ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣ່ານ ຍິງທົດລອງ ລູກສອນໄຟ ຂີປະນາວຸດ ເປັນມື້ທີສອງ


ທຸງອີຣ່ານ ປີວສະບັດ ຢູ່ຕໍ່ໜ້າສຳນັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນ Vienna.
ທຸງອີຣ່ານ ປີວສະບັດ ຢູ່ຕໍ່ໜ້າສຳນັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນ Vienna.

ອີຣ່ານກ່າວ​ວ່າ ​ຕົນ​ໄດ້​ຍິງທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດອີກ
​ສອງ​ລູກ ໃນ​ວັນ​ພຸດ​ມື້​ນີ້ ໜຶ່ງ​ມື້ ​ຫລັງ​ຈາກ​ສະຫະລັດ ​ໄດ້​ຕິຕຽນ​
ການ​ທົດ​ລອງ ທີ່​ອີຣ່ານ​ໄດ້​ໃຫ້ການອະທິບາຍ​ວ່າ ​ເປັນ​ການ​ສະ​
ແດງ​ໃຫ້​ເຫັນເຖິງ “​ອຳນາດ​ໃນ​ການ​ຢັບຢັ້ງ” ຂອງ​ຕົນ.

ສື່ມວນ​ຊົນ​ຂອງ​ອີຣ່ານກ່າວ​ວ່າ ລູກ​ສອນ​ໄຟ​ Qadr H ສອງ​ລູກ
​ໄດ້​ຍິງ​ໃນ​ວັນ​ພຸດ​ມື້ນີ້ ໃສ່ບັນດາ​ເປົ້າ​ໝາຍ ທີ່ຢູ່ຫ່າງ​ໄກ​ 1,400
ກິ​ໂລ​ແມັດ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ
ຕົນມີ​ແຜນ​ທີ່​ຈະ​ຮ້ອງ​ຂໍ​ໃຫ້ ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ
​ຊາດໃຫ້​ທົບ​ທວນ​ສະຖານະ​ການ ​ແລະ "ກົດ​ດັນ​ໃຫ້​ມີ​ການ​ຕອບ​ຮັບ​ທີ່​ເໝາະ​ສົມ.”

​ໂຄສົກ ທ່ານ John Kirby ກ່າວ​ວ່າ “ພວກ​ເຮົາຍັງ​ສືບ​ຕໍ່​ນຳ​ໃຊ້ຢ່າງ​ຂຸ້ນຂ້ຽວ​ເຄື່ອງມືຝ່າ​ຍ
ດຽວຂອງ​ພວກ​ເຮົາ ​ເພື່ອ​ຮັບ​ມືກັບ​ການ​ຂົ່ມຂູ່​ຈາກໂຄງການ​ລູກ​ສອນ​ໄຟຂອງອີຣ່ານ.”

ແຕ່​ວ່າ ທ່ານ Kirby ກໍ​ຮັບ​ຮູ້​ວ່າ ການ​ທົດ​ລອງ​ລູກ​ສອນ​ໄຟບໍ່​ໄດ້​ເປັນທີ່​ຖືກ​ຫ້າມ​ໃນຂໍ້​ຕົກ
ລົງກັບອີຣ່ານ ແລະ​ຫົກ​ປະ​ເທດມະຫາ​ອຳນາດ ​ເພື່ອ​ຕັດໂຄງການ​ນິວ​ເຄລຍຂອງ​ເຕຫະ
ຣ່ານ ​ໃນ​ການ​ແລກປ່ຽນກັບ​ການ​ຍົກ​ເລີກ​ການ​ລົງ​ໂທດ​ຂອງ​ນາໆທີ່​ໄດ້​ເຮັດ​ໃຫ້​ເສດຖະ
ກິດ​ປະສົບ​ກັບ​ບັນຫາ​ນັນ. ການ​ຕົກລົງ​ດັ່ງກ່າວນີ້​ແມ່ນໝາ​ຍຄວາມ​ວ່າ ຈະ​ແກ້​ໄຂ​ຄວາມ
ເປັນ​ຫ່ວງທີ່​ວ່າ ອີ​ຣ່ານກຳ​ລັງ​ດຳ​ເນີນ​ງານ​ເພື່ອ ສ້າງອາວຸດ​ນິວ​ເຄລຍ ​ແຕ່​ອີ​ຣ່ານໄດ້​ປະຕິ
​ເສດ​ມາໂດຍ​ຕະຫລອດ.

ຂໍ້ຕົກລົງ​ໄດ້​ນຳ​ມາສູ່ມະຕິສະບັບໃໝ່ ຂອງສະພາ​ຄວາມ​ໝັ້ນຄົງ ​ສະຫະ​ປະຊາຊາດ ທີ່
ຮຽກ​ຮ້ອງ​ບໍ່​ໃຫ້ອີຣ່ານ “ປະຕິບັດການ​ໃດໆ ທີ່​ພົວພັນ​ກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ອອກ
​ແບບ​ເພື່ອ​ນຳ​ສົ່ງຫົວ​ລະ​ເບີດ​ນິວ​ເຄລຍ ຮວມທັງ​ການ​ຍິງໂດຍໃຊ້​ເທັກ​ໂນ​ໂລ​ຈີ​ລູກ​ສອນ
​ໄຟ​ຂີ​ປະ​ນາ​ວຸດ​ດັ່ງກ່າວ.

XS
SM
MD
LG