ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເອເຊຍ ເປັນເຂດທຳອິດ ທີ່ສາມາດຊື້ Iphone ຮຸ້ນໃໝ່


ລູກຄ້າຄົນນຶ່ງ ໃນຮົງກົງ ເອົາໂທລະສັບ iPhone 5 ທີ່ລາວຫາກໍຊື້ ອອກມາໃຫ້ເບິ່ງ (21 ກັນຍາ 2012)
ລູກຄ້າຄົນນຶ່ງ ໃນຮົງກົງ ເອົາໂທລະສັບ iPhone 5 ທີ່ລາວຫາກໍຊື້ ອອກມາໃຫ້ເບິ່ງ (21 ກັນຍາ 2012)
ແຟນໆຂອງບໍລິສັດ Apple ໃນເຂດເອເຊຍ ເປັນຜູ້ທໍາອິດທີ່ໄດ້
ຮັບ ໂທລະສັບມືຖື Iphone 5 ທີ່ເຂົາເຈົ້າໄດ້ລໍຄອຍມາເປັນເວ
ລານານ ອັນເປັນໂທລະສັບສະຫຼຽວສະຫຼາດຮຸ້ນຫລ້າສຸດຂອງ ບໍລິສັດເທັກໂນໂລຈີຍັກໃຫຍ່ສະຫະລັດ ທີ່ໄດ້ນຳອອກຈຳໜ່າຍ
ຢູ່ຕາມຕະຫລາດທົ່ວໂລກ ໃນວັນສຸກມື້ນີ້.

ບັນດາລູກຄ້າທີ່ກະຕືລືລົ້ນ ພາກັນຢືນລຽນແຖວຢູ່ນອກຮ້ານທີ່
ອອສເຕຣເລຍແລະຍີ່ປຸ່ນ ເພື່ອເປັນຄົນຊື້ໂທລະສັບຜູ້ທໍາອິດຢູ່
ໃນໂລກ. ຢູ່ທີ່ນະຄອນ Sydney ບັນດາແຟນໆພາກັນລໍຖ້າຢູ່
ນອກຮ້ານ ເປັນເວລາສາມວັນ ກ່ອນການນໍາໂທສະສັບອອກ
ຂາຍ. ທີ່ຮົງກົງ ເຈົ້າໜ້າທີ່ບໍລິສັດ Apple ພາກັນຮ້ອງໂຮອອກ
ມາວ່າ “iPhone 5! iPhone 5!" ແລະຍົກຕົບມືກັນໃນຂະນະ
ທີ່ບັນດາລູກຄ້າໄດ້ຖືກພາເຂົ້າໄປໃນຮ້ານເທື່ອລະຄົນ.

ສ່ວນພວກທີ່ພາກັນນອນລໍຖ້າຢູ່ຕໍ່ໜ້າຮ້ານທີ່ສະຫະລັດ ອັງກິດ ການາດາ ຝຣັ່ງ ແລະເຢຍ ລະມັນ ຈະພາກັນສາມາດຊື້ໂທລະສັບໄດ້ ໃນວັນສຸກມື້ນີ້.

ເຖິງແມ່ນວ່າການທົດສອບໃນຂັ້ນຕົ້ນບໍ່ຄ່ອຍກະຕືລືລົ້ນປານໃດກໍຕາມ ແຕ່ບໍລິສັດ Apple ກ່າວວ່າ ໄດ້ມີຄວາມຮຽກຮ້ອງຕ້ອງການໂທລະສັບ iPhone 5 ຢ່າງຫຼວງຫຼາຍ. ບໍລິສັດໄດ້ ຮັບການສັ່ງຈອງຫລາຍກວ່າ 2 ລ້ານໜ່ວຍພາຍໃນ 24 ຊົ່ວໂມງ ຫລັງຈາກໄດ້ເປີດໂຕໂທ ລະສັບດັ່ງກ່າວ ຊຶ່ງເປັນຈໍານວນສອງເທົ່າ ຂອງໂທລະສັບຮຸ້ນກ່ອນ. ນັກວິເຄາະຄາດວ່າ ບໍລິສັດ Apple ຈະຂາຍໂທລະສັບ ຊະນິດໃໝ່ນີ້ ປະມານ 10 ລ້ານໜ່ວຍ ພາຍໃນທ້າຍ ເດືອນກັນຍານີ້.
XS
SM
MD
LG