ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການທົດລອງ ລູກສອນໄຟ ອີຣ່ານ​ ຊຸກຍູ້ ໃຫ້ມີການລົງໂທດ ຢູ່ໃນສະພາ ສະຫະລັດ


ປະທານຄະນະກຳມະການຄວາມຳພັນຕ່າງປະເທດ ຂອງສະພາສູງສະຫະລັດ ທ່ານ Bob Corker.
ປະທານຄະນະກຳມະການຄວາມຳພັນຕ່າງປະເທດ ຂອງສະພາສູງສະຫະລັດ ທ່ານ Bob Corker.

ປະທານ​ຄະນະ​ກຳມະການ​ຄວາມ​ສຳພັນ​ຕ່າງປະ​ເທດ​ຂອງ​ສະ
ພາ​ສູງ​ສະຫະລັດກ່າວ​ຕໍ່​ວີ​ໂອ​ເອວ່າ ການ​ຍິງ​ທົດ​ລອງ​ລູກ​ສອນ
​ໄຟ​ຂອງ​ອີຣ່ານພາ​ໃຫ້​ມີ​ການຕັດສິນ​ໃຈ​ທີ່​ເຂັ້ມແຂ​ງ​ກວ່າ​ເກົ່າຢູ່​
ໃນ​ສະພາ ​ເພື່ອ​ຕໍ່​ອາຍຸ​ແລະ​ເພີ້ມການ​ລົງ​ໂທດ ຂອງ​ສະຫະລັດ
​ຕໍ່​ເຕຫະຣ່ານ.

ທ່ານ Bob Corker ປະທານ​ກຳມະການ​ ຄວາມ​ສຳພັນ​ຕ່າງປະ
​ເທດ​ຂອງ​ສະພາ​ສູງ​ທີ່​ສັງກັດ​ພັກຣີພັບ​ບລີ​ກັນກ່າວ​ວ່າມີ​ການ​ສຶກ
ສາ​ເບິ່ງ​ການ​ລົງ​ໂທດ 3 ປະ​ເພດດ້ວຍກັນ​ໃນ​ວິທີ​ທີ່​ຮ່ວມ​ກັນ​ໂດຍ​
ທັງ​ສອງ​ພັກແລະ​ພວກ​ເຮົາ​ກຳລັງ​ຈະ​ດຳ​ເນີນການ​ດັ່ງກ່າວ​ໃນ​ເວ
ລາ​ນີ້.

ທ່ານ Corker ກ່າວ​ວ່າ ​ໂດຍ​ສະ​ເພາະ​ແລ້ວ ທ່ານ​ກຳລັງ​ດຳ​ເນີນ​ງານ​ເພື່ອ​ຕໍ່​ອາຍຸ​ກົດໝາຍ​
ການ​ລົງ​ໂທດ​ອີຣ່ານທີ່​ໄດ້​ຖືກ​ໂຈະໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ຂອງຂໍ້​ຕົກລົງ​ນິວ​ເຄລຍທີ່​
ມີ​ຄວາມ​ສຳຄັນ​ຄັ້ງປະ​ຫວັດ​ສາດ ກັບ​ເຕຫະຣ່ານ​ ໃນ​ປີ​ກາຍ​ນີ້.​ ກົດໝາຍ​ດັ່ງກ່າວ ​ແມ່ນ​ແນ​
ໃສ່​ການ​ລົງທຶນ​ຂອງ​ນາໆ​ຊາດ​ຢູ່​ໃນ​ອີຣ່ານ. ມັນ​ຍັງ​ມີ​ຜົນ​ບັງຄັບ​ໃຊ້​ຢູ່ ​ແຕ່​ຈະ​ໝົດ​ອາຍຸ​ພາຍ​
ໃນ​ທ້າຍ​ປີນີ້​ ນອກຈາກ​ວ່າ​ທາງ​ສະພາ​ຈະ​ຕໍ່ອາຍຸ​ຕື່ມ​ອີກ.

​ເພື່ອ​ເປັນກາ​ນຕອບ​ໂຕ້ ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ ກ່ຽວ​ກັບ​ອີຣ່ານນັ້ນ ​ເຈົ້າໜ້າທີ່​ອະ​ວຸ​
ໂສ​ຄົນ​ນຶ່ງ​ ຂອງ​ລັດຖະບານ ​ກ່າວ​ຕໍ່​ວີ​ໂອ​ເອວ່າ ມັນ​ຍັງ​ບໍ່​ທັນ​ຈຳ​ເປັນ​ເທື່ອ ​ທີ່ຈະ​ຕໍ່​ອາຍຸ ​ກົດ
ໝາຍ​ການ​ລົງ​ໂທດ​ອີຣ່ານ​ໃນ​ເວລາ​ນີ້​ ​ໃນ​ເມື່ອ​ວ່າ​ມັນ​ຍັງບໍ່​ທັນ​ໝົດ​ອາຍຸ​ເທື່ອ​ຈົນ​ຮອດ​ທ້າຍ
​ປີ. ​ເວລາ​ນີ້ ຈຸດ​ເພັ່ງ​ເລັງ​ຂອງ​ພວກ​ເຮົາ​ແມ່ນ​ການຈັດຕັ້ງ ປະຕິບັດ​ຂໍ້​ຕົກລົງ ແລະ​ການກວດ
​ສອບ​ເບິ່ງ​ວ່າ ອີຣ່ານ​ໄດ້​ເຮັດ​ຫລ້ອນ​ບາດກ້າວຕ່າງໆ​ທີ່​ສຳຄັນໆ​ທາງ​ດ້ານ​ນິວ​ເຄລຍຫລື​ບໍ່.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ການ​ລົງ​ໂທດ​ຈະ​ນຳມາ​ໃຊ້​ຄືນ
​ອີກ​ຖ້າ​ຫາກ​ອີຣ່ານລະ​ເມີດ​ຂໍ້​ຕົກລົງ​ນິວ​ເຄລຍ.​ ທ່ານ Corker ກ່າວ​ວ່າ ອິດ​ທິພົນ​ໃນ​ການ​ຕໍ່​
ລອງດັ່ງກ່າວ ​ຈະ​ສູນ​ເສຍ​ໄປ​ຖ້າຫາກ​ກົດໝາຍ​ການ​ລົງ​ໂທດ​ຕໍ່​ອີ​ຣ່ານ​ໝົດ​ອາຍຸ​ລົງ.

US Congress Iran Missiles
please wait

No media source currently available

0:00 0:00:35 0:00

XS
SM
MD
LG