ທະນາຍຄວາມສຳຫລັບ ນັກຂ່າວໜັງສືພິມ Washington Post
ທ່ານ Jason Rezaian ກ່າວວ່າ ຄຳພິພາກສາ ໃນການດຳເນີນ
ຄະດີ ຂໍ້ຫາສອດແນມຂອງທ່ານ ໃນອີຣ່ານ ອາດຈະອອກມາ
ພາຍໃນອາທິດໜຶ່ງ ຫຼັງຈາກສານເຕຫະຣ່ານ ໄດ້ດຳເນີນຄະດີ
ແບບປິດລັບ ໃນວັນຈັນມື້ນີ້.
ທ່ານນາງ Leila Ashan ໄດ້ຖະແຫລງ ຫຼັງຈາກ ການດຳເນີນ
ຄະດີຄັ້ງທີ 4 ນັບຕັ້ງແຕ່ ໄດ້ເລີ້ມການພິຈາລະນາຄະດີ ໃນເດືອນ
ພຶດສະພາເປັນຕົ້ນມາ.
ທັງ Washington Post ບັນດາເຈົ້າໜ້າທີ່ສະຫະລັດ ແລະ ກຸ່ມ
ສື່ມວນຊົນອິດສະຫລະສາກົນ ຕ່າງກໍປະນາມການດຳເນີນຄະດີ ແລະ ຢືນຢັດວ່າ ທ່ານ Rezaian ແມ່ນບໍລິສຸດ ຊ້ຳແລ້ວຊ້ຳອີກ.
ທ່ານ Rezaian ໄດ້ຖືກຈັບກຸມ ເມື່ອເດືອນກໍລະກົດ ປີ 2014 ພ້ອມດ້ວຍ ທ່ານນາງ Yeganeh Salehi ພັນລະຍາຂອງທ່ານ ຜູ້ເປັນນັກຂ່າວເຊັ່ນກັນ ແລະ ໄດ້ຖືກກັກຕົວໄວ້ເປັນເວລາຫຼາຍເດືອນ ໂດຍປາດສະຈາກ ການກ່າວຟ້ອງ ຢ່າງເປັນທາງການ. ທ່ານຖືກກ່າວຟ້ອງຕໍ່ມາ ໃນຂໍ້ຫາທຳການສອດແນມ ແລະ ທຳງານກັບ “ບັນດາລັດຖະບານ ທີ່ເປັນ ປໍລະປັກຕໍ່ອີຣ່ານ.”
ຫົວໜ້າບັນນາທິການ ຂອງໜັງສືພິມ Washington Post ທ່ານ Martin Baron ເອີ້ນ
ການພິຈາລະນາຄະດີນີ້ ວ່າ “ບໍ່ໜ້າເຊື່ອຖື” ໃນຖະແຫລງການສະບັບວັນເສົາສັບປະດາ
ແລ້ວນີ້ ແລະ ກ່າວວ່າ ຂໍ້ກ່າວຫາຕ່າງໆນັ້ນ “ບໍ່ມີມູນຄວາມຈິງເລີຍ ແລະ ເປັນຕາຢາກຫົວ.”