ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານສະເໜີ ເປີດການເຈລະຈາ ນິວເຄລຍຮອບໃໝ່


ຫົວໜ້າຄະນະເຈລະຈານິວເຄລຍຂອງອີຣ່ານ ທ່ານ Saeed Jalili
ຫົວໜ້າຄະນະເຈລະຈານິວເຄລຍຂອງອີຣ່ານ ທ່ານ Saeed Jalili

ເອກ​ອັກຄະ​ລັດຖະທູດ​ອີຣ່ານປະຈຳ​ເຢຍຣະມັນ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານພ້ອມ ແລ້ວ​ທີ່​ຈະ​
ເປີດ​ການ​ເຈລະຈາ​ຮອບ​ໃໝ່​ ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ທີ່​ສຳຄັນຂອງ​ໂລກກ່ຽວ​ກັບ​
ໂຄງການ​ນິວ​ເຄລຍທີ່​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງຂອງ​ເຕຫະຣ່ານ.

ອົງການ​ຂ່າວ Mehr ຊຶ່ງ​ເປັນ​ອົງການ​ຂ່າວ​ເຄິ່ງທາງ​ການ​ຂອງ​ອີຣ່ານລາຍ​ງານ​ໃນ​ວັນ​ເສົາ​ມື້
ນີ້ວ່າ ​ເອກ​ອັກຄະ​ລັດຖະທູດ Ali Reza Sheikh Attar ກ່າວ​ວ່າ ຫົວໜ້າ​ຄະນະ​ເຈລະຈາ​
ໃນ​ດ້ານ​ນິວ​ເຄລຍຂອງ​ອີຣ່ານທ່ານ Saeed Jalili ຈະສະ​ເໜີ​ເປີດ​ການ​ເຈລະຈາ​ດັ່ງກ່າວໃນ​
ຈົດໝາຍ​ສະບັບ​ນຶ່ງ​ ທີ່​ສົ່ງ​ໄປ​ເຖິງ​ທ່ານ​ນາງ Catherine Ashton ຫົວໜ້ານະ​ໂຍບາຍ​ການ
ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູໂຣບ.

ການ​ເຈລະຈາ ທີ່​ຈະ​ມີ​ການ​ເປີດ​ຄືນ​ໃໝ່​ນີ້ ​ແມ່ນການ​ເຈລະຈາລະຫວ່າງ​ອີຣ່ານ ​ແລະ​ຫ້າ​ປະ
ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ປະກອບ​ມີ​ສະ
ຫະລັດ ຣັດ​ເຊຍ ຈີນ ອັງກິດ ​ແລະ​ຝຣັ່ງ ຕະຫຼອດທັງປະ​ເທດ​ເຢຍຣະມັນ​ນຳ​ດ້ວຍ.

ເອກ​ອັກຄະ​ລັດຖະທູດ​ອີຣ່ານບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າອີກ​ດົນ​ປານ​ໃດ​ຈຶ່ງ​ຈະ​ມີ​ການສົ່ງ​ຈົດໝາຍ
ສະບັບ​ນີ້.

ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ມີ​ຄວາມ​ຢ້ານ​ກົວວ່າ ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານ ແມ່ນ​ແນ
ໃສ່​ເພື່ອ​ສ້າງ​ອາວຸດ​ປະຣະມະນູ ຊຶ່ງ​ເປັນ​ຂໍ້​ຫາ​ທີ່​ເຕຫະຣ່ານ​ໄດ້​ປະຕິ​ເສດ​ໄປ​ແລ້ວ.

ການ​ເຈລະຈາ​ໃນຕົ້ນປີນີ້ລະຫວ່າງ​ອີຣ່ານ​ແລະ 6 ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ​ບໍ່​ໄດ້​ປະ
ສົບ​ກັບ​ຄວາ​ມກ້າວໜ້າ​ແຕ່​ໃດໆ​ເລີຍ.

XS
SM
MD
LG