ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີອິຣ່ານ ອອກເດີນທາງໄປຢ້ຽມຢາມ ຂົງເຂດອາເມຣິກາລາຕິນ


Південнокорейський транспорт розвертають на кордоні.
Південнокорейський транспорт розвертають на кордоні.

ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad ອອກເດີນທາງໃນ​ວັນ​ອາທິດ
ມື້​ນີ້ ໄປ​ຢ້ຽມຢາມ​ຂົງ​ເຂດອາ​ເມຣິກາ​ລາຕີ​ນ ​ເປັນ​ເວລາ 5 ມື້ ຊຶ່ງ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ
ລັດ​ບັນ​ລະ​ຍາຍ​ວ່າ ເປັນ​ຮ່ອງຮອຍຂອງ​ການ​ດິ້ນຮົນ​ແບບ​ຈົນຕາ​ແຈ ສໍາລັບ​ປະ​ເທດ​ທີ່​ຖືກ​
ລົງ​ໂທດ​ຢ່າງ​ໜັກ​ກ່ຽວ​ກັບ​ໂຄງການ​ນີວ​ເຄລຍ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງຂອງ​ຕົນ​ນັ້ນ.

ທ່ານ​ອາມາ​ດີ​ເນ​ຈາດ ຈະ​ທໍາ​ການ​ຢ້ຽມຢາມ Venezuela ​ເປັນ​ແຫ່ງ​ທໍາອິດ ຫລັງ​ຈາກ​ນັ້ນ​
ຈະ​ຢຸດ​ແວ່​ຢ້ຽມຢາມ​ປະ​ເທດ Nicaragua, ຄິວ​ບາ​ແລະ​ເອກົວ​ດໍ. ສື່​ມວນ​ຊົນແຫ່ງ​ລັດອີ
ຣ່ານ​ໄດ້​ລົງ​ຂ່າວອ້າງ​ຄໍາ​ເວົ້າ​ຂອງ​ປະທານາທິບໍດີ ທີ່​ກ່າວ​ຍ້ອງຍໍ​ຈິດ​ໃຈ​ແຫ່ງ​ການ​ປະຕິວັດ
ຂອງ​ຄະນະ​ນໍາພາ​ຂອງ​ພວກ​ປະ​ເທດ​ເຫລົ່າ​ນັ້ນ.

ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ປະທານາທິບໍດີ​ຂອງ​ອີຣ່ານ​ໄດ້​ຫັນ​ໄປສະ​ແຫວ​ງຫາ​ການ​
ສະໜັບ​ສະ​ໜູນ ຈາກພວກ​ຜູ້​ນໍາ​ຫົວ​ນິຍົມ​ຊ້າຍ​ແລະ​ຕໍ່ຕ້ານ​ອາ​ເມຣິກາ​ ໃນ​ເຂດ​ອາ​ເມຣິກາ​
ລາຕີ​ນ ​ໂດຍ​ສະ​ເພາະ​ປະທານາທິບໍດີ Hugo Chavez ແຫ່ງ Venezuela ຊຶ່ງ​ສ້າງ
ຄວາມ​ກັງວົນ​ໃຈ ​ໃຫ້​ແກ່​ລັດຖະບານ​ກຸງ​ວໍ​ຊິງ​ຕັນຢ່າງຫລວງຫລາຍ​ນັ້ນ.

ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຮຽກຮ້ອງ​ພວກ​ປະ ເທດ​ໃນ​ເຂດ​ອາ​ເມ
ຣິກາ​ລາຕີ​ນ ຈົ່ງ​ຢ່າ​ໄດ້​ຜູກ​ສາຍ​ພົວພັນ​ທີ່​ເລິກ​ເຊິ່ງຂຶ້ນກັບ​ອີຣ່ານ.

ທ່ານ​ນາງ Victoria Nuland ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ກ່າວ
ຫາ​ລັດຖະບານ​ອີຣ່ານວ່າ ​ກໍາລັງ​ພະຍາຍາມຢ່າງ​ສຸດ​ຂີດຊອກຫາ​ເພື່ອນ​ມິດ ແລະເດີນທາງ​
ໄປ​ທົ່ວເພື່ອທ່ຽວ​ຊອກ​ຫາ​ພັນທະມິດ​ໃໝ່.

ໃນ​ລະຫວ່າງ​ການ​ທ່ຽວ​ຢ້ຽມຢາມ​ຂອງ​ທ່ານ​ຄັ້ງ​ນີ້ ທ່ານ​ອາມາ​ດີ​ເນຈາດ​ຈະ​ພົບປະ​ກັບ​ປະທາ
ນາທິບໍດີ Hugo Chavez ​ແຫ່ງ Venezuelaແລະ​ເຂົ້າ​ຮ່ວມ​ໃນ​ພິທີ​ເຂົ້າ​ຮັບ​ຕໍາ​ແໜ່​ງຂອງ
ປະທານາທິບໍດີ Daniel Ortega ​ແຫ່ງ Nicaragua ນໍາ.

XS
SM
MD
LG