ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ໃຫ້ຄໍາໝັ້ນສັນຍາ ທີ່ຈະຢຸດ ໂຄງການນີວເຄລຍ ຂອງອີຣ່ານ


ປະທານາທິບໍດີໂອບາມາກ່າວຕໍ່ກອງປະຊຸມເອເປັນທີ່ນະຄອນໂຮໂນລູລູ
ລັດຮາວາຍ.
ວັນທີ 13 ພະຈິກ 2011.
ປະທານາທິບໍດີໂອບາມາກ່າວຕໍ່ກອງປະຊຸມເອເປັນທີ່ນະຄອນໂຮໂນລູລູ ລັດຮາວາຍ. ວັນທີ 13 ພະຈິກ 2011.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ໂອ​ບາ​ມາ ​ກ່າວ​ວ່າ ການ​ລົງ​ໂທດຕ່າງໆ​ຕໍ່​ອີຣ່ານ
ກໍາລັງ​ມີ​ຜົນ​ສະທ້ອນ​ຢ່າງ​ຫລວງຫລາຍ ​ແລະ​ໃນ​ຂອບ​ເຂດ​ກ້ວາງ​ຂວາງ ​ແລະ​ວ່າ​ ທ່ານ​ຈະ
ປຶກສາ​ຫາລື​ກັບ​ຈີນ​ແລະ​ລັດ​ເຊຍ​ ກ່ຽວ​ກັບ​ການ​ເອົາ​ບາດກ້າວ​ເພິ່ມ​ຕື່ມ​ເພື່ອກົດ​ດັນ​ລັດຖະ
ບານ​ເຕຫະຣ່ານ​ໃຫ້​ຢຸດ​ເຊົາ​ໂຄງການ​ນີວ​ເຄລຍທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນີ້.

ໃນ​ການ​ຖະ​ແຫລ​ງຫລັງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ເອ​ເປັກ​ທີ່ລັດ​ ຮາ​ວາຍ​ໃນ​ວັນ
ອາທິດ​ວານ​ນີ້ ທ່ານ​ໂອ​ບາ​ມາກ່າວວ່າ ​ທ່ານບໍ່​ລົບ​ລ້າງທາງເລືອກ​ໃດໆອອກ​ ກ່ຽວ​ກັບ
ອີຣ່ານນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ​ ໄດ້​ພົບ​ປະ​ກັບ​ພວກ​ຄູ່​ຕໍາ​ແໜ່​ງຈາກ​ຈີນ​ແລະ​ຣັດເຊຍ ​ທີ່​ກອງ​ປະ
ຊຸມສຸດ​ຍອດເອ​ເປັກ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ ເລື້ອງ​ລາຍ​ງານ​ສະບັບ​ໃໝ່​ຂອງ​
ອົງກາ​ນພະລັງງາ​ນນີວ​ເຄລຍຂອງ​ສະຫະ​ປະຊາ​ຊາດ ທີ່​ໄດ້​ພົບ​ເຫັນ​ຫລັກ​ຖານ​ທີ່​ເຊື່ອ​ຖື​ໄດ້
ຂອງ​ຄວາມພະ​ຍາ​ຍາມ​ຕ່າງໆ​ຂອງ​ອີຣ່ານ​ ເພື່ອ​ອອກ​ແບບ​ອາວຸດ​ນີວ​ເຄລຍຂອງ​ຕົນ​ນັ້ນ.
ທ່ານໂອ​ບາ​ມາ​ກ່າວ​ວ່າ ກຸງ​ປັກ​ກິ​ງ​ແລະ​ກຸງ​ມອສກູ​ໄດ້ເຫັນ​ພ້ອມ​ນໍາ​ກັນ​ວ່າ ຈະປ່ອຍ​ໃຫ້​
ອີຣ່ານພັດທະນາ​ອາວຸດ​ນີວ​ເຄລຍຂອງ​ຕົນ​ເອງ ແລະ​ກະ​ຕຸ້ນ​ໃຫ້​ມີ​ການ​ແຂ່ງຂັນດ້ານ​ອາວຸດ​
ນີວ​ເຄລຍໃນ​ຂົງ​ເຂດ​ນັ້ນ ບໍ່​ໄດ້.

ໃນ​ສັບປະດາ​ຜ່ານ​ມາ​ນີ້ ລາຍ​ງານ​ສະບັບ​ນຶ່ງ​ຂອງສະຫະ​ປະຊາ​ຊາດ ​ກ່າວ​ຫາ​ອີຣ່ານວ່າ ​
ໄດ້​ດໍາ​ເນີນ​ການ​ມາ​ເພື່ອ​ໃຫ້​ໄດ້​ອຸບປະກອນ​ແລະ​ຂ່າວ​ຂໍ້​ມູນ​ອອກ​ແບບ​ພວກ​ອາວຸດ​ນີວ
ເຄລຍຂອງ​ຕົນ. ນອກ​ນັ້ນ ລາຍ​ງານ​ສະບັບ​ນີ້​ຍັງ​ເວົ້າ​ວ່າ ກຸງ​ເຕຫະຣ່ານ​ໄດ້​ທົດ​ລອງ​ວັດ
ຖຸ​ລະ​ເບີດ​ພະລັງ ແຮງ ​ແລະ​ເຄື່ອງ​ກົດກະນວນລະ​ເບີດ ​ແລະ​ກໍາລັງ​ພັດທະນາ​ຮູບ​ແບບ
ຕ່າງໆຂອງ​ແກນ​ຫົວ​ລະ​ເບີດນັ້ນທາງຄອມ​ພີ​ວເຕີ​.

ໃນ​ຕອນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ນາຍົກລັດຖະມົນຕີອີສຣາ​ແອ​ລ ທ່ານ Benjamin
Netanyahu ກ່າວ​ຕໍ່​ຄະນະ​ລັດຖະບານ​ຂອງ​ທ່ານ​ວ່າ ລາຍງານຂອງ​ສະຫະ​ປະຊາ
ຊາດພິສູດ​ໃຫ້​ເຫັນ​ວ່າ ອີຣ່ານກໍາລັງ​ພັດທະ​ນາ​ອາວຸດ​ນີວ​ເຄລຍ​ຢ່າງ​ເປັນ​ລະ​ບົບ ​ແລະ
ວ່າ ລັດຖະບານ​ທີ່ມີ​ຄວາມ​ຮັບຜິດຊອບ​ທຸກໆ​ລັດຖະບານ​ຈະ​ຕ້ອງ​ລົງ​ຄວາມ​ເຫັນ​ໃນ​ສິ່ງ​
ທີ່​ຈະ​ເ​ເຈ້​ງ,

ທ່ານ Netanyahu ຮຽກຮ້ອງ​ໃຫ້​ປະຊາ​ຄົມນາໆ​ຊາດ​ຈົ່ງ​ຢຸດ​ການສະ​ແຫວ​ງຫາ​ອາວຸດ​
ນີວ​ເຄລຍຂອງ​ອີຣ່ານ ຊຶ່ງ​ທ່ານ​ກ່າວ​ວ່າ ຈະ​ເປັນ​ໄພ​ຕໍ່​ສັນຕິພາບ​ຂອງ​ໂລກ​ທັງໝົດ. ທ່ານ
ກ່າວຕໍ່​ໄປ​ວ່າ ມີ 2 ຊ່ອງ​ທາງ​ເພື່ອ​ຢຸດ​ບໍ່​ໃຫ້​ອີຣ່ານມີ​ອາວຸດ​ນີວ​ເຄລຍນັ້ນ ກໍ​ຄື ທໍາ​ການ
ລົງ​ໂທດຢ່າງ​ເດັດຂາດ​ ແບບ​ທີ່​ເຮັດ​ໃຫ້​ອິຣ່ານ​ເປັນ​ເປ້ຍລ່ອຍ​ໄປເລີຍ ແລະ​ເອົາ​ທາງ​ເລືອກ
ທາງ​ທະຫານ​ທີ່​ເຊື່ອ​ຖື​ໄດ້.

XS
SM
MD
LG