ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອາກາດ​ເປີ​ເປື້ອນ ມີຜົນກະທົບ ຕໍ່ສຸຂພາບໄດ້


ຄວັນພິດເປິເປື້ອນ
please wait

No media source currently available

0:00 0:02:11 0:00

ຄວັນພິດເປິເປື້ອນ

ຫວ່າງ​ມໍ່ໆ​ມາ​ນີ້ ອົງການ​ອະນາ​ໄມ​ໂລກ ຫຼື WHO ​ໄດ້​ເຊື່ອ​ມ​ໂຍ​ງຄວາມ​ເປີ​ເປື້ອນຂອງ​ອາກາດ ​ໃສ່​ການ​ເສຍ​ຊີວິດ​ກ່ອນ​ໄວ​ອັນ​ຄວນ ​ທີ່​ເອີ້ນ​ວ່າ premature deaths ຈຳນວນ​ຫຼາຍ​ລ້ານ​ຄົນ​ ໃນ​ທົ່ວ​ໂລກ. ອາກາດ​ເປີ​ເປື້ອນ​ສ່ວນ​ໃຫຍ່ ​ແມ່ນເກີດຈາກ​ການ​ເຜົາໄໝ້ເຊື້ອ​ໄຟ ທີ່​ມາ​ຈາກ​ຊາກ​ພືດ​ ແລະ​ສັດ ​ເພື່ອ​ຜະລິດໄຟຟ້າ ​ແລະ​ການ​ຂົນ​ສົ່ງ ທີ່​ປົກ​ຄຸມ​ຫຼາຍໆ​ເມືອງ​ດ້ວຍ​ຄວັນ​ພິດ. ​ແຕ່​ວ່າ​ສະພາວະ​ອາກາດ​ເປີ​ເປື້ອນນັ້ນ ບໍ່​ແມ່ນ​ວ່າ​ຈະມ​ອງ​ເຫັນ​ໄດ້ໝົດ​ທຸກແບບ. ກ້ອງ​ຖ່າຍ​ພາບ​ແບບ infrared ​ໄດ້​ຖືກນຳ​ໃຊ້​ທີ່​ນະຄອນ London ​ເພື່ອ​ຊ່ອຍ​ເບິ່ງ​ອາກາດ​ເປີ​ເປື້ອນ ທີ່​ຜູ້​ຄົນ​ມອງບໍ່​ເຫັນນັ້ນ. ​ດັ່ງ​ທີ່​ພວກ​ເຮົາໄດ້​ຟັງ​ໃນລາຍ​ງານ​ຂອງ Deborah Block ນັກ​ຂ່າວ​ຂອງ VOA ທີ່ກ່າວ​ວ່າ ຜົນ​ຂອງ​ການ​ສະຫຼຸບ​ນີ້ ກໍ​ແມ່ນ​ວ່າ ຈະ​ສາມາດຊ່ອຍ​ໃຫ້​ຜູ້​ຄົນຫຼີກ​ເວັ້ນສະຖານ​ທີ່ ​ທີ່​ມີ​ອາກາດ​ເປີ​ເປື້ອນທີ່​ສຸດ ຊຶ່ງວັນນະ​ສອນ ຈະ​ນຳເອົາ​ລາຍ​ລະອຽດ ມາສະ​ເຫນີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ອາກາດ​ເປິ​ເປື້ອນ ​ແມ່ນຂີ້ຮ້າຍລົງ​ຕື່ມ​ກວ່າ​ທີ່​ເຄີຍ​ເປັນ​ມາ ຢູ່​ໃນ​ຫຼາຍໆ​ບ່ອນແລະສາມາດ​ສົ່ງ​ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງຕໍ່​ສຸຂະພາບ ຕົວຢ່າງ​ເຊັ່ນ ​ໂຣກຫອບ​ຫືດ ພ້ອມ​ທັງ​ໂຣກຫົວ​ໃຈ ​ແລະ​ໂຣກລະບົບ​ຫາຍ​ໃຈ​ເປັນ​ຕົ້ນ.

ຄວັນພິດ ຈາກ​ພວກ​ລົດ ​ແລະ​ລົດ​ບັນທຸກ​ທັງຫຼາຍ ​ແມ່ນ​ສາ​ເຫດ​ສຳຄັນທີ່​ພາ​ໃຫ້ ອາກາດ​ເປີ​ເປື້ອນ​ໃນ​ທົ່ວ​ໂລກ. ​ໃນ​ນະຄອນ​ລອນ​ດອນ ກ້ອງ​ຖ່າຍ infrared ສາ ມາດ​ຈັບ​ຄວັນພິດ​ທີ່​ຜູ້​ຄົນ​ບໍ່​ສາມາດ​ເບິ່ງ​ເຫັນ​ໄດ້ ຊຶ່ງກ້ອງດັ່ງກ່າວ​ນີ້ ສາມາດ​ທີ່​ຈະ​ຖ່າຍ​ພາບ ທີ່​ມາ​ຈາກກະ​ແສຄວາມ​ຮ້ອນ​ໄດ້.

ທ່ານ Martin William ອາຈານ​ສອນ ກ່ຽວ​ກັບ​ຄຸນ​ນະພາ​ບຂອງ​ອາກາດ​ ທີ່ King College ກ່າວ​ວ່າ “ຄວັນພິດ ນັ້ນ​ແມ່ນບໍ່​ສາມາດ​ມອງ​ເຫັນ​ໄດ້​ໃນ​ສ່ວນ​ໃຫຍ່, ຊຶ່ງ​ບໍ່​ຄື​ກັນ​ກັບ​ເມື່ອ​ຊຸມ​ປີ 1950 ​ແລະ 1960 ​ເພາະສະ​ນັ້ນ ​ເທັກ​ໂນ​ໂລ​ຈີ​ທັງຫຼາຍ​ທັງ​ປວງ ທີ່ສາມາດ​ຊ່ອຍໃຫ້​ຜູ້​ຄົນມອງ​ເຫັນ​ບັນຫາ​ຕ່າງໆ​ນີ້​ໄດ້ ​ແລະ​ມັນ​ກໍ​ຈະ​ສາມາດ ​ຊ່ອຍ​ເຜີຍ​ແຜ່ຂໍ້​ມູນ ​ໃຫ້ທຸກໆ​ຄົນ​ໄດ້​ຮູ້​ກັນ​ໄປ​ທົ່ວ.”

ຂໍ້​ມູນ​ດັ່ງກ່າວ​ນີ້ ​ແມ່ນຍັງຮວມທັງໄພອັນຕະລາຍ​ຂອງຄາ​ບອນ​ໄດ​ອ໊ອກ​ໄຊ​ເຂົ້າຢູ່ໃນ​ບັນຍາກາດ ຊຶ່ງ​ຕົ້ນຕໍ່​ແລ້ວ ​ແມ່ນ​ການຈູດ​ເຜົາໄຮ່ ຊຶ່ງຄວັນພິດຄາ​ບອນ​ໄດ​ອ໊ອກ​ໄຊ​ນີ້ ​ແມ່ນ​ເປັນ​ພາກສ່ວນ​ສຳຄັນ​ທີ່​ພາ​ໃຫ້​ມີການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ ກາດ.

ທ່ານ Andreas Zinssmeister ຈາກ FLIR Systems ກ່າວ​ວ່າ “ທຸກ​ຄົນ​ແມ່ນ​ພາກັນ ເວົ້າກັນ​ກ່ຽວ​ກັບ​ການ​ຫຼຸດການ​ປ່ອຍຄັວນພິດ, ການ​ຫຼຸດການ​ປ່ອຍຄາ​ບອນ​ໄດ​ອ໊ອກ​ໄຊ​, ​ແຕ່​ມັນ​ບໍ່​ແມ່ນ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະ​ມອງ​ເຫັນ​ດ້ວຍ​ຕາ​ເປົ່າ ​ເພາະສະ​ນັ້ນ ພວກ​ເຮົາຈຶ່ງຮັບ​ຮູ້​ວ່າ ເທັກ​ໂນ​ໂລ​ຈີ​ແມ່ນ​ສາມາດ​ທີ່​ຈະມອງ​ເຫັນ​ໄດ້ ທີ່​ຈະ​ຊ່ອຍ​ໃຫ້​ພວກ​ທ່ານ​ໄດ້​ຮຽນ​ຮູ້ ​ກ່ຽວກັບເລື້ອງທີ່​ສຳຄັນ​ນີ້.”

ກ້ອງ​ຖ່າຍ​ພາບ infrared ຈາກ ລະບົບ FLIR ສາມາດສະ​ແດງໃຫ້​ເຫັນ ຄວັນພິດຕ່າງໆ
ຊຶ່ງ​ຮວມທັງຄາ​ບອນ​ໄດ​ອ໊ອກ​ໄຊ​ ທີ່​ໄດ້​ປິວ​ຈາກ​ແຫຼ່ງຂຶ້ນສູ່​ອາກາດ.

ທ່ານ Zinssmeister ກ່າວ​ວ່າ “ທ່ານ​ຈະ​ເລີ້ມ​ຈາກ​ຮູບ​ພາບ​ທີ່​ເປັນ​ສີຂີ້​ເທົ່າ ​ແລະ​ທ່ານ​ກໍ​ສາມາດ​ພັດ​ປ່ຽນ​ເບິ່ງ​ຕາມ​ລະດັບ ຊຶ່ງ​ແຕ່​ລະ​ລະດັບ​ນັ້ນສະ​ແດງ​ໃຫ້​ເຫັນ​ເຖິງ​ພາບ​ທີ່​ແຕກ​
ຕ່າງ​ກັນ​ອອກ​ໄປ ​ແລະ​ມັນ​ຍັງສໍ່​ໃຫ້​ເຫັນ​ສິ່ງ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ.”

​ໃນ​ເມື່ອ​ວ່າ ​ກ້ອງ​ຖ່າຍ​ພາບ infrared ແມ່ນ​ມີ​ລາຄາ​ແພງ​ຫຼາຍ ວິ​ໄສ​ທັດ​ຂອງ​ທາງບໍລິສັດ​ນັ້ນ​ແມ່ນ​ວ່າ ມື້​ນຶ່ງ​ທີ່​ໂທລະສັບ​ມື​ຖືສາມາດ​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ​ແບບ​ດຽວ​ກັນ​ນີ້ແລ້ວ ມັນ​ຈະສາມາດ​ຊ່ອຍ​ໃຫ້​ພວກ​ປະຊາຊົນ ຫຼີກ​ເວັ້ນຈາກບ່ອນ​ທີ່​ມີ​ຄວັນພິດ​ຫຼາຍ​ນັ້ນ.

ທ່ານ Zinssmeister ກ່າວ​ວ່າ “ພວກ​ເຮົາ​ຊາບ​ເຖິງ​ເລື້ອງ​ນີ້​ແລ້ວ ຈາກ​ລະບົບ​ເຊັນ​ເຊີ
ທີ່​ຕິດຕັ້ງ​ໃສ່​ໂທລະສັບ​ມື​ຖື ຫຼືເຄື່ອງ​ຕິດ​ຕັ້ງ​ຂະໜາດ​ນ້ອຍ​ ໃສ່​ໂທລະສັບ​ມື​ຖື​ຂອງທ່ານ​ໄດ້ ​ເພາະສະ​ນັ້ນ​ເຮົາ​ເວົ້​າ​ເຖິງເທັກ​ໂນ​ໂລ​ຈີການ​ເຊັນ​ເຊີ​ທີ່​ລ້ຳ​ໜ້າ ຊຶ່ງ​ໃນ​ປະຈຸ​ບັນ​ນີ້​ແມ່ນຍັງ​ໃຫຍ່ທີ່​ຈະ​ຕິດ​ຕັ້ງໃສ່​ໂທລະສັບ​ສະຫຼາດ, ຄວາມ​ຈິງ​ແລ້ວ ຖ້າ​ຫາກ​ວ່າ​ເທັກ​ໂນ​ໂລ​ຈີ​ ​
ເຄື່ອນ​ຍ້າຍ​ໄປ​ທາງ​ໜ້າ​ຕື່ມ ​ແລະ​ພວກ​ກໍ​ຄາດວ່າ ມັນ​ຈະ​ສາມາດບັນຈຸ​ຢູ່​ໃນ​ໂທລະສັບ​
ມື​ຖື ຂະໜາດ​ນ້ອຍ​ໄດ້​ແລະ​ນັ້ນ ເປັນສິ່ງ​ທີ່​ໜ້າ​ສົນ​ໃຈ ທີ່​ຈະເຂົ້າ​ໄປ​ຊອກ​ຄົ້ນ​ຫາ ​ສຳລັບ​ພວກ​ເຮົາ.”

​ໃນ​ຂະນະ​ດຽວ​ກັນ​ນີ້ ພວກ​ນັກ​ຊ່ຽວຊານ​ທັງຫຼາຍ​ກ່າວ​ວ່າ ການ​ເຄື່ອງ​ຍ້າຍ​ພຽງ​ບໍ່​ເທົ່າ​ໃດ​ຊັງ​ຕີ​ແມັດ ​ໄປຈາກຄວັນຕ່າງໆ ທ່ານ​ຈະ​ເຫັນການ​ຫຼຸດຜ່ອນ​ລົງ​ຢ່າງ​ຫຼວງ ຫຼາຍຈາກ​ອັນຕະລາຍ​ຂອງ​ຄວັນ​ຜິດ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG