ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ອີຣ່ານ ຮຽກຮ້ອງໃຫ້ເຈລະຈາ ກັບຕາເວັນຕົກ


ປະທານາທິບໍດີ ຄົນ​ໃ​ໝ່ຂອງ​ອີຣ່ານ ​ອາຈານ​ມຸສລິ​ມ ທ່ານ Hassan Rouhani ​ໄດ້​ເຂົ້າ​ສາບານ​ໂຕ​ ຫັລງຈາກການປ່ອນບັດ
ປະທານາທິບໍດີ ຄົນ​ໃ​ໝ່ຂອງ​ອີຣ່ານ ​ອາຈານ​ມຸສລິ​ມ ທ່ານ Hassan Rouhani ​ໄດ້​ເຂົ້າ​ສາບານ​ໂຕ​ ຫັລງຈາກການປ່ອນບັດ
ປະທານາທິບໍດີ ຄົນ​ໃ​ໝ່ຂອງ​ອີຣ່ານ ​ອາຈານ​ມຸສລິ​ມ ທີ່ຢືນຢູ່​
ສາຍ​ກາງ ທ່ານ Hassan Rouhani ​ໄດ້​ເຂົ້າ​ສາບານ​ໂຕ​ຮັບ
ຕໍ່າ​ແໜ່​ງ​ໃໝ່ ຊ້ອງໜ້າ​ສະພາ​ໃນ​ວັນ​ອາທິດ ວານ​ນີ້ ຮຽກຮ້ອງ​
ໃຫ້ມີ​ກາ​ນສົນທະນາ ກັບຝ່າຍຕາ​ເວັນ​ຕົກ ​ເພື່ອຫລຸດຜ່ອນ “ການ
​ຕໍ່ຕ້ານ​ແລະ​ການ​ຮຸກ​ຮານ​ກັນ.”

ນຶ່ງ​ມື້​ຫລັງ​ຈາກ ທ່ານ​ໄດ້ຖືກ​ຮັບ​ຮູ້ຢ່າງ​ເປັນ​ທາງ​ການ ມອບ​ໝາຍ​
ໜ້າ​ທີ່​ຈາກ AyatollahAli Khamenei ຜູ້​ນໍາ​ທາງ​ສາສະໜາສູງ
ສຸດ​ຂອງ​ອີຣ່ານແລ້ວ ທ່ານ Rouhani ກ່າວ​ວ່າ ບັນດາ​ປະ​ເທດ ທີ່
ເປັນ​ປໍ​ລະ​ປັກສົມຄວນ “​ສົນທະນາ​ກັບອີຣ່ານ ດ້ວຍ​ພາສາ​ທີ່​ມີ​ການ​
ນັບຖື ບໍ່​ແມ່ນ​ພາສາການ​ລົງໂທດ."

ທ່ານ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ​ທີ່​ຈະ​ປາບ​ປາມ​ການ​ສໍ້ລາດ​ບັງ​ຫລວງ ​ແລະ​ການ​ລໍາອຽງຢູ່​ໃນ​ທຸກໆ​ຮູບ​ແບບ ​ໂດຍ​ກ່າວ​ອີກ​ວ່າ ປະຊາ​ຊົນ​ອີຣ່ານ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການປະຕິ​ຮູບ ປ່ຽນ​ແປງ ​ແລະ​ຄວາມ​ອຸ​ດົມ​ຮັ່ງມີຜ່ານ​ການ​ລົງ​ຄະ​ແນນ​ສຽງ.

ອາຈານ​ຜູ້​ມີ​ອາຍຸ 64 ປີ ​ໄດ້ຮັບ​ໄຊຊະນະ ການ​ເລືອກ​ຕັ້ງ​ຢ່າງ​ງ່າຍໆຈາກ​ຄູ່​ແຂ່ງ ຜູ້​ຮັກ
ສາ​ຮູບ​ເດີມ​ໃນ​ເດືອນ​ມິ​ຖຸນາ. ທ່ານ​ ໄດ້​ໃຫ້​ຄໍາ​ໜັ້ນສັນຍາ​ທີ່​ຈະ​ປະຕິ​ບັດງານ ​ດ້ວຍນະ​ໂຍບາຍປະ​ເຊີນ​ໜ້າໜ້ອຍ​ລົງ ກັບ​ຕ່າງ​ປະ​ເທດ ​ເພື່ອ​ຫລຸດຜ່ອນ ການ​ລົງໂທດ​ດ້ານ​ເສດຖະກິດ​ ຕໍ່ອີຣ່ານ ຍ້ອນ​ນະ​ໂຍບາຍ​ນິວ​ເຄລຍຂອງ​ປະ​ເທດ​ດັ່ງກ່າວ.

ຢູ່​ທີ່ ນະຄ​ອນຫລວງ ວໍ​ຊິງ​ຕັນ ​ໂຄສົກ​ທໍາ​ນຽບຂາວ ທ່ານ Jay Carney ​ໄດ້ໃຫ້​ຄຳຕອບ​ພາຍ​ໃນ​ບໍ່​ເທົ່າໄດ​ຊົ່ວ​ໂມ​ງ ​ໂດຍ​ກ່າວ​ວ່າ ສະຫະລັດ ​ໄດ້​ຕຽ​ມພ້ອມ​ແລ້ວ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ ລັດຖະບານ Rhouhani ຖ້າວ່າ ລັດຖະບານດັ່ງກ່າວຫາກ​ເອົາ​ຈິງ​ເອົາ​ຈັງຕໍ່​ຄຳ​ໝາຍໝັ້ນ​ທີ່​ວ່າ​ນັ້ນ.
XS
SM
MD
LG