ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການທົດລອງ ລູກສອນໄຟຂອງ ອີຣ່ານ ບໍ່ໄດ້ ລະເມີດ ມະຕິ ອົງການ ສປຊ


ລັດຖະມົນຕີ ກະຊວງການຕ່າງປະເທດ ອີຣ່ານ ທ່ານ Javad Zarif (ໜ້າ ຂວາ) ຖ່າຍຮູບກັບຂູ່ຮ່ວມຕຳແໜ່ງຈາກ ເຢຍລະມັນທ່ານ Frank-Walter Steinmeier (ໜ້າ ຊ້າຍ) ໃນນະຄອນຫຼວງ ເທເຮຣ່ານ. 17 ຕຸລາ, 2015.
ລັດຖະມົນຕີ ກະຊວງການຕ່າງປະເທດ ອີຣ່ານ ທ່ານ Javad Zarif (ໜ້າ ຂວາ) ຖ່າຍຮູບກັບຂູ່ຮ່ວມຕຳແໜ່ງຈາກ ເຢຍລະມັນທ່ານ Frank-Walter Steinmeier (ໜ້າ ຊ້າຍ) ໃນນະຄອນຫຼວງ ເທເຮຣ່ານ. 17 ຕຸລາ, 2015.

ອີຣ່ານ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ ຂອງ​ສະຫະລັດ ​ແລະ ຝຣັ່ງ ທີ່ວ່າຕົນ​ໄດ້​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟຍິງ​ໄດ້​ໄລຍະ​ໄກ ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເປັນ​ການ​ລະ​ເມີດ​ຕໍ່​ມະຕິ​ອົງການ​ສະຫະ​ປະຊາ​ຊາດ ​ໂດຍ​ກ່າວ​ວ່າ ຂໍ້​ຈຳກັດ ຂອງສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ພຽງ​ບັງຄັບ​ໃຊ້​ກັບ​ລູກ​ສອນ​ໄຟ ທີ່​ອອກແບບ​ເພື່ອ​ບັນຈຸ​ຫົວ​ລະ​ເບີດ​ນິວ​ເຄລຍ​ເທົ່າ​ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານJavad Zarif ​ໄດ້​ກ່າວ​ໃນ​ນະຄອນຫຼວງ ​ເທ​ເຮຣ່ານ ​ໃນ​ວັນ​ເສົາ​ວານ​ນີ້​ວ່າ “ບໍ່​ມີລູກສອນ​ໄຟ​ລູກ​ໃດ​ຂອງ​ສະ​ທາລະນະ​ລັດ ອິິສລາມ ​ແຫ່ງ ອີຣ່ານ ​ໄດ້​ຖືກ​ອອກແບບ​ເພື່ອ​ໃຫ້ສາມາດຕິດ​ອາ​ວຸດ​ນິ​ວເຄລຍ​ໄດ້.”

ທ່ານ Javad Zarif ກ່າວ​ວ່າ “ສາທາ​ລະນະ​ລັດ ອິສລາມ ​ແຫ່ງ ອີຣ່ານ ​ໄດ້​ພິສູດ ​ແລະ ຈະ​ພິສູດ​ອີກ​ວ່າ ອາວຸດ​ນິວ​ເຄລຍບໍ່​ໄດ້​ຖືກ​ຂຽນ​ລົງບ່ອນ​ໃດໃນ​ຫຼັກອຸດົມ​ການ​ຂອງ​ພວກ​ເຮົາ ​ແລະ ມັນ​ກໍ​ຈະ​ບໍ່​ມີ​ບ່ອນ​ໃດ​ໃຫ້​ຂຽນ​ໃສ່, ດັ່ງ​ນັ້ນ ລູກ​ສອນ​ໄຟ​ຂອງ​ພວກ​ເຮົາກໍແມ່ນ​ບໍ່​ເຄີຍ​ອອກ​ແບບ​ໃຫ້​ຕິດ​ຫົວ​ອາວຸດ​ນິວ​ເຄລຍ ​ເພາະວ່າ ພວກ​ເຮົາ​ບໍ່​ເຄີ​ຍ​ວາງແຜນ​ທີ່​ຈະ​ມີ​ຫົວ​ອາວຸດ​ນິວ​ເຄລຍ ​ແລະ ກໍ​ຈະ​ບໍ່​ມີເລີຍເຊັ່ນ​ກັນ.”

ຂໍ້ຄວາມ​ຂອງ​ທ່ານ Zarif ​ໄດ້ເກີດ​ຂຶ້ນ​ມື້​ໜຶ່ງ​ຫຼັງ​ຈາກ​ເອກ​ອັກຄະ​ລັດຖະທູດ​ ສະຫະລັດ ທ່ານ​ນາງ Samantha Power ​ໄດ້​ອ້າງ​ເຖິງ​ການ​ຍິງ​ລູກ​ສອນ​ໄຟໄລຍະໄກ​ປານ​ກາງ​ໃນ​ວັນ​ທີ 10 ທີ່​ຜ່ານ​ມາ. ທ່ານ​ນາງ​ໄດ້​ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງກ່າວ “ມີຄວາມ​ສາມາດ​ໃນ​ການ​ສົ່ງ​ອາວຸດ​ນິວ​ເຄລຍມາ​ແຕ່​ທຳ​ອິດ​ແລ້ວ.” ​ແລະ ​ໄດ້​ກ່າວ​ວ່າ ວໍ​ຊິງ​ຕັນ ຈະ​ຕອບ​ໂຕ້​ດ້ວຍ “ການ​ກະທຳ​ທີ່​ເໝາະ​ສົມ” ​ໃນ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ.

ຄຽງ​ຄູ່​ກັບ​ທ່ານ Zarif ​ໃນ​ວັນ​ເສົາ​ວານ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ ທ່ານ Frank Walter Steinmeier ​ໄດ້​ກ່າວ​ວ່າ ທ່ານ​ຈະ​ບໍ່​ໃຊ້​ການ​ລາຍ​ງານ​ທາງ​ສື່​ມວນ​ຊົນ​ ເປັນ​ພື້ນ​ຖານ​ສຳລັບການ​ຕັດສິນ​ວ່າ ​ໄດ້​ເກີດ​ມີ​ການ​ລະ​ເມີດ​ກົດໝາຍ​ສາກົນ​ຫຼື​ບໍ່.

Iran Nuclear Deal
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG