ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ກ່າວວ່າ ການທົດລອງ ລູກສອນໄຟ ຂອງຕົນ ຖືກຕ້ອງຕາມກົດໝາຍ


ລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Zarif.
ລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Zarif.

ລັດຖະມົນຕີ ຕ່າງປະ​ເທດ​ອີຣ່ານ ທ່ານ Mohammad Javad
Zarif ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ທົດ​ລອງ​ລູກ​ສອນ​ໄຟ​ໃນ
ອາທິດ​ແລ້ວ​ນີ້ຂອງ​ປະ​ເທດ​ທ່ານ ບໍ່​ໄດ້​ລະ​ເມີດຂໍ້​ຕົກລົງ​ນິວ​ເຄລຍ
ທີ່​ອີຣ່ານ​ໄດ້​ເຊັນ ​ກັບກຸ່ມປະ​ເທດ​ມະຫາ​ອຳນາດໂລກໃນ​ປີ​ກາຍ​ນີ້.

​ໃນ​ການ​ຖະ​ແຫຼງລະຫວ່າງ​ໄປ​ຢ້ຽມຢາມ Australia ທ່ານ Zarif
ກ່າວ​ຢໍ້າວ່າ ອີຣ່ານ ​ເຫັນວ່າ​ລູກ​ສອ​ນໄຟ ​ເປັນ​ມາດ​ຕະການທີ່ສຳ
ຄັນ ​ໃນການ​ປ້ອງ​ກັນ​ຕົນ​ເອງ ​ແລະ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຈະ​ຖືກ​
ນຳ​ໃຊ້​ເພື່ອ​ບັນທຸກຫົວ​ລະ​ເບີດ​ນິວ​ເຄລຍ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ອອກ​ແບບ ລູກ​ສອນ​ໄຟ​ໃດໆ ທີ່ຈະ​
ລຳລຽງ​ໃນ​ສິ່ງ​ທີ່​ພວກ​ເຮົາ​ບໍ່​ມີ.”

ນອກ​ນັ້ນ ທ່ານ​ຍັງ​ໄດ້​ທ້າທາຍຕໍ່ “ບັນດາ​ຜູ້​ຕິຕຽນ​ ກ່ຽວ​ກັບ​ໂຄງການ​ລູກ​ສອນ​ໄຟ​ຂອງ​
ອີຣ່ານ” ​ເພື່ອ​ຮ່ວມກັບ​ອີຣ່ານ ​ໃນ​ການ​ປະກາດ​ວ່າ​ເຂົາ​ເຈົ້າພຽງ​ແຕ່​ໃຊ້​ກຳລັງ​ໃນ​ການ
​ປ້ອງ​ກັນ​ຕົນ​ເອງ.

​ທ່ານ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ໜຶ່ງ​ມື້ ​ຫລັງ​ຈາກ ເອກ​ອັກຄະ​ລັດຖະທູດ​ ສະຫະລັດ ປະ​ຈຳ
ສະຫະ​ປະຊາ​ຊາດ ທ່່ານນາງ Samantha Power ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ຍິງ​
ລູກ​ສອນ​ໄຟ​ແມ່ນ “​ເປັນ​ອັນຕະລາຍ ສ້າງຄວາມບໍ່​ທຸ່ນ​ທ່ຽງ ແລະ​ເປັນ​ການ​ທ້າ​ທາຍ” ​
ແລະ “ບ່ອນທຳລາຍ​ຕໍ່​ໂອກາດທີ່​ຈະມີ​ສັນ​ຕິ​ພາບ” ຢູ່​ໃນ​ຂົງ​ເຂດ.

ຣູບພາບຈາກອົງການຂ່າວ Fars ຂອງອີຣ່ານ ສະແດງໃຫ້ເຫັນ ລູກສອນໄຟ Qadr H ໄລຍະໄກ ຍິງຂື້ນຈາກສະຖານທີປົກປິດ ໃນວັນພຸດ ທີ 9 ເດືອນມີນາ, 2016.
ຣູບພາບຈາກອົງການຂ່າວ Fars ຂອງອີຣ່ານ ສະແດງໃຫ້ເຫັນ ລູກສອນໄຟ Qadr H ໄລຍະໄກ ຍິງຂື້ນຈາກສະຖານທີປົກປິດ ໃນວັນພຸດ ທີ 9 ເດືອນມີນາ, 2016.

ວໍ​ຊິງ​ຕັນ​ ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ ​ແມ່ນ​ເປັນ​ການລະ​ເມີດ​ຕໍ່​ເນື້ອ​ໄນ​ຂອງ ມະຕິສະ
ຫະ​ປະຊາ​ຊາດທີ່ຮັບ​ເອົາ​ໃນ​ເດືອນ​ກໍລະກົດທີ່​ຜ່ານ​ມາທີ່​ໄດ້​ “ຮຽກຮ້ອງ​" ​ໃຫ້ອີ​ຣ່ານ ຢ່າ
ໄດ້ "ດຳ​ເນີນກິດຈະການ​ໃດໆ​ທີ່​ພົວພັນ​ກັບ​ການ​ອອກ​ແບບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​
ຈະ​ສາມາດ​ບັນທຸກຫົວລະ​ເບີດ​ນິວ​ເຄລຍ ຮວມທັງ​ການ​ຍິງ ທີ່​ໃຊ້ເທັກ​ໂນ​ໂລ​ຈີລູກ​ສອນ
​ໄຟ​ຂີ​ປະ​ນາ​ວຸດ​ດັ່ງກ່່າວ.”

ເອັກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງ Samantha Power.
ເອັກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງ Samantha Power.

ທ່ານ John Kirby ​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫ​ະລັດ ກ່າວ​ວ່າ “ພວກ​ເຮົາ​ຮູ້ສຶກ​
ສະບາຍ​ໃຈ​ວ່າ ພວກ​ເຮົາ​ມີ​ກໍລະນີ​ທີ່​ເຂັ້ມ​ແຂງ. ການ​ຍິງ​ລູກ​ສອນ​ໄຟເຫລົ່າ​ນີ້ແມ່ນ​ແຈ້ງ​
ຂາວເປັນ​ການ​ທ້າ​ທາຍ​ຕໍ່​ມະຕິດັ່ງກ່າວ. ບໍ່​ມີ​ຄຳ​ຖາມ​ໃດໆ​ອີກ​ກ່ຽວ​ກັບ​ເລື້ອງ​ນີ້.”

XS
SM
MD
LG