ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີສະລະຊີບ ໃນອີຣ່ານ


Cảnh sát Israel đứng gác tại Cửa Damascus thuộc Cổ thành Jerusalem.
Cảnh sát Israel đứng gác tại Cửa Damascus thuộc Cổ thành Jerusalem.

ສື່ມວນຊົນຂອງອີຣ່ານລາຍງານວ່າການໂຈມຕີສະລະຊີບ
ດ້ວຍລະເບີດໄດ້ສັ່ນສະເທືອນເມືອງ Chahbahar ໃນ
ພາກໃຕ້ຂອງອີຣ່ານແລະເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ
38 ຄົນ.

ເຫດລະເບີດດັ່ງກ່າວ ໄດ້ເກີດຂຶ້ນໃກ້ໆວັດແຫ່ງນຶ່ງຂອງສາ
ສະໜາອິສລາມບ່ອນທີ່ພວກສວດມົນພາວະນາໄດ້ໄປໂຮມ
ຊຸມນຸມກັນ ເພື່ອສະຫຼອງບຸນ Ashura ຊຶ່ງເປັນວັນສັກສິດ
ທີ່ສຸດວັນນຶ່ງຂອງສາສະໜາອິສລາມນິກາຍຊີໄອທ໌.

ໂທລະພາບ Al Arabiya ລາຍງານວ່າກຸ່ມ Jundallah
ຫຼືກອງທັບພະເຈົ້າ ຊຶ່ງເປັນກຸ່ມຫົວຮຸນແຮງຊຸນນີ່ ໄດ້ອ້າງເອົາຄວາມຮັບຜິດຊອບໃນການ
ໂຈມຕີຄັ້ງນີ້. ເຂດທີ່ເກີດເຫດລະເບີດ ແມ່ນຢູ່ໃນແຂວງ Sistan-Baluchistan ໃກ້ໆຊາຍ
ແດນປາກິສຖານ. ເຂດດັ່ງກ່າວແມ່ນເປັນຖານທີ່ໝັ້ນ ຂອງກຸ່ມຫົວຮຸນແຮງຈຸນີ້.

ລາຍງານໃນຂັ້ນຕົ້ນແຈ້ງໃຫ້ຊາບວ່າ ມີຜູ້ໂຈມຕີດ້ວຍລະເບີດສະລະຊີບຄົນດຽວ ພົວພັນ
ໃນເຫດລະເບີດແຕ່ເຈົ້າໜ້າທີ່ສາມາດຈັບຜູ້ຕ້ອງສົງໄສຄົນທີ 2 ໄດ້ ກ່ອນທີ່ຜູ້ກ່ຽວຈະບີບ
ຄະນວນລະເບີດໃຫ້ແຕກຂຶ້ນ. ລາຍງານເວົ້າວ່ານອກນັ້ນຍັງມີຜູ້ໄດ້ຮັບບາດເຈັບອີກຫຼາຍ
ກວ່າ 50 ຄົນ.

ວັນບຸນ Ashura ເປັນວັນລະລຶກເຖິງ ການເຖິງແກ່ມໍລະນະພາບ ຂອງພະອີໝຳຮຸດເຊນ
ເມື່ອ 1,300 ກວ່າປີກ່ອນ. ອີໝຳຄົນນີ້ ເປັນຫຼານຊາຍຂອງພະສາສະດາໂມຮຳໝັດ.

XS
SM
MD
LG