ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານປະຕິເສດ ລາຍງານ ຂອງ IAEA ກ່ຽວກັບ ໂຄງການ ນີວເຄລຍຂອງຕົນ (ເບິ່ງວີດີໂອ)


ປະທານາທິບໍດີ Mahmoud Ahmadinejad ແຫ່ງອີຣ່ານ.
ປະທານາທິບໍດີ Mahmoud Ahmadinejad ແຫ່ງອີຣ່ານ.


















ປະທານາທິບໍດີ Mahmoud Ahmadinejad ​ແຫ່ງ​ອີຣ່ານກ່າວ​ວ່າ​ປະ​ເທດ​ຂອງທ່ານ
ຈະ​ບໍ່​ຖອຍຫລັງ​ແມ່ນ​ແຕ່​ໜ້ອຍ​ດຽວຈາກ​ການ​ດໍາ​ເນີນ​ໂຄງການ​ນີວ​ເຄລຍຂອງ​ຕົນ ຫລັງ
ຈາກ​ມີການ​ເຜີຍ​ແຜ່ລາຍ​ງານ​ສະບັບ​ນຶ່ງ​ທີ່​ພາ​ໃຫ້ເກີດ​ຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ​ທີ່​ວ່າ ກຸງ
ເຕຫະຣ່ານກໍາລັງ​ພະຍາຍາມຈະພັດທະນາອາວຸດ​ນີວ​ເຄລຍນັ້ນ.

ນອກ​ນີ້​ ທ່ານ Ahmadinejad ຍັງ​ກ່າວ​ປະຕິ​ເສດ​ຕໍ່​ການ​ພົບ​ເຫັນ​ຢູ່​ໃນ​ລາຍ​ງານ​ຂອງ​ອົງ
ການ​ພະລັງ​ປະລະມະ​ນູສາກົນ​ຫລື IAEA​ ໃນຂະນະທີ່​ທ່ານ​ກ່າວ​ຄໍາ​ປາ​ໄສ​ຕໍ່​ທີ່​ຊຸມນຸມ​ຊົນ
ແຫ່ງ​ນຶ່ງ ​ທີ່ຖືກ​ຖ່າຍ​ທອດ​ອອກ​ທາງ​ໂທລະພາບ​ແຫ່ງ​ຊາດ​ໃນ​ວັນ​ພຸດ​ມື້​ນີ້.

ໃນ​ວັນ​ອັງຄານ​ວານ​ນີ້​ ອົງການ IAEA ກ່າວ​ວ່າ ຕົນ​ມີ​ຂ່າວ​ຂໍ້​ມູນ​ທີ່ໜ້າ​ເຊື່ອ​ຖື​ໄດ້​ທີ່​ວ່າ ລັດ
ຖະບານ​ກຸງ​ເຕຫະຣ່ານ​ໄດ້​ພົວພັນ​ໃນ​ພຶດ​ຕິ​ກໍາ​ຕ່າງໆ ທີ່​ມີ​ວັດ​ຖຸປະສົງ​ເພື່ອ​ພັດທະນາ​ອາ
ວຸດ​ນີວ​ເຄລຍນັ້ນ.

ຢູ່​ໃນ​ລາຍ​ງານ​ຂອງຕົນ​ນັ້ນ ອົງການ​ສິ້ງ​ຊອມໃນ​ດ້ານ​ນີວ​ເຄລຍຂອງສະຫະ​ປະຊາ​ຊາດ
IAEA ​ກ່າວ​ວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວກັບ​ຂ່າວ​ຂໍ້​ມູນ​ທີ່​ຊີ້​ໃຫ້​ເຫັນ​ວ່າ​ ອີຣ່ານ​ໄດ້​
ດໍາ​ເນີນ​ການ​ອອກ​ແບບດ້ານນີວ​ເຄລຍອັນ​ນຶ່ງ​ທີ່​ຮວມທັງ​ການ​ທົດ​ສອບ​ຊີ້ນ​ສ່ວນ​ຕ່າງໆ​ນັ້ນ.

ພວກ​ປະ​ເທດ​ມະຫາ​ອໍາ​ນາດ​ບາງ​ປະ​ເທດ​ໄດ້​ສົງ​ໄສ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວວ່າ​ ອີຣ່າ
ນມີ​ຄວາມໄຝ່ຝັນ​ໃນ​ການ​ມີ​ອາວຸດ​ນີວ​ເຄລຍ ອັນ ເປັນ​ຂໍ້​ກ່າວ​ຫາ​ທີ່​ກຸງ​ເຕຫະຣ່ານປະຕິ
ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ​.

ສະຫະພາບ​ຢູ​ໂຣບກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ລາຍ​ງານ​ຂອງ​ອົງການ IAEA ​ໄດ້​ເຮັດ​ໃຫ້
ຄວາມເປັນ​ຫ່ວງ​ກັງວົນ​ທີ່ມີ​ຢູ່​ໃນ​ປັດຈຸບັນ​ນີ້​ ເພີ່ມທະວີຂຶ້ນ​ກ່ຽວ​ກັບ​ໂຄງການ​ນີວ​ເຄລຍ
ຂອງ​ອີຣ່ານນັ້ນ.

ໃນ​ຂະນະ​ດຽວ​ກັນ ຝຣັ່ງກ່າວ​ວ່າ ພວກ​ປະ​ເທດ​ມະຫາ​ອໍານາດ​ຂອງ​ໂລກ​ຈະ​ຕ້ອງ​ທໍາ​ການ
ລົງ​ໂທດ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຕໍ່​ອີຣ່ານ ຖ້າ​ອີຣ່ານບໍ່​ຍອມ​ໃຫ້​ຄວາມ​ຮ່ວມ​ມື​ກ່ຽວ​ກັບ​ໂຄງ
ການ​ນີວ​ເຄລຍຂອງ​ຕົນ​.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ທໍາ​ການ​ລົງ​ໂທດ​ມາ 4 ຄັ້ງແລ້ວ​ຕໍ່​ອີຣ່ານ.

ໃນ​ວັນ​ອັງຄານ​ວານ​ນີ້ ສະຫະລັດ​ກໍກ່າວ​ວ່າ ລາຍ​ງານ​ຂອງ​ອົງການ IAEA ອາດ​ຈະພາ​
ໃຫ້ມີ​ການ​ລົງ​ໂທດ​ຕື່ມ​ອີກ​ຕໍ່​ອີຣ່ານ.

ເບິ່ງວີດີໂອ ລາຍງານທີ່ກ່ຽວຂ້ອງກັນ:

XS
SM
MD
LG