບາງ ສ່ວນ​ຂອງ​ກົດໝາຍ ​ໄດ້​ຖືກ​ຍົກ​ເລີກ​ໄປນັບຕັ້ງແຕ່ນັ້ນມາ.

ສະຫະລັດ ກ່າວວ່າ ມາດຕະການລົງໂທດຕ່າງໆໃນກົດໝາຍນີ້ແມ່ນແຍກຕ່າງຫາກ ຈາກ ພວກທີ່ເຂົາເຈົ້າໄດ້ຕົກລົງທີ່ຈະຍົກເລີກ ​ໃນ​ຖານະທີ່​ເປັນສ່ວນໜຶ່ງຂອງຂໍ້ຕົກລົງນິວເຄລຍ ທີ່ໄດ້ເຊັນກັບອີີຣ່ານ ແລະປະເທດອື່ນໆອີກ 5 ປະເທດ. ອີຣ່ານ ໄດ້ຕົກລົງທີ່ຈະຫຼຸດຜ່ອນ ກິດ ຈະກຳນິວເຄລຍຂອງຕົນ​ລົງ​ເພື່ອ​ເປັນການແລກປ່ຽນ.

ແຕ່ ອີຣ່ານ ກ່າວວ່າ ການວາງມາດຕະການລົງໂທດໃດໆຕໍ່ຕົນ ຈະເປັນການລ່ວງລະເມີດ ຈິດໃຈຂອງຂໍ້ຕົກລົງນັ້ນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG