ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢ່າງໜ້ອຍ 2 ຄົນ ເສຍຊີວິດ ຍ້ອນລະເບີດແຕກ ຢູ່ອີຣັກ


ຊາວອີຣັກກວດເບິ່ງຊາກຫັກພັງ ຂອງລະເບີດລົດ ຢູ່ໃນເມືອງ Sadr ໃກ້ເມືອງຫຼວງແບກແດດ ເມື່ອວັນທີ 27 ຕຸລາ 2012
ຊາວອີຣັກກວດເບິ່ງຊາກຫັກພັງ ຂອງລະເບີດລົດ ຢູ່ໃນເມືອງ Sadr ໃກ້ເມືອງຫຼວງແບກແດດ ເມື່ອວັນທີ 27 ຕຸລາ 2012
ເຈົ້າໜ້າທີ່ອິຣັກກ່າວວ່າ ໄດ້ເກີດເຫດລະເບີດສອງບັ້ນພ້ອມກັນ ຢູ່ໃກ້ນະຄອນຫຼວງແບກແດດ ທີ່ສົ່ງຜົນໃຫ້ຢ່າງໜ້ອຍ 2 ຄົນ
ເສຍຊີວິດ ແລະ ບາດເຈັບອີກຫຼາຍຄົນ ໃນວັນອາທິດມື້ນີ້ ນຶ່ງມື້
ຫຼັງຈາກການໂຈມຕີຫລາຍໆບັ້ນ ໄດ້ສັງຫານຫຼາຍກວ່າ 30 ຄົນ.

ຄວາມຮຸນແຮງຄັ້ງລ່າສຸດແມ່ນເກີດຂຶ້ນຢູ່ເມືອງ Mandain ໃກ້
ເມືອງຫຼວງ ແບກແດດ ທາງກໍ້າຕາເວັນອອກສຽງໃຕ້.

ເຫດການລະເບີດ ແລະການຍິງປືນຫຼາຍໆບັ້ນ ເມື່ອວັນເສົາວານ
ນີ້ ໄດ້ສັງ ຫານຢ່າງໜ້ອຍ 31 ຄົນ ສ່ວນໃຫຍ່ແມ່ນພວກສະ
ແຫວງບຸນນິກາຍ Shi’ite ຊຶ່ງການໂຈມຕີບັ້ນຮຸນແຮງທີ່ສຸດແມ່ນ
ເກີດຂຶ້ນ ຢູ່ໃນເມືອງຫຼວງແບກແດດ ບ່ອນທີ່ການວາງລະເບີດ
ຢູ່ຕະຫຼາດກາງແຈ້ງ ແລະສະຖານີລົດເມ ໄດ້ສັງຫານຫຼາຍກວ່າ
15 ຄົນ ແລະ ບາດເຈັບອີກຫຼາຍສິບຄົນ. ສ່ວນໃຫຍ່ ແມ່ນແມ່ຍິງແລະເດັກນ້ອຍ.

ຄື້ນຟອງຂອງການໂຈມຕີຮຸນແຮງດັ່ງກ່າວ ແມ່ນໄດ້ທໍາລາຍຄວາມສະຫງົບຢູ່ໃນອີຣັກ ໃນ ລະຫວ່າງບຸນ Eid al-Adha. ເວລານີ້ຍັງບໍ່ມີ ຝ່າຍໃດອ້າງເອົາຄວາມຮັບຜິດຊອບສໍາລັບ ການໂຈມຕີເຫລົ່ານີ້ເທື່ອ.
XS
SM
MD
LG