ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອິຣ່ານຂູ່ ສະມາຊິກ OPEC ບໍ່ໃຫ້ເພິ່ມປະລິມານ ການຜະລິດນໍ້າມັນດິບຂຶ້ນ (ເບິ່ງວີດີໂອ)


ກອງປະຊຸມຂອງບັນດາປະເທດອາຫຣັບໃນກຸ່ມ OPEC ການຜະລິດນໍ້າມັນດິບຂອງອີຣ່ານ ທີ່ຈັດຂຶ້ນໃນສໍານັກງານໃຫຍ່ ໃນເມືອງ Vienna ປະເທດໂອຕຣິສ (AP Photo/Ronald Zak)
ກອງປະຊຸມຂອງບັນດາປະເທດອາຫຣັບໃນກຸ່ມ OPEC ການຜະລິດນໍ້າມັນດິບຂອງອີຣ່ານ ທີ່ຈັດຂຶ້ນໃນສໍານັກງານໃຫຍ່ ໃນເມືອງ Vienna ປະເທດໂອຕຣິສ (AP Photo/Ronald Zak)

ຜູ້ຕາງໜ້າຂອງອິຣ່ານ ໃນອົງການກຸ່ມປະເທດສົ່ງອອກນໍ້າມັນ ຫລື OPEC ໄດ້ເຕືອນ
ບັນດາປະເທດເພື່ອນບ້ານອາຫຣັບ ຕໍ່ການ​ເພິ່ມປະລິມານການຜະລິດນໍ້າມັນດິບຂຶ້ນ ເພື່ອ
ທົດແທນນໍ້າມັນຂອງອິຣ່ານ ໃນກໍລະນີທີ່ມີການລົງໂທດອິຣ່ານ ​ໂດຍຝ່າຍຕາເວັນຕົກນັ້ນ.

ລາຍງານຂ່າວວັນອາທິດມື້ນີ້ຂອງໜັງສືພິມ Sharq ໄດ້ອ້າງຄໍາເວົ້າຂອງທ່ານ
Mohammad Ali Khatibi ທີ່ກ່າວວ່າ ກຸງເຕຮາຣ່ານຈະ​ຖື​ວ່າ ການເພີ້ມປະລິມານການ ຜະລິດນໍ້າມັນດິບໃດໆຂຶ້ນນັ້ນ “ເປັນການກະທໍາທີ່ບໍ່ເປັນມິດ.” ທ່ານຍັງໄດ້ກ່າວອີກວ່າ
ຖ້າສະມາຊິກຂອງ OPEC ປະເທດໃດ ຫາກເຮັດດັ່ງ ນັ້ນ ກໍຈະໄດ້ຮັບຜົນຕາມມາ “ທີ່ບໍ່
ສາມາດຄາດລ່ວງໜ້າໄດ້.”

ໃນອາທິດຜ່ານມາ ພວກນັກການທູດຂອງປະເທດຕາເວັນຕົກ ໄດ້ສະແດງຄວາມເປັນຫ່ວງ ຕໍ່ການເຄື່ອນໄຫວຂອງອິຣ່ານ ​ໃນ​ການ​ເສີມ​ສະມັດຖະພາບທາດ​ຢູ​ເຣນຽມສູ່ລະດັບສູງຂຶ້ນ
ໂດຍກ່າວວ່າການເຮັດແນວນັ້ນ ແມ່ນເປັນການຝ່າຝືນຕໍ່ມະຕິລົງໂທດຂອງສະຫະປະຊາ
ຊາດກ່ຽວກັບໂຄງການນີວເຄລຍຂອງອິຣ່ານ ທີ່ເປັນບັນຫາໂຕ້ແຍ້ງກັນຢູ່ນັ້ນ.

ຜ່ານ​ມາ ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ໄດ້ວາງມາດຕະການລົງໂທດ 4 ຊຸດ
ແລ້ວ ຕໍ່ອິຣ່ານ ທີ່ບໍ່​ຍອມຢຸດ​ເຊົາດໍາເນີນການ​ເສີມ​ສະມັດຖະ ພາບທາດຢູ​ເຣນຽ​ມ ທີ່ໃຊ້​ໄດ້ທັງເພື່ອຜົນປະໂຫຍດທາງພົນລະເຮືອນ ແລະການທະຫານ. ໃນໄລຍະທ້າຍເດືອນນີ້ ສະຫະພາບຢູໂຣບຈະປຶກສາຫາລືກັນກ່ຽວກັບ ມາດຕະການເກືອດຫ້າມທີ່ອາດນໍາ​ໃຊ້ໄດ້ ຕໍ່ການນໍາເຂົ້ານໍ້າມັນຈາກອິຣ່ານ ເພື່ອຈະເພີ້ມຄວາມກົດດັນຂຶ້ນ.

ຜ່ານມາ ອິຣ່ານໄດ້ຂູ່ວ່າຈະ​ໂຕ້ຕອບຄືນ ໂດຍການປິດຊ່ອບ​ແຄບ Hormuz ຊຶ່ງເປັນເສັ້ນ
ທາງນໍ້າທີ່​ສໍາ​ຄັນ​ຫລາຍ ຕໍ່ການຄ້າຂາຍນໍ້າມັນຂອງໂລກ. ລັດຖະມົນຕີກະຊວງ​ກາ​ນຕ່າງ
ປະເທດສະຫະລັດ​ ທ່ານນາງ Hillary Clinton ກ່າວວ່າ ຄໍາຂູ່ຂອງອິຣ່ານແມ່ນ “ເປັນ
ການເກາະຜິດ ແລະເປັນອັນຕະລາຍ.” ທ່ານນາງຊຸກຍູ້ໃຫ້ອິຣ່ານ ຢຸດເຊົາ “ພຶດຕິ​ກໍາທີ່
ເປັນການເກາະຜິດ” ແລະການສະ​ແຫວ​ງຫາອາວຸດນີວເຄລຍຂອງຕົນ​ນັ້ນ​ເສຍ.

ພວກປະເທດມະຫາອໍານາດຕາເວັນຕົກ ໄດ້ກ່າວຫາອິຣ່ານວ່າ ພະຍາຍາມທີ່ຈະພັດທະ
ນາອາວຸດນີວເຄລຍ. ແຕ່ລັດຖະບານເຕຮາຣ່ານ ເວົ້າວ່າ ຄວາມໄຝ່ຝັນໃນການຜະລິດນີວ
ເຄລຍຂອງຕົນ ແມ່ນເພື່ອໃຊ້ໃນທາງ​ສັນຕິ.

ເບິ່ງວີດີໂອລາຍງານ ກ່ຽວກັບອິຣ່ານຂູ່ຈະອັດຊ່ອງແຄບ Hormuz:

XS
SM
MD
LG