ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນຖິ້ມລະເບີດບໍ່ມີຄົນຂັບຂອງອິຣ່ານ


ກອງທັບອິຣ່ານໄດ້ເປີດ​ໂຕ​ເຮືອບິນທີ່ບໍ່ມີຄົນຂັບລໍານຶ່ງ ແລະ ກ່າວວ່າເປັນ​ເຮືອບິນທີ່ສາມາດປະຕິບັດການລະຍະໄກ ໄດ້. ກອງທັບອິຣ່ານໄດ້ນໍາເອົາ​ເຮືອບິນທີ່ບໍ່ມີຄົນຂັບລໍາດັ່ງກ່າວ ອອກມາສະແດງ​ໃນວັນອາທິດ ມື້ນີ້ ໃນພິທີທີ່ປະທານາທິ ບໍດີ Marmoud Ahmadinejad ​ກໍ​ໄດ້ເຂົ້າຮ່ວມນໍາ ແລະຖ່າຍທອດສົດ ອອກທາງ​ໂທລະພາບ.

ສະຖານີ​ໂທລະພາບຂອງລັດລາຍ​ງານວ່າ ເຮືອບິນບໍ່ມີຄົນ ຂັບລໍາດັ່ງກ່າວນີ້ ທີ່ຊື່ວ່າ Karrar ຊຶ່ງແປວ່າ ຕົວ​ໂຈມ​ຕີ ນັ້ນ ​ແມ່ນສາມາດບິນ​ໃນລະຍະໄກ ຄືປະມານ 1,000 ຫລັກກິໂລແມດ ແລະສາມາດ ບັນທຸກລະເບີດທີ່ມີນໍ້າໜັກ 100 ກິໂລໄດ້ສອງລູກ ຫລື ໜັກ 200 ກິ​ໂລໄດ້ນຶ່ງລູກ. ພວກເຈົ້າໜ້າທີ່ ອິຣ່ານ ກ່າວວ່າ ເຮືອບິນດັ່ງກ່າວນີ້ສາມາດທໍາ​ການໂຈມຕີເປົ້າ​ໝາຍ ທາງພາກພື້ນດິນ ໃນຄວາມໄວສູງ​ໄດ້.

ອົງການຂ່າວເອພີອ້າງເອົາຄໍາເວົ້າຂອງປະທານາທິບໍດີ Ahmadinejad ທີ່ເວົ້າວ່າ ​ເຮືອບິນ ບໍ່ມີຄົນຂັບລໍານີ້ ​ແມ່ນເປັນ “ທູດແຫ່ງຄວາມຕາຍ” ​ ສໍາລັບບັນດາສັດຕຣູຂອງອິຣ່ານ. ສ່ວນອົງການຂ່າວຂອງພວກນັກສຶກສາຂອງອິຣ່ານບັນ​ລະ​ຍາຍວ່າ ​ເຮືອບິນບໍ່ມີຄົນຂັບລໍານີ້ ເປັນເຮືອບິນຖິ້ມລະເບີດ ບໍ່ມີຄົນຂັບ ທີ່ເຄຶ່ອງເຣດາຈັບບໍ່ໄດ້.

ປະທານາທິບໍດີອິຣ່ານ ທ່ານ Ahmadinejad ຍັງໄດ້ເວົ້າອີກ​ໃນ​ຕອນ​ແລງວັນເສົາວານນີ້ວ່າ ອິຣ່ານມີ ເປົ້າໝາຍທີ່ຈະສົ່ງນັກອະວະກາດຊາວອິຣ່ານ ຂື້ນໄປອະວະກາດໃຫ້ໄດ້ ພາຍໃນປີ 2025.

XS
SM
MD
LG