ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດຕຽມພ້ອມ ທີ່ຈະລົງໂທດ ໜັກຂຶ້ນອີກ ຕໍ່ອີຣ່ານ


ທ່ານ Ali Asghar Soltanieh,ເອກອັກຄະລັດຖະທູດອີຣ່ານປະຈໍາ
ອົງການ IAEA ຂອງອີຣ່ານ ທີ່ກຸງວຽນນາ , ອອສເຕຣຍ.
ວັນທີ 18 ພະຈິກ 2011D
ທ່ານ Ali Asghar Soltanieh,ເອກອັກຄະລັດຖະທູດອີຣ່ານປະຈໍາ ອົງການ IAEA ຂອງອີຣ່ານ ທີ່ກຸງວຽນນາ , ອອສເຕຣຍ. ວັນທີ 18 ພະຈິກ 2011D

ສະຫະລັດ​ຕຽມ​ພ້ອມ​ທີ່​ຈະ​ໂຈມ​ຕີ​ອິຣ່ານດ້ວຍ​ການ​ລົງ​ໂທດແຮງຂຶ້ນ​ອີກ​ຄັ້ງ​ໃໝ່ ຊຶ່ງ​ເຈົ້າ
​ໜ້າ​ທີ່ຂັ້ນ​ສູງ​ທ່ານ​ນຶ່ງ​ກ່າວ​ວ່າ ກຸງ​ເຕຫະຣ່ານ ບັດ​ນີ້​ປະ​ເຊີນ​ໜ້າ​ກັບ​ການ​ໂດດດ່ຽວ​ໃນ​
ລະດັບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ຈຸ​ນຶ່ງ​ຊຶ່ງ​ບໍ່​ຢາກ​ໃຫ້​ເປີດ​ເຜີຍ​ຊື່​ໃຫ້​ຮູ້​ໃນ​ແລງວັນ​ສຸກ​ວານ​ນີ້ ກ່າວ​
ວ່າ ການ​ລົງ​ໂທດ​ໃໝ່​ເຫລົ່າ​ນີ້ ສາມາດ​ເປີດ​ເຜີຍ​ໃຫ້​ຮູ້​ໄດ້​ໃນ​ວັນ​ຈັນ​ມື້ຮື​ນີ້​ກໍ​ເປັນ​ໄດ້ ​ແລະ
ຈະ​ແນ​ເປົ້າ​ໝາຍ​ໃສ່​ອຸດສາຫະກໍານໍ້າມັນ​ຫິນ​ເຄມີ​ຂອງ​ອີຣ່ານ ​ແລະ​ກ່າວ​ຕໍ່​ໄປ​ວ່າ ການ​ລົງ​
ໂທດ​ໃໝ່​ນີ້ ຈະ​ພະຍາຍາມ​ຊອກ​ຫາ​ທາງ​ຢຸດ​ພວກ​ບໍລິສັດ​ຕ່າງປະ​ເທດ​ໄປ​ລົງທຶນ​ໃນ​ກິດ
ຈະການ​ທີ່ສ່ຽງ​ໄພ​ຕ່າງໆ​ເຊ່ນ​ໂຮງ​ກັ່ນ​ນໍ້າມັນ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້ ກ່າວ​ຕື່ມ​ວ່າ​ພວກ​ບໍລິສັດ​ຕ່າງປະ​ເທດ​ໃດໆ​ທີ່​ຝ່າຝືນ​ການ​ຫ້າມ​ທີ່​
ວ່າ​ນີ້​ຈັດ​ຖືກ​ຕັດ​ບໍ່​ໃຫ້​ນໍາ​ສິນຄ້າ​ດັ່ງກ່າວ​ເຂົ້າ​ມາ​ຈໍາໜ່າຍ​ຢູ່​ໃນ​ຕະຫຼາດ​ຂອງ​ສະຫະລັດ ​ແລະ
ວ່າ ພວກ​ປະ​ເທດ​ໃນ​ສະຫະພາບ​ຢູ​ໂຣບສາມາດ​ທໍາ​ການ​ລົງ​ໂທດ​ໃນ​ທໍານອງ​ດຽວ​ກັນ​ນີ້​ໄດ້
ໃນ​ທ້າຍສັບປະດາ​ໜ້າ​ນີ້.

ໃນ​ອີກ​ເລື້ອງ​ນຶ່ງ ທ່ານ Tom Donilon ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ສະ
ຫະລັດ​ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ອີຣ່ານຈະ​ຖື​ກ​ໂດດດ່ຽວ​ຫລາຍ​ຂຶ້ນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ທ່ານ Donilon ກ່າວ​ກັບ​ບັນດາ​ນັກ​ຂ່າວ​ໃນ​ຂະນະ​ທີ່ກໍາລັງ​ເດີນທາງ​ກັບປະທານາທິບໍດີ​
ບາຣັກ​ໂອ​ບາ​ມາ​ໄປ​ຍັງ​ອິນ​ໂດ​ເນ​ເຊຍ. ທີ່​ປຶກສາດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ທ່ານ​ນີ້​ຍັງ​
ກ່າວ​ເຊ່ນ​ກັນ​ວ່າ ທາງສະຫະລັດ ຈີນ​ແລະຣັດ​ເຊຍ​ຕ່າງ​ກໍ​ຢາກ​ໃຫ້​ໝັ້ນ​ໃຈ​ວ່າ ອິຣ່ານຈະ​ບໍ່
ພັດທະນາ​ອາວຸດ​ນີວ​ເຄບຍນັ້ນ.

ໃນວັນສຸກ​ວານ​ນີ້ ທັງ​ຈີນ​ແລະຣັດ​ເຊຍ​ພະຍາຍາມ​ຫາ​ທາງ​ຜ່ອນ​ຄາຍ​ກ່ຽວກັບ​ມະຕິ​ຂອງ​
ອົງການ​ສິ້ງ​ຊອມ​ພະລັງ​ປະລະມະ​ນູຂອງ​ສະຫະ​ປະຊາ​ຊາດ ​ທີ່​ຕໍາ​ໜິຕິຕຽນ​ລັດຖະບານ​
ກຸງ​ເຕຫະຣ່ານນັ້ນ. ຖ້ອຍ​ຄໍາ​ບັ້ນ​ສຸດ​ທ້າຍໄດ້​ອ້າງ​ເຖິງ​ຄວາມ​ເປັນ​ຫ່ວງ​ທີ່​ເລິກ​ເຊິ່ງ​ແລະ​ກໍາ
ລັງ​ເພີ່ມ​ຂຶ້ນ​ເລື້ອຍໆ​ກ່ຽວ​ກັບ​ກ່ານ​ເຄື່ອນ​ໄຫວ​ຕ່າງໆດ້ານ​ນີວ​ເຄລຍຂອງ​ອີຣ່ານນັ້ນ ​ແຕ່
ບໍ່​ໄດ້ສະເໜີ​ເລື້ອງ​ອິຣ່ານຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຫລື​ກໍານົດ​ເວລາ​ເສ້ນ
ຕາຍ​ ສໍາລັບ​ໃຫ້​ອີຣ່ານຈັດ​ຕັ້ງ​ປະຕິບັດ​ຕາມ​ຄໍາ​ຮ້ອງ​ຂໍ​ຂອງ​ອົງການ​ພະລັງ​ປະລະມະ​ນູ
ສາກົນ ​ເພື່ອ​ໃຫ້​ຂໍ້​ມູນ​ເພີ່ມ​ຕື່ມ​ນັ້ນ.

XS
SM
MD
LG