ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວໜ້າ ນັກການທູດ ພວມຫາລື ກ່ຽວກັບ ໂຄງການ ນິວເຄລຍ ອີຣ່ານ (ວີດີໂອ)


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ເດີນທາງໄປເຖິງ ສະໜາມບິນນາໆຊາດ ນະຄອນເຈນີວາ ເພື່ອເຂົ້າຮ່ວມການເຈລະຈາ ກ່ຽວກັບເລື່ອງນິວເຄລຍ ຂອງອີຣ່ານ (23 ພະຈິກ 2013)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ເດີນທາງໄປເຖິງ ສະໜາມບິນນາໆຊາດ ນະຄອນເຈນີວາ ເພື່ອເຂົ້າຮ່ວມການເຈລະຈາ ກ່ຽວກັບເລື່ອງນິວເຄລຍ ຂອງອີຣ່ານ (23 ພະຈິກ 2013)
ການເຈລະຈາລະຫວ່າງຫົວໜ້ານັກການທູດຂອງ 6 ປະເທດມະ
ຫາອຳນາດ ໃນໂລກ ແລະອີຣ່ານ ກຳລັງດຳເນີນໄປ ຢູ່ທີ່ປະເທດ
Switzerland ກ່ຽວກັບໂຄງການນິວເຄລຍທີ່ເປັນບັນຫາຖົກຖຽງ
ໂຕ້ແຍ້ງຂອງເຕຫະຣ່ານ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ໄດ້ ເດີນທາງໄປເຖິງນະຄອນເຈນີວາ ໃນວັນເສົາມື້ນີ້ ຫຼັງຈາກໄດ້ເອົາ
ຖ້ຽວບິນໃນຕອນກາງຄືນຈາກກຸງວໍຊິງຕັນ ເພື່ອເຂົ້າຮ່ວມການເຈ
ລະຈາຫາລືທີ່ພວມຈະມີການບັນລຸການຕົກລົງກັນຊຶ່ງຈະເຮັດໃຫ້ ການປະເຊີນໜ້າເປັນເວລານຶ່ງທົດສະວັດສິ້ນສຸດລົງ. ທ່ານໄດ້ໄປ ຮ່ວມການເຈລະຈາໃນທັນທີ ກັບຫົວໜ້ານັກການທູດອື່ນໆ.

Iran - Nuclear
please wait
Embed

No media source currently available

0:00 0:00:29 0:00


ພວກນັກການທູດ ຈາກກຸ່ມທີ່ເອີ້ນກັນວ່າ P5+1 ທີ່ປະກອບດ້ວຍ ສະຫະລັດ ອັງກິດ ຈີນ
ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ພວມເຕົ້າໂຮມກັນທີ່ນະຄອນເຈນີວາ ໃນການເຈລະຈາ ຢ່າງຂຸ້ນຂ້ຽວກັບອີຣ່ານ.

ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ກ່າວໃນວັນເສົາ ມື້ນີ້ວ່າ ການເຈລະຈາທີ່ຫຍຸ້ງຍາກ ຍັງດຳເນີນຢູ່ຕໍ່ມາ ຂະນະທີ່ບັນຫາຄົງຄ້າງ ມີໜ້ອຍລົງ ແຕ່ກໍ ຍັງເປັນຊ່ອງຫວ່າງທີ່ສຳຄັນ. ພວກນັກການທູດຂອງເຢຍຣະມັນແລະຝຣັ່ງກໍກ່າວວ່າຍັງ ມີວຽກງານທີ່ຫຍຸ້ງຍາກຂວາງໜ້າຢູ່ ກ່ອນທີ່ຈະບັນລຸການຕົກລົງກັນໄດ້.

ເຈົ້າໜ້າທີ່ຈີນກ່າວໃນວັນເສົາມື້ນີ້ວ່າ ການເຈລະຈາໄດ້ກ້າວເຂົ້າສູ່ "ຂັ້ນສຸດທ້າຍ” ແລ້ວ.

ຫົວໜ້ານະໂຍບາຍການຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ພວມເປັນຜູ້ນຳພາການເຈລະຈາ ກັບເຈົ້າໜ້າທີ່ອີຣ່ານ. ບັນຫາຄ້າງຄາທີ່ສຳ ຄັນໆກໍຄື ໃນຂອບເຂດໃດທີ່ອີຣ່ານຈະໄດ້ຮັບອະນຸຍາດໃຫ້ກັ່ນທາດຢູເຣນຽມໄດ້ ແລະ ການລົງໂທດໜ້ອຍຫຼາຍປານໃດຈະມີການຜ່ອນຜັນ ໃຫ້ແກ່ອີຣ່ານ.

ອີຣ່ານຢືນຢັດວ່າ ຕົນມີສິດທີ່ຈະກັ່ນທາດຢູເຣນຽມໄດ້ແລະປະຕິເສດວ່າຕົນບໍ່ຕ້ອງການ ທີ່ຈະສ້າງອາວຸດນິວເຄລຍແຕ່ອີຣ່ານກໍໄດ້ສະເໜີທີ່ຈະໂຈະບາງສ່ວນຂອງໂຄງການນິວ ເຄລຍຂອງຕົນໄວ້ ແລະຕົກລົງທີ່ຈະໃຫ້ມີການກວດກາເຂັ້ມງວດຂຶ້ນ ຖ້າບັນດາປະເທດ ຕາເວັນຕົກຫາກຜ່ອນຜັນການລົງໂທດທີ່ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ ເສດຖະກິດຂອງອີຣ່ານນັ້ນ.

Iran Talks Extended as Foreign Ministers Join
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ
XS
SM
MD
LG