ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານເລີ້ມກໍ່ສ້າງ ໂຮງໄຟຟ້າ ນິວເຄລຍ ແຫ່ງທີສອງ


ແຜນທີ່ປະເທດອີຣ່ານ
ແຜນທີ່ປະເທດອີຣ່ານ

ອີຣ່ານເລີ້ມລົງມື​ສ້າງ​ໂຮງ​ໄຟຟ້າ​ນິວ​ເຄລຍ​ແຫ່ງ​ທີ​ສອງ​ຂອງ​ຕົນ ຊຶ່ງ​ຄາດ​ວ່າ​ຈະ​ໃຊ້​ເວລາ 10 ປີ​ຈຶ່ງ​ຈະ​ແລ້ວ​ສຳ​ເລັດ.

ຣັດ​ເຊຍ​ກຳລັງ​ຊ່ອຍ​ເຫຼືອ​ອີ​ຣ່ານ ​ໃນ​ການ​ສ້າງ​ໂຮງ​ໄຟຟ້າ​ດັ່ງກ່າວຊຶ່ງ​ຕັ້ງຢູ່​ໃນ​ເຂດ​ເມືອງ​ ທ່າ Bushehr ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ຊຶ່ງ​ເມືອງ​ນີ້ ຍັງ​ເປັນ​ທີ່​ຕັ້ງ ຂອງ​ໂຮງ​ໄຟຟ້າ​ນິວ​ເຄລຍອີກໂຮງ​ນຶ່ງ​ຂອງ​ອີ​ຮ່າ​ນ ທີ່​ກຳລັງ​ໃຊ້​ການ​ຢູ່​ໃນ​ເວລາ​ນີ້.

ນີ້​ແມ່ນ​ໂຮງໄຟຟ້າ​ນິວ​ເຄລຍ​ແຫ່ງ​ທຳ​ອິດ ທີ່​ມີ​ກາ​ນສ້າງ​ຂຶ້ນ ນັບ​ຕັ້ງ​ແຕ່​ໄດ້​ມີການລົງນາມ​ໃນຂໍ້​ຕົກລົງ​ດ້ານ​ນິວ​ເຄລຍກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ໃນ​ປີ​ກາຍ​ນີ້ ຊຶ່ງ​ໄດ້​ຈຳກັດ​ຄວາມ​ສາມາດ​ທາງ​ດ້ານ​ນິວ​ເຄລຍຂອງ​ອີ​ຣ່ານນັ້ນ.



Iran has begun building its second nuclear power plant, which is expected to take 10 years to complete.

Russia is helping Iran with building the facility, which is located in the southern port city of Bushehr.That is also the site of Iran's other operational nuclear plant.

It is Iran's first nuclear power plant to be built since signing a deal with world powers last year restricting Iran's nuclear capacity.

XS
SM
MD
LG