ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານວ່າ ຕົນບໍ່ຕ້ອງການ ຢາກມີ ອາວຸດນິວເຄລຍ (ວີດິໂອກ່ຽວຂ້ອງ)


ຜູ້ນໍາສູງສຸດ ອີຣ່ານ Ayatollah Ali Khamenei ກ່າວວ່າ ອີຣ່ານ ບໍ່ໄດ້ສະແຫວງຫາ ອາວຸດນິວເຄລຍ ແຕ່ຖ້າຫາກຕ້ອງການ ກໍບໍ່ມີ ປະເທດໃດຈະກີດກັ້ນໄດ້.
ຜູ້ນໍາສູງສຸດ ອີຣ່ານ Ayatollah Ali Khamenei ກ່າວວ່າ ອີຣ່ານ ບໍ່ໄດ້ສະແຫວງຫາ ອາວຸດນິວເຄລຍ ແຕ່ຖ້າຫາກຕ້ອງການ ກໍບໍ່ມີ ປະເທດໃດຈະກີດກັ້ນໄດ້.
ຜູ້​ນໍາ​ສູງ​ສຸດ​ຂອງອີຣ່ານກ່າວ​ວ່າ ປະ​ເທດ​ຂອງ​ທ່ານບໍ່​ໄດ້​ຊອກ
ສະ​ແຫວ​ງ ຫາການ​ມີອາວຸດ​ນິວເຄລຍ ​ແຕ່​ຖ້າ​ຫາກ​ວ່າ ຕົນ​ມີ​
ຄວາມ​ຕ້ອງການແລ້ວ ກໍບໍ່​ມີ​ປະ​ເທດໃດ​ທີ່​ຈະ​ຢັບຢັ້ງ​ ບໍ່​ໃຫ້​ຕົນ
​ມີ​ອາວຸດ​ດັ່ງກ່າວໄດ້.

Ayatollah Ali Khamenei ຊຶ່ງ​ເປັນ​ຜູ້​ຕັດສິນ​ຊີ້ຂາດ ​ກ່ຽວ​ກັບ​
ເລື່ອງ​ຕ່າງໆ​ທັງ​ໝົດໃນອີຣ່ານ ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າອີຣ່ານ​ໃຫ້ການ​ສະໜັບ ສະ​ໜຸນ​ຕໍ່​ການ​ກຳ​ຈັດ ອາວຸດ​ນິວ​ເຄລຍທັງ​ໝົດ.

Ayatollah Khamenei ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ທີ່ນໍາອອກ​ເຜີຍ​ແຜ່ ຢູ່​ໃນແວັບ​ໄຊ​ຂອງ​ທ່ານ​ວ່າ “ພວກ​ເຮົາ​ເຊື່ອວ່າ ອາວຸດ​ນິວ​ເຄລຍ ຕ້ອງໄດ້​ຖືກ​ລົບ​ລ້າງ. ພວກ​ເຮົາ​ບໍ່​ຕ້ອງ​ການອາວຸດ​ນິວ​ເຄລຍ.” ​ແຕ່​ທ່ານ​ກ່າວ ຕໍ່​ໄປ​ວ່າ ຖ້າ​ຫາກອີຣ່ານມີ​ຄວາມ​ຕັ້ງ​ໃຈ ​ທີ່​ຈະ​ມີ​ອາວຸດ​ດັ່ງກ່າວ​ແລ້ວ ບໍ່​ມີ​ປະເທດ​ໃດ​ທີ່​ຈະ​ມາ​ກີດ​ກັ້ນຕັນ​ທາງອີຣ່ານໄດ້.

ບັນດາ​ເຈົ້າ​ໜ້າ​ທີ່ອີຣ່ານກ່າວ​ວ່າ ຄໍາ​ສັ່ງ​ທາງ​ສາສະໜາ ​ໂດຍ​ Ayatollah Khamenei ທີ່​ຫ້າມ​ບໍ່​ໃຫ້​ມີອາວຸດ​ນິວ​ເຄລຍນັ້ນ ​ແມ່ນ​ເປັນ ຂໍ້ຜູກ​ມັດຕໍ່ສາທາລະນະ​ອິສລາມອີຣ່ານ.

ະ​ເທດ​ຕາ​ເວັນ​ຕົກ ສົງໄສ​ວ່າ ອີຣ່ານ ພວມພັດທະນາສະມັດ​ຖະພາບ ​ໃນ​ການ​ສ້າງ
ອາວຸດ​ນິວ​ເຄລຍ ພາຍ​ໃຕ້ໂຄງການ​ພະລັງງານນິວ​ເຄລຍ ຂອງ​ພົນລະ​ເຮືອນ ຊຶ່ງ​ເປັນ
ການ​ກ່າວ​ຫາ​ທີ່ອີ​ຣ່ານໄດ້ປະຕິ​ເສດ. ກຸງ​ເຕ​ຫະຣ່ານ ກ່າວ​ວ່າ ​ໂຄງການນິວ​ເຄລຍຂອງ​ຕົນ​ ມີຈຸດປະສົງ​ທາງ​ດ້ານ​ສັນຕິທໍ່​ນັ້ນ.

ການທົດລອງນິວເຄລຍຂອງເກົາຫລີເໜືອ ໄດ້ແນຄວາມສົນໃຈ ໄປໃສ່ອິຣ່ານ:

North Korean Nuke Test Turns Spotlight on Iran
please wait

No media source currently available

0:00 0:02:33 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG