ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ແລະ ມະຫາອຳນາດ ຂອງໂລກ ເຈລະຈາກັນ ເປັນມື້ທີ 3 (ວີດີໂອ)


'Substantial,' 'Detailed' Iran Nuclear Talks on Day Two
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ
ການເຈລະຈາລະຫວ່າງອີຣ່ານແລະ 6 ປະເທດມະຫາອຳນາດ
ຂອງໂລກ ກ້າວເຂົ້າສູ່ມື້ທີ 3 ທີ່ນະຄອນເຈນີວາ ໃນວັນສຸກມື້ນີ້ ບ່ອນທີ່ພວກເຂົາເຈົ້າພະຍາຍາມຫາທາງແກ້ໄຂບັນຫາຄົງຄ້າງ
ເພື່ອໃຫ້ມີການ ບັນລຸຂໍ້ຕົກລົງຂັ້ນຕົ້ນ ທີ່ຈະໃຫ້ເຕຫະຣ່ານ ຍຸຕິ
ໂຄງການນິວເຄລຍຂອງຕົນເປັນບາງສ່ວນເພື່ອເປັນການແລກ
ປ່ຽນກັບການຜ່ອນຜັນໃນການລົງໂທດ.

ພວກນັກການທູດຂອງທັງສອງຝ່າຍລາຍງານວ່າ ໄດ້ມີຄວາມ ກ້າວໜ້າໃນການພົບປະກັນໃນມື້ວັນພະຫັດວານນີ້ແຕ່ກໍເວົ້າ
ວ່າຍັງມີບັນຫາຄົງຄ້າງທີ່ຕົກລົງກັນບໍ່ໄດ້ຢູ່ຈຳນວນນຶ່ງ. ເປັນທີ່
ປະກົດວ່າບັນຫາຄົງຄ້າງທີ່ສຳຄັນສຸດກໍຄືຈະມີການອະນຸຍາດ
ໃຫ້ອີຣ່ານກັ່ນທາດຢູເຣນຽມໃນຂອບເຂດໃດ ແລະອີກບັນຫານຶ່ງກໍຄືວ່າ ຈະມີການຜ່ອນ ຜັນການລົງໂທດຫຼາຍປານໃດ.

ພາຍໃຕ້ການສົນທະນາຫາລືກັນນັ້ນ ກໍແມ່ນຂໍ້ຕົກລົງຂັ້ນທຳອິດ ຊຶ່ງໝາຍຄວາມວ່າ ຈະມີ ການສ້າງຄວາມໄວ້ເນື້ອເຊື່ອໃຈ ຊຶ່ງກັນແລະກັນ ຂະນະທີ່ທັງສອງຝ່າຍດຳເນີນງານ ເພື່ອ ໃຫ້ບັນລຸການຕົກລົງໃນຂອບເຂດທີ່ກວ້າງຂວາງ ທີ່ຈະຜ່ອນເບົາ ຄວາມວິຕົກກັງວົນຂອງ ປະເທດຕາເວັນຕົກກ່ຽວກັບຄວາມສາມາດຂອງອີຣ່ານທີ່ຈະສ້າງອາວຸດນິວເຄລຍໄດ້ນັ້ນ.

ຮອງລັດຖະມົນຕີການຕ່າງປະເທດອີຣ່ານ ທ່ານ Abbas Araqchi ກ່າວໃນວັນພະຫັດ ວານນີ້ວ່າ ປະເທດຂອງທ່ານຈະບໍ່ຕົກລົງ ທີ່ຈະໂຈະການກັ່ນທາດຢູເຣນຽມ ຊຶ່ງເປັນຂັ້ນ ຕອນໃນການຜະລິດວັດຖຸທີ່ສາມາດນຳໄປໃຊ້ໄດ້ ທັງການເຮັດລະເບີດປະລະມານູແລະ ສຳລັບໂຄງການພະລັງງານນິວເຄລຍພົນລະເຮືອນນຳດ້ວຍ.

ເຕຫະຣ່ານໄດ້ປະຕິເສດວ່າ ຕົນບໍ່ຕ້ອງການທີ່ຈະສ້າງລະເບີດປະລະມານູແລະກໍໄດ້ສະ ເໜີທີ່ຈະໂຈະບາງສ່ວນຂອງໂຄງການນິວເຄລຍຂອງຕົນໄວ້ແລະຕົກລົງທີ່ຈະໃຫ້ມີການ ກວດກາເພີ້ມຂຶ້ນ ຖ້າບັນດາປະເທດຕາເວັນຕົກ ຫາກຜ່ອນຜັນການລົງໂທດ ທີ່ໄດ້ສ້າງ ຄວາມເສຍຫາຍຢ່າງຮ້າຍແຮງ ໃຫ້ແກ່ເສດຖະກິດຂອງອີຣ່ານນັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

Tensions Escalate Between US, Israel Over Iran Nuclear Talks
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ
XS
SM
MD
LG