ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

5 ມະຫາອຳນາດ ແລະ ເຢຍຣະມັນ ຈະເຈລະຈາ ກັບອີຣ່ານ ອີກ (ວີດິໂອ 2 ເລື້ອງ)


ໂຮງງານນິວເຄລຍແຫ່ງນຶ່ງຂອງອີຣ່ານ ທີ່ປະເທດມະຫາອໍານາດໃນໂລກຢາກໃຫ້ໂຈະການກັ່ນທາດ ຢູເຣນຽມທີ່ມີຄຸນນະພາບສູງຊຶ່ງອາດສາມາດໃຊ້ຜະລິດລະເບີດປະລາມະນູໄດ້ນັ້ນ.
ໂຮງງານນິວເຄລຍແຫ່ງນຶ່ງຂອງອີຣ່ານ ທີ່ປະເທດມະຫາອໍານາດໃນໂລກຢາກໃຫ້ໂຈະການກັ່ນທາດ ຢູເຣນຽມທີ່ມີຄຸນນະພາບສູງຊຶ່ງອາດສາມາດໃຊ້ຜະລິດລະເບີດປະລາມະນູໄດ້ນັ້ນ.
5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການ
ສະຫະປະຊາຊາດ ແລະເຢຍຣະມັນ ກໍາລັງເດີນທາງກັບຄືນໄປ
ຍັງນະຄອນ Almaty ປະ ເທດ Kazakhstan ເພື່ອເຈລະຈາ
ກັບອີຣ່ານກ່ຽວກັບໂຄງການນິວເຄລຍຂອງ ປະເທດດັ່ງກ່າວ.

ພວກເຈົ້າໜ້າທີ່ຂອງປະເທດຕາເວັນຕົກຫວັງວ່າ ກຸງເທຣ່ານຈະມີ
ປະຕິກິລິຍາຕອບໃນທາງທີ່ດີຕໍ່ຂໍ້ສະເໜີຫຼ້າສຸດຂອງພວກເຂົາເຈົ້າ ໃນການເຈລະຈາຮອບ ທໍາອິດ ທີ່ມີຂຶ້ນໃນເດືອນກຸມພາຜ່ານມາ ເມື່ອອັນທີ່ເອີ້ນວ່າກຸ່ມປະເທດ P5+1 ໄດ້ສະເໜີ ກ່ຽວກັບຄວາມ ເປັນໄປໄດ້ທີ່ຈະຜ່ອນຜັນ ການລົງໂທດຂອງສາກົນບາງຢ່າງຕໍ່ອີ
ຣ່ານ. ເພື່ອເປັນການຕອບແທນ ອີຣ່ານຈະຕ້ອງໂຈະການກັ່ນທາດ ຢູເຣນຽມທີ່ມີຄຸນນະພາບສູງ ຊຶ່ງອາດສາມາດໃຊ້ຜະລິດລະເບີດປະລາມະນູໄດ້ນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ທ່ານນາງ Catherine Ashton ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູ
ໂຣບ ກ່າວໃນວັນພຸດວານນີ້ວ່າ ທ່ານນາງ “ມີຄວາມຫວັງໄປໃນແງ່ດີ ແບບລະມັດລະວັງ ຕໍ່
ເລື້ອງນີ້.”

ໃນວັນອັງຄານຜ່ານມາ ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະ
ລັດ ຮຽກຮ້ອງໃຫ້ອີຣ່ານພິສູດໃຫ້ເຫັນວ່າ ໂຄງການນິວເຄລຍຂອງຕົນ ແມ່ນມີຈຸດປະສົງໃນ
ທາງສັນຕິ ເພື່ອຈະ “ກັບເຂົ້າມາຮ່ວມປະຊາຄົມນາໆ ຊາດຄືນອີກ ແລະອອກຈາກການຕົກ
ຢູ່ໃນສະພາບທີ່ໂດດດ່ຽວດັ່ງທຸກວັນນີ້ໄດ້.”

ບັນດາປະເທດຕາເວັນຕົກແລະອິສຣາແອລເວົ້າວ່າ ອີຣ່ານກໍາລັງກ້າວເຂົ້າໄປໃກ້ການມີຄວາມ
ສາມາດໃນການຜະລິດອາວຸດນິວເຄລຍໄດ້ ຊຶ່ງການຄາດຄະເນໃນ ປັດຈຸບັນແມ່ນວ່າ ອີຣ່ານ
ຍັງຕ້ອງການເວລາອີກປະມານນຶ່ງປີ ກໍຈະມີຄວາມສາ ມາດດັ່ງກ່າວນີ້ໄດ້. ທ່ານບາຣັກ ໂອບາ
ມາ ປະທານາທິບໍດີສະຫະລັດ ໄດ້ກ່າວ ເຕືອນຊໍ້າແລ້ວຊໍ້າອີກວ່າ ກຸງວໍຊິງຕັນ “ຈະເຮັດທຸກສິ່ງ
ທຸກຢ່າງທີ່ຈໍາເປັນ ເພື່ອປ້ອງກັນອີຣ່ານ ບໍ່ໃຫ້ມີອາວຸດທີ່ເປັນອັນຕະລາຍຮ້າຍແຮງທີ່ສຸດຂອງ
ໂລກໄດ້.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:
XS
SM
MD
LG