ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານວ່າ ການເຈລະຈາ ເລື່ອງນິວເຄລຍ ສິ້ນສຸດ ດ້ວຍການ ຕົກລົງກັນ


ຮອງຫົວໜ້າ ຄະນະເຈລະຈານິວເຄລຍອີຣ່ານ ທ່ານ abbas araqchi
ຮອງຫົວໜ້າ ຄະນະເຈລະຈານິວເຄລຍອີຣ່ານ ທ່ານ abbas araqchi
ຮອງຫົວໜ້າຄະນະເຈລະຈານິວເຄລຍອີຣ່ານ ກ່າວວ່າ ການເຈ
ລະຈາກັບບັນດາປະເທດມະຫາອຳນາດຂອງໂລກກ່ຽວກັບໂຄງ ການນິວເຄລຍຂອງເຕຫະຣານນັ້ນ ໄດ້ສິ້ນສຸດລົງດ້ວຍການແກ້
ໄຂຕໍ່ທຸກໆຈຸດ ທີ່ບໍ່ເຫັນພ້ອມນຳກັນ.

ທ່ານ Abbas Araqchi ໄດ້ໃຫ້ຄວາມເຫັນດັ່ງກ່າວ ຕໍ່ໂທລະພາບ
ຂອງທາງການອີຣ່ານໃນມື້ວັນສຸກວານນີ້ຫລັງຈາກການເຈລະຈາ
ເປັນເວລາ 2 ມື້ ທີ່ນະຄອນເຈນີວາກັບພວກນັກການທູດຂອງສະ
ຫະພາບຢູໂຣບ ແລະສະຫະລັດ. ນອກນັ້ນ ທ່ານຍັງໃຫ້ຂໍ້ສັງເກດ
ວ່າ ການຕົກລົງກັນນີ້ ຍັງຈະຕ້ອງ ໄດ້ຮັບການ ໃຫ້ສັດຕະຍາບັນ
ໂດຍອີຣ່ານແລະ 6 ປະເທດມະຫາອຳນາດ ທີ່ພົວພັນນຳການເຈ
ລະຈາ ປະກອບມີ ສະຫະລັດ ຣັດເຊຍ ຈີນ ຝຣັ່ງ ອັງກິດ ແລະເຢຍຣະມັນ ກ່ອນທີ່ຈະກາຍ
ເປັນການຕົກລົງຂັ້ນສຸດທ້າຍໄດ້.

ທີ່ກຸງວໍຊິງຕັນ ໃນມື້ວັນສຸກວານນີ້ ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດ ສະຫະລັດ ໃຫ້ຂໍ້ສັງເກດໃນອັນທີ່ທ່ານນາງເອີ້ນວ່າ ຄວາມກ້າວໜ້າເປັນຢ່າງດີ ໃນການເຈ ລະຈາລະດັບເທັກນິກ ໃນໄລຍະສອງສາມມື້ຜ່ານມານີ້.

ແຕ່ຂະນະດຽວກັນ ທ່ານນາງກໍໃຫ້ຂໍ້ສັງເກດແບບລະມັດລະວັງໂດຍເວົ້າວ່າ ລາຍງານທີ່ວ່າ ຂໍ້ຕົກລົງສະບັບນີ້ແມ່ນໄດ້ບັນລຸການເຫັນພ້ອມຂັ້ນສຸດທ້າຍແລ້ວນັ້ນ ແມ່ນບໍ່ຖືກຕ້ອງ.

ຂໍ້ຕົກລົງນິວເຄລຍດັ່ງກ່າວນີ້ ແມ່ນຂໍ້ຕົກລົງທີ່ມີອາຍຸ 6 ເດືອນ ແນໃສ່ເພື່ອໃຫ້ທັງ 2 ຝ່າຍມີ ເວລາໃນການຊອກຫາຊ່ອງທາງ ໃນຂະນະທີ່ພວກເຂົາເຈົ້າດຳເນີນງານໄປສູ່ການບັນລຸສົນ ທິສັນຍາ ໃນຂອບເຂດທີ່ກວ້າງຂວາງ.
XS
SM
MD
LG