ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄະນະກຳມະການ ໂອລິມປິກສາກົນ ຊັ່ງຊາ ຈະຫ້າມ ນັກກິລາຣັດເຊຍ ເຂົ້າແຂ່ງຂັນ ຫຼືບໍ່

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໂອ້ລົມກັບ ນັກກິລາ Mayor Elena Isinbaeva ທີ່ເມືອງ Sochi ໃນປີ 2014 ໃນການແຂ່ງຂັນກິລາໂອລິມປິກລະດູໜາວ.

ຄະນະ​ກຳມະການ​ກິລາ​ໂອ​ລິ​ມປິກສາກົນ ຫລື IOC ກຳ​ລັງ​ພິຈາລະນາ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຈະ​ຫ້າມ​ພວກ​ນັກ​ກິລາ​ທັງ​ໝົດ​ຂອງຣັດ​ເຊຍ ​ຈາກ​ການເຂົ້າແຂ່ງ​ຂັນ ​ໃນກິລາ​ໂອ​ລິ​ມປິກ​ ທີ່​ປະ​ເທດ​ບຣາຊິ​ລ ​ໃນ​ເດືອນ​ໜ້ານີ້ ຫຼືບໍ່ ກ່ຽວ​ກັບ​ການ​ກ່າວ​ຫາ​ໃຊ້​ຢາ​ຊູ​ກຳລັງນັ້ນ.

ຄະນະ​ກຳມະການ​ບໍລິຫານ​ກິລາ​ໂອ​ລິ​ມປິກ​ສາກົນ ຫລື IOC ຮຽກ​ປະຊຸມ​ທາງ​ໂທລະສັບ ນຶ່ງ​ມື້​ຫລັງ​ຈາກ​ອົງການ​ຕໍ່ຕ້ານ​ການ​ໃຊ້​ຢາຊູ​ກຳລັງ ຫລື WADA ​ໄດ້​ນຳ​ອອກເຜີຍ​ແຜ່ ​ລາ​ຍງານ​ທີ່​ເປັນ​ອິດສະຫຼະ ​ໂດຍອ້າງ​ເຖິງ​ ການໃຊ້​ຢາຊູ​ກຳລັງ ທີ່​ໄດ້​ຮັບ​ຄວາມ​ອຸບປະ​ຖຳ​ໂດຍ​ລັດຖະບານຂອງ​ພວກ​ນັກ​ກິລາຣັດ​ເຊຍ ຢູ່​ໃນ​ການ​ແຂ່ງຂັນ​ກິລາໂອ​ລິ​ມປິກລະດູ​ໜາວ ​ໃນ​ປີ 2014 ທີ່​ນະຄອນ Sochi ປະທດຣັດ​ເຊຍ.

ອົງການ WADA ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ກຳ​ມະ​ການ IOC ຫ້າມ​ບັນດາ​ນັກ​ກິ ລາ​ຣັດ​ເຊຍທັງ​ໝົດ ​ແລະ​ພວກ​ເຈົ້າ​ໜ້າ​ທີ່ ບໍ່​ໃຫ້ເຂົ້າ​ຮ່ວມ​ການ​ແຂ່ງຂັນກິລາໂອ ລິ​ມປິກລະດູ​ຮ້ອນ​ ​ທີ່ປະ​ເທດ​ບຣາຊິ​ລ.

ນັກ​ກິລາ​ແລ່ນແລະ​ລານຂອງຣັດ​ເຊຍ ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມການ​ແຂ່​ງຂັນ ​ກິ​ລາໂອ​ລິ​ມປິກສາກົນ​ໂດຍ​ຄະນະ​ກຳມະການທີ່​ຄຸ້ມ​ຄອງ.

ຢູ່​ໃນ​ຖະ​ແຫລ​ງການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້ ອົງການ IOC ກ່າວ​ວ່າ​ຕົນ​ຈະ “ສຶກສາ​ຢ່າງ​ລະມັດລະວັງໃນ​ຄວາມ​ສະ​ລັບ​ຊັບຊ້ອນ ​ແລະ​ລາຍ​ລະອຽດ​ຂອງ​ການ​ກ່າວ​ຫາ ​ໂດຍ​ສະ​ເພາະ ​ກ່ຽວ​ກັບກະຊວງ​ກິລາຣັດ​ເຊຍ.”

​ປະທານອົງການ​ກິລາ​ໂອ​ລິ​ມປິກ​ສາກົນ ທ່ານ Thomas Bach ກ່າວ​ວ່າ “ອົງ ການ IOC ຈະ​ບໍ່​ລັ່ງ​ເລ​ໃຈ ​ທີ່​ຈະ​ເອົາ​ບາດກ້າວ​ລົງ​ການໂທດ​ຢ່າງ​ເຄັ່ງ​ຄັດສຸດ ທີ່​ມີ​ຕໍ່​ບຸກຄົນ​ໃດ​ກໍ​ຕາມ ຫລື​ອົງການ​ໃດ​ທີ່​ພົວພັນໃນ​ເລື້ອງ​ນີ້.”

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ສັ່ງ​ໃຫ້ລັດຖະມົນຕີ​ກິລາ ຂອງ​ທ່ານ ພັກ​ວຽກ ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອລໍຖ້າ​ຜົນ​ການ​ສືບ​ສວນ ​ແຕ່ກໍຍັງມີ ຄວາມ​ສົງໄສ ​ກ່ຽວ​ກັບ​ຄວາມ​ຖືກຕ້ອງ​ຂອງ​ລາຍ​ງານ​ອົ​ງການ WADA.

“ການ​ກ່າວ​ຫາ​ຕໍ່ບັນດາ​ນັກ​ກິລາຣັດ​ເຊຍ ​ໄດ້​ສ້າງ​ຂຶ້ນ​ມາ​ຍ້ອນຄຳ​ໃຫ້ການຂອງ​ຄົນ​ຜູ້​ດຽວ ຄົນ​ທີ່​ມີ​ຊື່​ສຽງໃນ​ຂ່າວ​ນອງ​ນັນ” ຜູ້ນຳຣັດ​ເຊຍ​ໄດ້​ກ່າວ​ຢູ່ໃນ​ຖະ​ແຫລ​ງ ການ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ແວັບ​ໄຊ​ຕ໌ ຂອງທາງ​ການ​ວັງ Kremlin.

ທ່ານ Putin ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຄືກັບການ​ບໍ່​ເຂົ້າຮ່ວມ​ຫຼືບອຍຄອດ​ຂອງ​ໂຊ​ຫວຽດ ​ແລະ​ອາ​ເມຣິກັນ ຕໍ່ກິລາ​ໂອ​ລິ​ມປິກ​ທີ່​ຜ່ານ​ມາ ການ​ເມືອງ​ອີກ​ຄັ້ງ​ນຶ່ງເປັນ​ເລື້ອງ​ສຳຄັນ​ສຸດ​ໃນປັດ​ຈຸ​ບັນ ທີ່​ຮັດ​ເຊຍ​ລັກໃຊ້​ຢາຊູ​ກຳລັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG