ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີອີຣ່ານ ໄດ້ຮັບການປາໄຊ ໃນການເລືອກຕັ້ງຮອບພິເສດ


 Ayatollah Ali Khamenei ຜູ້ນໍາສູງສຸດຂອງອີຣ່ານ.
ວັນທີ 6 ພຶດສະພາ 2012/
Ayatollah Ali Khamenei ຜູ້ນໍາສູງສຸດຂອງອີຣ່ານ. ວັນທີ 6 ພຶດສະພາ 2012/

ຜົນ​ຂອງ​ການ​ເລືອກ​ຕັ້ງ​ຮອບ​ພິ​ເສດ​ຂອງ​ສະພາ​ແຫ່ງ​ຊາດ​ຂອງ​ອິຣ່ານສະ​ແດງ​ໃຫ້​ເຫັນ​ວ່າ ປະທານາທິບໍດີ Mahmoud Ahmadinejad​ໄດ້​ຮັບ​ຄວາມ​ລົ້ມ​ແຫລວ​ທີ່​ສໍາຄັນ​ຊຶ່ງ​ສາມາດ​ມີ​ອິດ​ທິພົນ​ຊັກ​ຈູງ​ຕໍ່​ຜົນຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປີໜ້າ​ນີ້​ກໍ​ເປັນ​ໄດ້.

ອິງ​ຕາມ​ຂອງ​ການ​ປ່ອນ​ບັດ​ທີ່​ສື່​ມວນ​ຊົນ​ຂອງ​ລັດ​ແຈ້ງ​ໃຫ້​ຊາບ​ໃນ​ແລງວັນ​ເສົາ​ວານ​ນີ້ ພວກ​ສະໜັບສະໜຸນ​ທ່ານ Ahmadinejad ​ໄດ້​ຊະນະບ່ອນ​ນັ່ງ​ພຽງ​ແຕ່ 13 ບ່ອນ​ໃນ​ຈໍານວນ​ບ່ອນ​ນັ່ງ​ທັງ​ໝົດ 65 ບ່ອນ​ນັ່ງທີ່​ມີ​ການ​ແຂ່ງຂັນ​ກັນ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ຊຶ່ງ​ຈະ​ລົດ​ຜ່ອນ​ຖານ​ອໍານາດ​ໃນ​ສະພາ​ນິຕິບັນຍັດ​ທີ່​ມີ 290 ບ່ອນ​ນັ່ງນັ້ນ. ພວກ​ຝ່າຍ​ຄັດ​ປະທານາທິບໍດີ Ahmadinejad ​ໄດ້​ຊະນະ​ບ່ອນ​ນັ່ງ 41 ບ່ອນ​ ໃນ​ຈໍານວນ​ບ່ອນ​ນັ່ງ​ທີ່​ມີ​ການ​ແຂ່ງຂັນ​ກັນ ​ໃນ​ຂະນະ​ທີ່​ພວກ​ຜູ້​ສະມັກ​ທີ່​ເປັນ​ອິດ​ສະລະ​ບໍ່​ຂຶ້ນ​ກັບ​ພັກ​ໃດ ​ໄດ້​ຊະນະ 11 ບ່ອນ​ນັ່ງ.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ຍັງ​ສະ​ແດງ​ໃຫ້​ເຫັນ​ເຊ່ນ​ກັນ​ວ່າ ມີ​ສຽງ​ສະໜັບສະ​ໜຸນ​ຢ່າງ​ແຂງ​ແຮງ​ຕໍ່​ຄະນະ​ນໍາພາ​ທາງ​ດ້ານ​ສາສະໜາຂອງ​ອີຣ່ານ ຮວມທັງ​ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ຜູ້​ນໍາ​ສູງ​ສຸດ Ayatollah Ali Khamenei ນັ້ນ.

ຄວາ​ມສໍາພັນ​ລະຫວ່າງ​ທ່ານ Ahmadinejad ​ແລະ​ທ່ານ KhameNei​ໄດ້​ຕົກ​ຢູ່​ໃນ​ສະພາບ​ເຄ່ງ​ຕຶງ​ມາ ຕັ້ງ​ແຕ່ປີ​ແລ້ວ​ນີ້ ​ເວລາ​ປະທານາທິບໍດີ Ahmadinejad ທ້າ​ທາຍສິດ​ອໍານາດ​ຂອງ​ຜູ້​ນໍາ​ສູງ​ສຸດ​ໃນ​ການສະເໜີ​ແຕ່ງ​ຕັ້ງ​ພວກ​ເຈົ້າ​ໜ່າທີ່ຂັ້ງ​ສູງ​ຂອງ​ລັດຖະບານ​ນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຍັງ​ບໍ່​ທັນ​ແຈ້ງ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ສຸດ​ທ້າຍ​ໃຫ້ຊາບ​ເທື່ອ ​ແຕ່​ສື່​ມວນ​ຊົນ​ອີຣ່ານ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ປະຊາຊົນ​ອອກ​ໄປ​ປ່ອນ​ບັດ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ເລືອກ​ຕັ້ງ​ຮອບ​ພິ​ເສດ​ນີ້ ຊຶ່ງ​ກຸງ​ເຕຫະຣ່ານບັນ​ລະ​ຍາຍ​ວ່າ ​ເປັນ​ຮ່ອງຮອຍ​ຂອງ​ຄວາມ​ເຊື່ອ​ຖື​ໃນ​ລະບົບ​ການ​ເມືອງ​ຂອງ​ປະ​ເທດ ​ແລະ​ໃນ​ວິທີ​ການ​ຮັບ​ມື​ຂອງ​ອີຣ່ານ
ກັບ​ຄວາມ​ກົດ​ດັນຂອງ​ຝ່າຍ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ກຸງ​ເຕຫະຣ່ານທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ.

ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ຂອງ​ອີຣ່ານຈະ​ເລີ້ມ​ສະ​ໄໝ​ປະຊຸມ​ກັນ ​ໃນທ້າຍ​ເດືອນ​ນີ້.

ພວກ​ຝ່າຍ​ຄ້ານ​ນິຍົມແນວທາງ​ເດີມຂອງ​ທ່ານ Ahmadinejad​ໄດ້​ຊະນະ​ສຽງ​ສ່ວນ​ຫຼາຍຢ່າງ​ສິ້ນ​ເຊີງ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຮອບທໍາ​ອິດ​ໃນ​ເດືອນ​ມີນາ​ຜ່ານ​ມາ. ປະທານາທິບໍດີ Ahmadinejad ກໍາລັງ​ດໍາລົງ​ຕໍາ​ແໜ່​ງ​ໃນ​ສະ​ໄໝ​ທີ​ສອງ ​ແລະ​ເປັນ​ສະ​ໄໝ​ສຸດ​ທ້າຍ​ຂອງ​ທ່ານ.

XS
SM
MD
LG