ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານ ຈະຊື້ເຮືອບິນອາຍພົ່ນ ຈາກບໍລິສັດແອບັສ 114 ລຳ


ພວກແຂກຍ່າງຜ່ານ ເຮືອບິນໂບອິ້ງ 777-300ER (ຊ້າຍ) ແລະເຮືອບິນແອບັສ A400M (ຂວາ) ໃນລະຫວ່າງງານ ສະແດງເຮືອບິນ ທີ່ສະໜາມບິນ Le Bourget airport ທາງກ້ຳຕາເວັນອອກຂອງນະຄອນປາຣີ.
ພວກແຂກຍ່າງຜ່ານ ເຮືອບິນໂບອິ້ງ 777-300ER (ຊ້າຍ) ແລະເຮືອບິນແອບັສ A400M (ຂວາ) ໃນລະຫວ່າງງານ ສະແດງເຮືອບິນ ທີ່ສະໜາມບິນ Le Bourget airport ທາງກ້ຳຕາເວັນອອກຂອງນະຄອນປາຣີ.

ເຈົ້າໜ້າ​ທີ່​ອີຣ່ານກ່າວ​ວ່າ ສາຍ​ການບິນ​ຂອງ​ຕົນ ຈະ​ທຳ​ການ​
ຕົກລົງ​ຂັ້ນສຸດ​ທ້າຍໃນ​ການ​ຊື້​ເຮືອບິນ​ອາຍ​ພົ່ນ​ 114 ລຳ​ຈາກ​
ບໍລິສັດ​ແອ​ບັສ ​ເວລາ​ປະທານາທິບໍດີ Hassan Rahouni
ຢ້ຽມຢາມ​ປະ​ເທດ​ຝຣັ່ງ​ ໃນ​ມື້ວັນ​ພຸດ​ນີ້.

ສື່​ມວນ​ຊົນ ຂອງ​ອີຣ່ານ​ ​ໄດ້​ອ້າງ​ຄຳ​ເວົ້າຂອງ​ລັດຖະມົນຕີ​ກະ
ຊວງ​ຂົນ​ສົ່ງທ່ານ Abbas Akhoundi ທີ່​ກ່າວ​ວ່າ ສາຍ​ການ
ບິນ​ອີ​ຣ່ານແອແລະ​ບໍລິສັດ​ແອ​ບັສຈະ​ເຊັນ​ຂໍ້​ຕົກລົງ​ດັ່ງກ່າວ​ນີ້.​
ທ່ານ Akhoundi ບໍ່​ໄດ້​ໃຫ້​ເປີດ​ເຜີຍ​ໃຫ້​ຮູ້ ​ກ່ຽວ​ກັບເງື່ອ​ນ​ໄຂ
​ທີ່ສະ​ເພາະ​ເຈາະ​ຈົງ​ໃດໆ​ຮວມທັງ​ລາຄາ​ຂອງ​ເຮືອບິນ​ເຫຼົ່ານີ້.

ລາຄາ​ເຮືອບິນ​ອາດ​ຈະ​ມີ​ມູນ​ຄ່າ​ຫລາຍ​ພັນ​ລ້ານ​ໂດ​ລາ​ ​ແຕ່​ອີຣ່ານກໍ​ຕ້ອງການ​ເຮືອ ບິນ​ເຫລົ່າ​ນີ້​ເປັນ​ທີ່​ສຸດ ​ເພື່ອ​ຍົກ​ລະດັບ​ເຮືອບິນ​ໂດຍສານ​ອາຍ​ພົ່ນ​ຂອງ​ຕົນ​ ທີ່​ໄດ້ຢູ່ໃນສະພາບ ຊຸດໂຊມລົງ ຍ້ອນຖືກລົງ​ໂທດ​ມາ​ເປັນ​ເວລາ​ຫລາຍໆ​ປີ ພ້ອມ​ທັງ​ຂາດ​ການ​ສ້ອມ​ແປງ​ທີ່​ໄດ້​ມາດຕະ ຖານ.​ ຂໍ້​ຕົກລົງ​ສາກົນ​ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ອີ​ຣ່ານ​ທີ່​ເລີ້ມມີ​ຜົນ​ບັງຄັບ​ໃຊ້​ໃນ​ເດືອນ​ນີ້​ ​ໄດ້​ຍົກ​ເລີກ​ກຳ​ແພງ​ກີດ​ກັນ​ເຫລົ່ານັ້ນ.

ທ່ານ Rahouni ມີ​ກຳນົດ​ເດີນທາງ​ໄປ​ຢ້ຽມຢາມ​ຝຣັ່ງ​ໃນ​ເດືອນ​ພະຈິກ​ ​ແຕ່​ການ ຢ້ຽມຢາມ​ໄດ້​ຖືກ​ເລື່ອນ​ເວລາ​ອອກ​ໄປ​ ຫລັງ​ຈາກ​ພວກ​ກໍ່​ການ​ຮ້າຍ​ໄດ້​ໂຈມ​ຕີ​ທີ່​ນະ ຄອນ​ຫລວງປາຣີ.​ ທ່ານ​ໄດ້​ກ່າວ​ຫລັງ​ຈາກ​ນັ້ນວ່າ ທ່ານ​ຄາດ​ວ່າ​ອີຣ່ານຈະ​ໄດ້​ລົງ ນາມ​ໃນ​ຂໍ້​ຕົກລົງ​ກັບ​ບໍລິສັດ​ແອ​ບັສ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານ.

ທ່ານ Rahouni ຈະ​ເປັນ​ປະທານ​ທິບໍດີ​ອີຣ່ານຄົນ​ທຳ​ອິດ​ທີ່​ເດີນທາງ​ໄປ​ຢ້ຽມຢາມ​ຝຣັ່ງ​ໃນ​ຮອບ​ 17 ປີ.

XS
SM
MD
LG