ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານວ່າ ຕົນບໍ່ເຄີຍ ຄິດຢາກໄດ້ ອາວຸດນິວເຄລຍ ມາ ຄອບຄອງ


ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ຂອງອີຣ່ານ ທ່ານ Hassan Rohani ຖະແຫຼງໃນລະຫວ່າງກອງປະຊຸມນັກຂ່າວ ທີ່ກຸງເຕຫະຣ່ານ (17 ກັນຍາ 2013)
ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ຂອງອີຣ່ານ ທ່ານ Hassan Rohani ຖະແຫຼງໃນລະຫວ່າງກອງປະຊຸມນັກຂ່າວ ທີ່ກຸງເຕຫະຣ່ານ (17 ກັນຍາ 2013)
ປະທານາທິບໍດີອີຣ່ານ ທ່ານ Hassan Rouhani ປະຕິຍານວ່າ
ປະເທດຂອງທ່ານ ແມ່ນເດັດຂາດ ຈະບໍ່ຊອກສະແຫວງຫາ ເພື່ອ ໃຫ້ໄດ້ມາຊຶ່ງອາວຸດນິວເຄລຍໃນຮ່ອງຮອຍອັນຫຼ້າສຸດຊຶ່ງຜູ້ນຳທີ່
ຖືກເລືອກໃໝ່ເປີດກວ້າງເພື່ອໃຫ້ມີການປັບປຸງຄວາມສຳພັນກັບ
ສະຫະລັດ.

ໃນການໃຫ້ສຳພາດຈາກກຸງເຕຫະຣ່ານຕໍ່ອົງການຂ່າວ NBC ນັ້ນ
ປະທານາທິບໍດີ Rouhani ກ່າວວ່າ ອີຣ່ານບໍ່ເຄີຍຊອກສະແຫວງ
ຫາ ເພື່ອໃຫ້ໄດ້ມາ ຊຶ່ງອາວຸດນິວເຄລຍ ແລະອີຣ່າ ບໍ່ວ່າຢູ່ໃນສະ
ພາບໃດແມ່ນຈະບໍ່ຊອກຫາຊ່ອງທາງເພື່ອໃຫ້ໄດ້ມາຊຶ່ງອາວຸດທີ່ມີ ອະນຸພາບຮ້າຍແຮງໃດໆກໍຕາມ.

ອີຣ່ານໄດ້ຢືນຢັດມາເປັນເວລາຫຼາຍປີແລ້ວວ່າ ໂຄງການນິວເຄລຍຂອງຕົນແມ່ນມີຈຸດປະ
ສົງໃນທາງສັນຕິ. ສະຫະລັດແລະພັນທະມິດບາງປະເທດບໍ່ເຫັນດ້ວຍກ່ຽວກັບເລື່ອງນີ້ແລະ ໄດ້ຊ່ອຍໃຫ້ມີການຈັດຕັ້ງປະຕິບັດການລົງໂທດຫຼາຍໆຮອບທີ່ໄດ້ສ້າງຄວາມເສຍຫາຍໃຫ້
ແກ່ເສດຖະກິດຂອງອີຣ່ານ.

ທ່ານ Rouhani ທີ່ໄດ້ຖືກເລືອກ ໃຫ້ເປັນປະທານາທິບໍດີອີຣ່ານ ໃນເດືອນມິຖຸນາຜ່ານມາ ແມ່ນຖືກັນວ່າ ເປັນຜູ້ທີ່ນິຍົມແນວທາງປານກາງກວ່າປະທານາທິບໍດີຄົນກ່ອນທ່ານ Mah-
moud Ahmadinejad. ທ່ານໄດ້ສະເໜີແນະມາເປັນເວລາຫຼາຍໆເດືອນແລ້ວວ່າ ອີຣ່ານ ຄວນຈະຍິນຍອມຜ່ອນຜັນໃຫ້ແກ່ປະເທດຕາເວັນຕົກ.

ບາງຄົນທີ່ກຸງວໍຊິງຕັນຍັງມີຄວາມສົງໄສບໍ່ແນ່ໃຈ ໂດຍເວົ້າວ່າ ອຳນາດທີ່ແທ້ຈິງນັ້ນ ແມ່ນຢູ່ ໃນກຳມືຂອງຜູ້ນຳສູງສຸດອີຣ່ານ Ayatollah Ali Khamenei ແຕ່ທ່ານ Rouhani ກ່າວວ່າ ລັດຖະບານຂອງທ່ານ ມີອຳນາດໂດຍເຕັມ ຄວາມຮັບຜິດຊອບ ຢ່າງຄົບຖ້ວນ ແລະຄວາມ
ເປັນອິດສະຫຼະທາງດ້ານການເມືອງຢ່າງພຽງພໍ ເພື່ອແກ້ໄຂບັນຫານິວເຄລຍໄດ້.
XS
SM
MD
LG