ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ແລະອີຣ່ານ ຕົກລົງກັນ ບໍ່ໄດ້ ໃນກວດກາ ນິວເຄລຍ


ທ່ານ Herman Nackaerts ຫົວໜ້າກວດກາ ດ້ານນິວເຄລຍ ຂອງ ສປຊ ເດີນທາງກັບຄືນໄປເຖິງສະໜາມບິນ Schwechat ໃນກຸງວຽນນາ ຫຼັງຈາກທ່ານ ແລະຄະນະ ເດີນທາງໄປຢ້ຽມຢາມ ອີຣ່ານ (18 ມັງກອນ 2013)
ທ່ານ Herman Nackaerts ຫົວໜ້າກວດກາ ດ້ານນິວເຄລຍ ຂອງ ສປຊ ເດີນທາງກັບຄືນໄປເຖິງສະໜາມບິນ Schwechat ໃນກຸງວຽນນາ ຫຼັງຈາກທ່ານ ແລະຄະນະ ເດີນທາງໄປຢ້ຽມຢາມ ອີຣ່ານ (18 ມັງກອນ 2013)
ຫົວໜ້າກວດກາທາງດ້ານນິວເຄລຍຂອງອົງການສະຫະປະຊາ
ຊາດກ່າວວ່າບໍ່ໄດ້ມີການບັນລຸການຕົກລົງໃດໆກັບອີຣ່ານເພື່ອ
ສືບສວນເບິ່ງໂຄງການນິວເຄຼຍ ທີ່ເປັນບັນຫາໂຕ້ແຍ້ງ ຂອງປະ
ເທດດັ່ງກ່າວ ແຕ່ການປະຊຸມກັນກ່ຽວກັບເລື່ອງນີ້ ຈະມີຂຶ້ນອີກ
ໃນເດືອນໜ້າ.

ທ່ານ Herman Nackaerts ຫົວໜ້າຄະນະກວດກາຂອງອົງ
ການພະລັງງານປະລະມະນູສາກົນກ່າວໃນວັນສຸກມື້ນີ້ວ່າການ
ສົນທະນາຫາລືຢ່າງຂຸ້ນຂ້ຽວເປັນເວລາສອງມື້ທີ່ນະຄອນຫຼວງ
ເຕຫະຣານ ບໍ່ໄດ້ບັນລຸການຕົກລົງໃດໆ ກ່ຽວກັບການເຂົ້າໄປ
ກວດກາເບິ່ງສະຖານທີ່ນິວເຄລຍຂອງອີຣ່ານ.

ໂດຍອ້າງການມີຄວາມເຫັນຂັດແຍ້ງກັນທີ່ບໍ່ໄດ້ລະບຸໃຫ້ຊາບ
ຈຳນວນນຶ່ງ ທ່ານ Nackaerts ກ່າວວ່າ ທັງສອງຝ່າຍຈຶ່ງຕົກລົງກັນບໍ່ໄດ້ກ່ຽວກັບໂຄງສ້າງ ເພື່ອແກ້ໄຂບັນຫາທີ່ສຳຄັນໆນັ້ນ. ທ່ານເວົ້າວ່າ ການເຈລະຈາກັນຮອບໃໝ່ຈະມີຂຶ້ນທີ່ນະ ຄອນເຕຫະຣານໃນວັນທີ 12 ກຸມພາຈະມານີ້.

ອົງການພະລັງງານປະລະມະນູສາກົນຫວັງວ່າ ຈະໄດ້ຮັບອະນຸຍາດ ໃຫ້ເຂົ້າໄປກວດກາ ເບິ່ງຄ້າຍ Parchin ຊຶ່ງບັນດາປະເທດຕາເວັນຕົກສົງໄສວ່າ ມີສ່ວນພົວພັນກັບການສ້າງ ອາວຸດນິວເຄລຍຂອງອີຣ່ານນັ້ນ. ອີຣ່ານກ່າວວ່າຄ້າຍທະຫານດັ່ງກ່າວເປັນຄ້າຍທີ່ຮັບຜິດ ຊອບກ່ຽວກັບອາວຸດທຳມະດາ ແລະໂຄງການນິວເຄລຍຂອງຕົນນັ້ນ ແມ່ນມີຈຸດປະສົງໃນ ທາງສັນຕິ.

ກ່ຽວຂ້ອງກັນ

XS
SM
MD
LG