ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ IOC ຈະບໍ່ຫ້າມ ນັກກິລາຣັດເຊຍ ທັງໝົດ ບໍ່ໃຫ້ໄປ ແຂ່ງຂັນ ໃນ Rio Olympics


ທຸງຊາດຂອງຣັດເຊຍ ແລະ ທຸງຂອງ ໂອລິມປຶກ ໂບກສະບັດໄປມາ ໃນລະຫວ່າງ ພິທີເປີດໂອລິມປິກ ລະດູໜາວ ປີ 2014 ໃນນະ
ຄອນ Sochi ຊອງຣັດເຊຍ, ເມື່ອເດືອນກໍລະກົດ 2014.
ທຸງຊາດຂອງຣັດເຊຍ ແລະ ທຸງຂອງ ໂອລິມປຶກ ໂບກສະບັດໄປມາ ໃນລະຫວ່າງ ພິທີເປີດໂອລິມປິກ ລະດູໜາວ ປີ 2014 ໃນນະ ຄອນ Sochi ຊອງຣັດເຊຍ, ເມື່ອເດືອນກໍລະກົດ 2014.

ຄະນະກຳມະການ ໂອລິມປິກສາກົນ ຫຼື IOC ໄດ້ຕັດສິນໃຈຕໍ່ຕ້ານການຫ້າມ ທີມນັກກິລາ ທັງໝົດຂອງຣັດເຊຍ ຈາກການລົງແຂ່ງຂັນ ໃນ Rio Olympics ທີ່ຈະມີຂຶ້ນໃນເດືອນ ໜ້ານີ້ ກ່ຽວກັບຂໍ້ກ່າວຫາຂອງແຜນແນບນຽນໃນການໃຊ້ຢາຊູກຳລັງ.

ໃນການຖະແຫລງ ເມື່ອວັນອາທິດວານນີ້ ປະທານ IOC ທ່ານ Thomas Bach ເວົ້າວ່າ ຄະນະກຳມະການດັ່ງກ່າວ ບໍ່ໄດ້ເວົ້າເຖິງ ການຫ້າມໂດຍລວມ ເພື່ອປົກປ້ອງສິດທິຂອງ ພວກນັກກີລາ ແຕ່ລະຄົນ ຜູ້ທີ່ບໍ່ໄດ້ສວຍໃຊ້ຢາທີ່ຕ້ອງຫ້າມ ເພື່ອສວຍໃຊ້ໂອກາດ ໃນການແຂ່ງຂັນລະດັບສາກົນ.

ທ່ານ Bach ເວົ້າວ່າ “ມັນເປັນສິ່ງດີ ທີ່ຈະເວົ້າເຖິງ ‘ຄວາມຮັບຜິດຊອບໂດຍລວມ’ ແລະ ‘ພວກເຮົາກຳລັງຈະຫ້າມໝົດທຸກຄົນ’ ແຕ່ໃນທີ່ສຸດແລ້ວ ທ່ານຈະສາມາດເບິ່ງເຂົ້າໄປ ໃນໜ່ວຍຕາຂອງນັກກິລາແຕ່ລະຄົນ ທີ່ມີຄວາມກັງວົນກຽວກັບການຕັດສິນຂອງທ່ານ.”

ເຖິງຢ່າງໃດກໍຕາມ IOC ຍັງໄດ້ເນັ້ນວ່າ ບັນທຶກການທົດສອບຢາ ຂອງນັກກິລາຣັດເຊຍ ໝົດທຸກຄົນ ຈະປະເຊີນໜ້າກັບການກວດສອບເບິ່ງຢ່າງຖີ່ຖ້ວນທີ່ສຸດ ໃນລາຍການແຂ່ງ ຂັນລະດູຮ້ອນ ທັງໝົດ 28 ລາຍການ ທີ່ມີກຳນົດຈະເລີ້ມຕົ້ນຂຶ້ນ ໃນ ວັນທີ 5 ສິງຫາ ຢູ່ທີ່ ນະຄອນ Rio de Janeiro.

ສ່ວນຢູ່ໃນ Moscow ເມື່ອວັນອາທິດວານນີ້ ລັດຖະມົນຕີ ກິລາ ຂອງຣັດເຊຍ ທ່ານ Vitaly Mutko ໄດ້ອອກສຽງດ້ວຍຄວາມໂລ່ງໃຈ ທີ່ IOC ບໍ່ໄດ້ກຳນົດການຫ້າມ ໃນ ທົ່ວປະເທດ ທີ່ເປັນການຮຽກຮ້ອງໂດຍ ອົງການ​ຕ້ານ​ການ​ໃຊ້​ຢາ​ຊູ​ກຳລັງ​ຂອງໂລກ ຫລື WADA ໃນລາຍງານ ຢ່າງກວ້າງຂວາງ ເມື່ອສັບປະດາແລ້ວນີ້ ທີ່ໄດ້ເກີດມາຈາກການ ເປົ່າຂ່າວການກະທຳຜິດ ຂອງຄົນຣັດເຊຍທ່ານໜຶ່ງ.

ທ່ານ Mutko ໄດ້ກ່າວໃນວັນອາທິດວານນີ້ວ່າ “ໂດຍທົ່ວໄປແລ້ວ ພວກເຮົາຂໍຂອບໃຈ ຢ່າງຍິ່ງ ຕໍ່ອົງການໂອລິມປິກສາກົນ ສຳລັບ ການຕັດສິນໃຈຂອງມື້ນີ້” ແລະ ທ່ານກ່າວ ຕື່ມວ່າ ທ່ານເຊື່ອວ່າ ອົງການນັ້ນ ຖື “ເອົາຜົນປະໂຫຍດ ຂອງຄວາມສາມັກຄີ ຂອງກິລາ ໂລກ ແລະ ຄວາມສາມັກຄີ ຂອງຄອບຄົວ ໂອລິມປິກ.

ບົດລາຍງານວິຈານຂອງ WADA ທີ່ໄດ້ເປີດເຜີຍ ເມື່ອສັບປະດາແລ້ວນີ້ ໄດ້ກ່າວວ່າ ນັກກິລາຂອງຣັດເຊຍ ຫຼາຍກວ່າ 30 ຄົນ ໄດ້ສວຍໃຊ້ໂອກາດໃນກິລາ ຫຼາຍປະເພດ ຈາກແຜນການທີ່ແນບນຽນ ໜູນຫຼັງໂດຍລັດຖະບານ ເພື່ອປອມແປງກົດລະບຽບ ຕໍ່ຕ້ານການໃຊ້ຢາຊູກຳລັງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Russia Hails IOC Decision to Allow Clean Athletes to Compete in Rio
please wait

No media source currently available

0:00 0:02:13 0:00

XS
SM
MD
LG