ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ກ່າວວ່າ ຕົນສາມາດກັບຄືນ ສູ່ການເຄື່ອນໄຫວນີວເຄລຍ ໃນລະດັບປັດຈຸບັນໄດ້


ທ່ານ Javad Zarif, ລມຕ ຕ່າງປະເທດ ອີຣ່ານ ໂບກມືໃຫ້ ພວກຫວັງດີ ເວລາກັບເມືອຮອດ ເຕຫະຣ່ານ ຫຼັງຈາກ ການເຈລະຈານີວເຄລຍ ທີ່ເມືອງ Lausanne, Switzerland, ວັນທີ 3 ເມສາ 2015.
ທ່ານ Javad Zarif, ລມຕ ຕ່າງປະເທດ ອີຣ່ານ ໂບກມືໃຫ້ ພວກຫວັງດີ ເວລາກັບເມືອຮອດ ເຕຫະຣ່ານ ຫຼັງຈາກ ການເຈລະຈານີວເຄລຍ ທີ່ເມືອງ Lausanne, Switzerland, ວັນທີ 3 ເມສາ 2015.

ທ່ານ Mohammad Javad Zarif ລັດຖະມົນຕີ​ຕ່າງປະ​ເທດ
​ອີຣ່ານກ່າວ​ຕໍ່ຜູ້​ເບິ່ງ​ໂທລະພາບ​ແຫ່ງ​ຊາດ​ຂອງ​ອີຣ່ານວ່າ ອີຣ່ານ
ຈະ​ສາມາດກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ​ດ້ານ​ນີວ​ເຄລຍ​ໃນ​ລະດັບ​
ປັດຈຸບັນ​ນີ້​ໄດ້ ຖ້າ​ຫາກ​ຝ່າຍ​ຕາ​ເວັນ​ຕົກ​ຖອນ​ອອກ​ຈາກ​ຂໍ້​ຕົກລົງ
ນີວ​ເຄລຍ ທີ່​ກຳນົດ​ຈະ​ເຮັດ​ໃຫ້​ແລ້ວ​ແລະ​ເຊັນ​ກັນ ​ໃນ​ເດືອນ​ມິຖຸ
ນາ​ຈະ​ມາ​ເຖິງ​ນັ້ນ.

ທ່ານ​ກ່າວ​ວ່າ“ພວກ​ເຮົາ​ຈະ​ພິສູດ​ໃຫ້​ໂລກ​ເຫັນ​ວ່າ ພວກ​ເຮົາ​
ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ຄຳໝັ້ນ​ສັນຍາ​ຕ່າງໆ​ຂອງ​ພວກ​ເຮົາ ​
ແລະ​ຈະ​ສະ​ແດງ​ໃຫ້​ໂລກ​ເຫັນ​ວ່າ ​ຄົນ​ອື່ນໆ​ກຳລັງ​ຊອກ​ຫາ​
ຂໍ້​ອ້າງ​ຕໍ່ຕ້ານ​ພວກ​ເຮົາ. ​ຫາກ​ແຕ່​ວ່າ ​ເວລາ​ໃດ​ທີ່ຜົນ​ປະ​
ໂຫຍ​ດ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ການລະ​ເມີດ​ໂດຍ​ຝ່າຍ​ອື່ນ ພວກ​ເຮົາ​ກໍຈະ​ຕັດສິນ​ໃຈ​ວ່າ​ຈະ​ເຄື່ອນ​ໄຫວ​ແນວ​ໃດ. ​ເວລ​ໃດ​ຫາກ​ເຮັດ​ຂໍ້​ຕົກລົງແລ້ວ ພວກ​ເຮົາ​ກໍແມ່ນຈະເລືອກ​ເອົາທາງ​ເລືອກ​ນີ້​ຢ່າງ​ແນ່ນອນ ຖ້າ​ຫາກ​ຝ່າຍ​ອື່ນ​ລະ​ເມີດ​ຂໍ້ຕົກລົງ​ ພາຍ​ໃນ​ລະຍະ​ເວລາ​ບໍ່​ຮອດ​ສອງ​ເດືອນ ພວກ​ເຮົາ​ກໍ​ສາມາດ​ກັບ​ຄືນ​ໄປ​ສູ່​ກິດຈະກຳດ້ານ​ນີວ​ເຄລຍ​ ໃນ​ລະດັບ​ປັດຸ​ບັນ​ຂອງ​ພວກ​ເຮົາ​ໄດ້.
"

​ໃນ​ການ​ກ່າວ​ປາ​ໄສ​ທາງ​ວິທະຍຸ​ປະຈຳ​ສັບປະດາໃນ​ວັນ​ເສົາ​ວານ​ນີ້ ປະທານ​າທິບໍດີ​ສະຫະລັດ
ທ່ານ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ອີຣ່ານ​ໄດ້​ຕົກລົງທີ່​ຈະ “ບໍ່​ສະ​ສົມ” ພວກວັດຖຸຕ່າງໆ ທີ່​ຕ້ອງ
ການ​ເພື່ອ​ສ້າງ​ອາວຸດ​ນີວ​ເຄລຍ​ນັ້ນ.

ຂໍ້​ຕົກລົງ​ທີ່​ໄດ້​ບັນລຸ​ກັນ​ໃນ​ວັນ​ພະຫັດ​ສັບປະດາ​ແລ້ວ​ນີ້ ລະຫວ່າງ 6 ປະ​ເທດ​ມະຫາ​ອຳນາດ
​ແລະ​ອີຣ່ານ ​ໄດ້​ປູ​ທາງ​ໄປ​ສູ່​ການເຮັດ​ຂໍ້​ຕົກ​ລົງບັ້ນ​ສຸດ​ທ້າຍໃຫ້ເສັດ​ສິ້ນ​ລົງ​ ພາຍ​ໃນ​ວັນ​ທີ 30 ມິຖຸນາ​ປີ​ນີ້.

Iran Nuclear
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG