ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານເລີ້ມບັນຈຸເຊື້ອໄຟ


ໂຮງໄຟຟ້ານິວເຄລຍ ຂອງອີຣ່ານ (10 ຕຸລາ 2010)
ໂຮງໄຟຟ້ານິວເຄລຍ ຂອງອີຣ່ານ (10 ຕຸລາ 2010)

ອີຣ່ານເລີ້ມບັນຈຸເຊື້ອໄຟ ເຂົ້າໃສ່ຈັກໂຮງໄຟຟ້ານິວເຄລຍ
ແຫ່ງທຳອິດຂອງຕົນ.

ໂທລະພາບຂອງທາງການອີຣ່ານໄດ້ປະກາດຂ່າວ​ນີ້ ເທື່ອ
ທຳອິດ ໃນຕອນເຊົ້າ ຂອງວັນອັງຄານມື້ນີ້. ຕໍ່ມາໂຄສົກ
ກະຊວງການຕ່າງປະເທດອີຣ່ານ ທ່ານ Ramin Meh-
manparast ກ່າວຕໍ່ພວກນັກຂ່າວວ່າ ກິດຈະການນິວ
ເຄລຍໃນທາງສັນຕິຂອງອີຣ່ານ ແມ່ນໄດ້ດຳເນີນໄປຕາມ
ໝາຍກຳນົດການແລ້ວ.

ເຕຫະຣ່ານກ່າວວ່າ ໂຮງໄຟຟ້ານິວເຄລຍ Bushehr ຊຶ່ງ
ສາມາດຜະລິດກະແສໄຟຟ້າໄດ້ 1,000 ເມກາວັດທີ່ສ້າງ
ໂດຍຣັດເຊຍນັ້ນຈະເລີ້ມຜະລິດພະລັງງານເພື່ອນຳໃຊ້ພາຍ
ໃນປະເທດໃນຕົ້ນປີ 2011 ແລະທ່ານ Mehmanparast
ເຕືອນໃນວັນອັງຄານມື້ນີ້ວ່າ ຄວາມກົດດັນທາງດ້ານການ
ເມືອງແລະການລົງໂທດອື່ນໆຈະບໍ່ສາມາດຢຸດອີຣ່ານ ໃນ
ການຊອກສະແວງຫາເທັກໂນໂລຈີໃນດ້ານນີ້.

ສະຫະລັດແລະສະຫະພາບຢູໂຣບໄດ້ກ່າວຫາອີຣ່ານວ່າ ຊອກສະແວງຫາເທັກໂນໂລຈີ
ນິວເຄລຍ ໃນຄວາມພະຍາຍາມເພື່ອຈະນຳໄປສ້າງອາວຸດນິວເຄລຍແລະເມື່ອໄວໆມານີ້
ອົງການສະຫະປະຊາຊາດກໍໄດ້ຂວໍ້າບາດ ຫຼືລົງໂທດຮອບ 4 ຕໍ່ ເຕຫະຣ່ານ ຍ້ອນກິດ
ຈະການກັ່ນທາດຢູເຣນຽມຂອງອີຣ່ານ.

ເຈົ້າໜ້າທີ່ອີຣ່ານ ໄດ້ປະຕິເສດຕໍ່ຂໍ້ຫາເຫຼົ່ານີ້ ໂດຍໄດ້ຕົກລົງທີ່ຈະເປີດການເຈລະຈາຫາລື
ເປັນບາງຄັ້ງ​ບາງ​ຄາວ​ເທົ່າ​ນັ້ນ ກັບປະເທດຕາເວັນຕົກ ກ່ຽວກັບຄວາມໄຝ່ຝັນທາງດ້ານ
ນິວເຄລຍຂອງຕົນ.

XS
SM
MD
LG