ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ລັກຂະໂມຍ ຊັບສິນ ດ້ານສະຕິປັນຍາ ຈາກ ສະຫະລັດ


ຈີນລັກຂະ​ໂມ​ຍ​ເອົາ​ຊັບ​ສິນ​ທາງ​ດ້ານ​ສະຕິ​ປັນຍາ ​ເຮັດ​ໃຫ້ ສະຫະລັດ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫລາຍ​ກວ່າ 300 ພັນລ້ານ​ຕໍ່​ປີ.
ຈີນລັກຂະ​ໂມ​ຍ​ເອົາ​ຊັບ​ສິນ​ທາງ​ດ້ານ​ສະຕິ​ປັນຍາ ​ເຮັດ​ໃຫ້ ສະຫະລັດ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫລາຍ​ກວ່າ 300 ພັນລ້ານ​ຕໍ່​ປີ.
ທີ່​ປຶກສາເອກ​ກະ​ຊົນ​ຄະນະ​ນຶ່ງ​ກ່າວ​ວ່າ ການ​ລັກຂະ​ໂມ​ຍ​ເອົາ​
ຊັບ​ສິນ​ທາງ​ດ້ານ​ສະຕິ​ປັນຍາ ​ຊຶ່ງ​ສ່ວນ​ໃຫຍ່​ໂດຍ​ຈີນນັ້ນ ​ເຮັດ​
ໃຫ້ສະຫະລັດ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫລາຍ​ກວ່າ 300 ພັນ
​ລ້ານ​ຕໍ່​ປີ.

ລາຍ​ງານ​ໂດຍ ຄະນະ​ກໍາ​ມາທິ​ການຮັບຜິດ​ຊອບກ່ຽວ​ກັບ​ການ
​ລັກຂະ​ໂມ​ຍ​ເອົາ ຊັບ​ສິນ​ທາງ​ດ້ານ​ສະຕິ​ປັນຍາຂອງ​ອາ​ເມຣິກັນ
ໄດ້​ສະ​ເໜີ​ໃຫ້​ເອົາ​ມາດ​ຕະການທີ່​ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ​ເພື່ອ​ແກ້
​ໄຂ​ບັນຫາ​ດັ່ງ​ກ່າວ ຮວມ​ທັງ​ການ​ລົງ​ໂທດ​ທາງ​ເສດ ຖະກິດການ
ຫ້າມ​ການ​ນໍາ​ສິນຄ້າ​ເຂົ້າ ​ແລະຈົດຊື່ເຂົ້າ​ໄວ້​ໃນ​ບັນຊີດຳ​ບໍ່​ໃຫ້
​ເຂົ້າຮ່ວມ​ຕະຫລາດ​ການ​ເງິນ. ຄະນະ​ກໍາ​ມາທິ​ການທີ່​ບໍ່ສັງກັດ​
ພັກ​ການ​ເມືອງດັ່ງ​ກ່າວ ນີ້​ຊຶ່ງປະກອບ​ດ້ວຍບັນດາ​ອະດີດເຈົ້າ​
ໜ້າ​ທີ່​ຂັ້ນ​ສູງ​ຂອງສະຫະລັດກ່າວ​ວ່າ ທີ່​ປຶກ ສາດ້ານ​ຄວາມ​
ປອດ​ໄພ​ແຫ່ງ​ຊາດ​ ຂອງປະທານາທິບໍດີ ຄວນຊ່ວຍ​ເປັນ​ຜູ້​ນໍາ
ພາໃນ​ການ​ເອົາ​ມາດ​ຕະການຕອບ​ໂຕ້ ​ຕໍ່​ການ​ລັກຂະ​ໂມ​ຍ
ຄວາມ​ລັບຕ່າງໆ​ທາງ​ດ້ານ​ການ​ຄ້າ.

ທ່ານ Jon Huntsman ຊຶ່ງ​ເປັນປະທານຮ່ວມ​ຂອງ​ຄະນະ
ກໍາມາທິການກ່າວ​ວ່າຍຸດ​ທະສາດ​ຂອງວໍ​ຊິງ​ຕັນໃນ​ປັ​ດຈຸ​ບັນ​ນີ້ ​ແມ່ນ​ບໍ່​ເປັນ​ທີ່​ພຽງພໍ​ແລະ​ບໍ່​
ໄດ້​ສະໜອງ ມາດຕະການໆ​ລົງ​ໂທດທີ່​ເຂັ້ມ​ແຂງພໍ​ຕໍ່​ບັນດາ​ຜູ້​ທີ່​ອາດ​ມີ​ສ່ວນ​ພົວພັນ​ໃນ​ການ
​ລັກ ຂະ​ໂມ​ຍທາງ​ອິນ​ເຕີ​ແນັດ.

ທ່ານ Huntsman ຊຶ່ງ​ເປັນ​ອະ​ດີດເອກ​ອັກຄະ​ລັດຖະທູດຂອງສະຫະລັດປະ​ຈໍາ​ຈີນ ​ແລະ
​ອະດີດຜູ້​ສະມັກເປັນ​ປະທານາທິບໍດີສັງກັດພັກຣີພັບ​ບລິກກັນ ກ່າວ​ວ່າ ​ປະທານາທິບໍດີ
BarackObama ຄວນ​ຍົກ​ເອົາ​ບັນຫາ​ດັ່ງກ່າວ​ນີ້ ​ຂຶ້ນມາ​ເປັນ ຫົວ​ຂໍ້​ສໍາຄັນ ​ໃນ​ລະຫວ່າງ​
ການ​ປະຊຸມ​ທີ່​ລັດຄາ​ລີ​ຟໍ​ເນຍ ກັບ​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໃນ​ເດືອນໜ້າ
ນີ້.​
XS
SM
MD
LG