ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານກ່າວວ່າ ຕົນທົດລອງ ຍິງລູກສອນໄຟ ໄດ້ສໍາເລັດ (ເບິ່ງສະໄລດ໌)


ກອງທັບເຮືອອີຣ່ານທົດລອງລູກສອນໄຟໃນລະຫວ່າງການຊ້ອມລົບໃນທະເລ Oman. ວັນທີ 2 ມັງກອນ 2012.
ກອງທັບເຮືອອີຣ່ານທົດລອງລູກສອນໄຟໃນລະຫວ່າງການຊ້ອມລົບໃນທະເລ Oman. ວັນທີ 2 ມັງກອນ 2012.

ອີຣ່ານກ່າວ​ວ່າ ຕົນ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ cruise ​ໄດ້​ຢ່າງ​ສໍາ​ເລັດຜົນ ນຶ່ງ​ມື້​ຫລັງ​ຈາກ​ປະກາດ​ຂ່າວ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ອີກ​ຊະນິດ​ນຶ່ງ​ແລະ​ການ​ພັດທນາ​ໃໝ່​ໃນ​ໂຄງການ​ນີວ​ເຄລຍຂອງ​ຕົນ.

ສື່​ມວນ​ຊົນ​ແຫ່ງ​ລັດ​ລາຍ​ງານ​ຂ່າວ​ວ່າ ການ​ທົດ​ລອງ​ຍິງລູກ​ສອນ​ໄຟ cruise ຈາກ​ພາກ​ພື້ນ​ດິນ​ສູ່​ທະ​ເລໃນ​ວັນ​ຈັນ​ວານ​ນີ້ຊຶ່ງ​ເປັນມື້​ສຸດ​ທ້າຍ​ຂອງ​ການ​ຊ້ອມ​ລົບ​ທາງ​ເຮືອ​.ອີຣ່ານກ່າວ​ວ່າ ການ​ຊ້ອມ​ລົບ​ດັ່ງກ່າວແມ່ນຮວມທັງ​ການ​ທົດ​ລອງລູກ​ສອນ​ໄຟ​ທີ່​ຍິງ​ໄດ້​ໃນໄລຍະ​ພໍ​ປານ​ກາງ​ຈາກ​ພາກ​ພື້ນ​ດິນ​ຂຶ້ນ​ສູ່​ອາກາດໃນ​ວັນ​ອາທິດ​ວານ​ນີ້ຢູ່​ໃກ້ໆ​ກັບ​ຊ່ອງ​ແຄບ​ຍຸດ​ທະ​ສາດ Hormuz ນັ້ນ.

ນອກ​ນັ້ນ​ອີຣ່ານຍັງ​ກ່າວເຊ່ນ​ກັນ​ວ່າ ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ​ຕົນ​ໄດ້​ທົດ​ລອງແລະ​ຜະລິດທໍ່ເຊື້ອ​ເພີງ​ ​ສໍາລັບ​ໃຊ້​ໃນ​ໂຮງ​ໄຟຟ້າ​ນີວ​ເຄລຍ​ໄດ້ຢ່າງ​ສໍາ​ເລັດ​ຜົນ​ເຊ່ນ​ກັນ.

ໂທລະພາບ​ອີຣ່ານກ່າວ​ວ່າ ທໍ່​ເຊື້ອ​ເພີງ​ຊຶ່ງ​ບັນຈຸ​ທາດ​ຢູ​ເຣນຽມ​ທໍາ​ມະ​ຊາດ ແມ່ນເຮັດ​ຢູ່​ໃນ​ອີຣ່ານ​ແລະ​ໄດ້​ສອດ​ເຂົ້າ​ໃສ່​ໃນ​ແກນ​ກາງຂອງ​ເຄື່ອງປະຕິ​ກອນ​ນີວ​ເຄລຍຄົ້ນຄວ້າ​ແຫ່ງ​ນຶ່ງ​ໃນ​ກຸງ​ເຕຫະຣ່ານ.

ທ່ານ Stephen Zunes ນັກວິ​ເຄາະ​ກ່ຽວ​ກັບ​ພາກ​ຕາ​ເວັນ​ອອກ​ກາງກ່າວ​ກັບ​ວີ​ໂອ​ເອວ່າ
ບາດກ້າວ​ດັ່ງກ່າວ​ຂອງ​ອີຣ່ານຈະ​ບໍ່ເປັນໄພ​ຂົ່ມຂູ່ທີ່​ສໍາຄັນ​ຕໍ່​ຄວາມ​ປອດ​ໄພ​ ​ແລະ​ວ່າ​ອີຣ່ານ
ຍັງ​ຢູ່ໄກ​ຫລາຍ ກ່ອນ​ທີ່ຈະ​ພັດທະນາ​ອາວຸດ​ນີວ​ເຄລຍ​ໄດ້.

ທັງ​ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບຕ່າງ​ກໍຢືນ​ຢັດ​ວ່າ ອີຣ່ານກໍາລັງພະຍາຍາມ​ຢ່າງ​
ລັບໆ​ເພື່ອ​ພັດທະນາອາວຸດ​ນີວ​ເຄລຍຂອງ​ຕົນ ​ແຕ່​ທາງອີຣ່ານກ່າວ​ວ່າ ​ເຈດ​ຕະນາ​ໃນ​
ນີວ​ເຄລຍ ​ແມ່ນ​ເພື່ອໃຊ້​ໃນ​ທາງ​ສັນຕິ.

XS
SM
MD
LG