ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມູນຄ່າ ການລົງທຶນ ໃນລາວ ເພີ່ມຂຶ້ນ ຫຼາຍກວ່າ 1,160 ລ້ານ ໂດລາ


ເຂດເສດຖະກິດພິເສດສາມຫລ່ຽມຄໍາທີ່ລົງທຶນໂດຍຈີນ
ເຂດເສດຖະກິດພິເສດສາມຫລ່ຽມຄໍາທີ່ລົງທຶນໂດຍຈີນ
ມູນຄ່າການລົງທຶນໃນລາວ ເພີ່ມຂຶ້ນຫຼາຍກວ່າ 1,160 ລ້ານ
ໂດລາໃນຊ່ວງ 6 ເດືອນ ທໍາອິດຂອງປີ 2013 ໂດຍການລົງ
ທຶນໃນພາກພະລັງງານແລະການຂຸດຄົ້ນແຮ່ທາດຍັງມີມູນຄ່າ
ສະສົມຫຼາຍທີ່ສຸດ
ລິງໂດຍກົງ

ທ່ານບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການກະຊວງ
ແຜນການແລະການລົງທຶນຖະແຫຼງວ່າ ໃນລະຍະ 6 ເດືອນທໍາ
ອິດຂອງປີ 2013 ນີ້ ການລົງທຶນຂອງເອກກະຊົນລາວ ແລະຕ່າງ
ຊາດເພີ່ມຂຶ້ນ 29 ໂຄງການຄິດເປັນມູນຄ່າລວມຫຼາຍກວ່າ 1,160 ລ້ານໂດລາ ໂດຍໃນນີ້
ແບ່ງເປັນການລົງທຶນຂອງເອກກະຊົນໃນລາວ ໃນມູນຄ່າ 192.2 ລ້ານໂດລາ ຫຼືຄິດເປັນ 16.45% ເທົ່ານັ້ນ ຂອງມູນຄ່າການລົງທຶນທັງໝົດ ສ່ວນທີ່ເຫຼືອນັ້ນເປັນການລົງທຶນຈາກ
ຕ່າງປະເທດໃນມູນຄ່າລວມຫຼາຍກວ່າ 967 ລ້ານໂດລາ.

ການລົງທຶນໃນພາກພະລັງງານແລະຂຸດຄົ້ນແຮ່ທາດຍັງນໍາໜ້າການລົງທຶນ ໃນພາກອື່ນໆ
ກໍຄືການລົງທຶນໃນພາກພະລັງງານມີມູນຄ່າລວມ 739 ລ້ານໂດລາ ຕິດຕາມດ້ວຍການ
ຂຸດຄົ້ນແຮ່ທາດໃນມູນຄ່າ 271 ລ້ານໂດລ່າ ແລະພາກການກໍ່ສ້າງ 100 ລ້ານໂດລາ ສ່ວນທີ່
ເຫຼືອກໍເປັນການລົງທຶນໃນພາກບໍລິການ ແລະກະສິກໍາ ຕາມລໍາດັບ ຊຶ່ງຈາກມູນຄ່າການ
ລົງທຶນທັງໝົດດັ່ງກ່າວ ກໍທຽບໄດ້ກັບ 65% ຂອງເປົ້າໝາຍຕະຫຼອດປີທີ່ຄາດວ່າ ຈະມີມູນ
ຄ່າການລົງທຶນເພີ່ມຂຶ້ນເຖິງ 1,785​ ລ້ານໂດລານັ້ນເອງ.

ກ່ອນໜ້ານີ້ ທ່ານອາຈົງ ລາວເມົາ ຮັກສາການຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນ
ການ ແລະການລົງທຶນ ໄດ້ຖະແຫຼງວ່າການລົງທຶນຂອງຕ່າງປະເທດ ໃນລາວມີມູນຄ່າສະ
ສົມຫຼາຍກວ່າ 22,000 ລ້ານໂດລາແລ້ວ ນັບຈາກປີ 1988 ເຖິງທ້າຍປີ 2012 ທີ່ຜ່ານມາ
ໂດຍມີການລົງທຶນທັງໝົດ 4,493​ ໂຄງການ ຊຶ່ງຖ້າຫາກຄິດໄລ່ການລົງທຶນໃນຊ່ວງ 6 ເດືອນ
ທໍາອິດຂອງປີ 2013 ນີ້ເຂົ້າໄປນໍາ ກໍຈະໄດ້ວ່າການລົງທຶນຂອງຕ່າງປະເທດໃນລາວ ມີມູນ
ຄ່າສະສົມເຖິງ 23,000 ລ້ານໂດລາແລ້ວ,

ສໍາລັບພາກທຸລະກິດທີ່ມີມູນຄ່າການລົງທຶນສະສົມຫຼາຍທີ່ສຸດນັ້ ກໍຄືພາກອຸດສາຫະ ກໍາຂຸດຄົ້ນແຮ່ທາດທີ່ມີມູນຄ່າການລົງທຶນສະສົມກວ່າ 6,000 ລ້ານໂດລາ ຕິດ ຕາມດ້ວຍພາກພະລັງງານມີມູນຄ່າລົງທຶນສະສົມເຖິງ 5,740 ລ້ານໂດລາ ສ່ວນ ພາກກະສິກໍາ ກໍມີມູນຄ່າການລົງທຶນສະສົມເກີນກວ່າ 2,700. ສ່ວນໃນພາກບໍລິ ການກໍມີມູນຄ່າການລົງທຶນສະສົມຫຼາຍກວ່າ 2,200 ລ້ານໂດລ່າ ຕາມລໍາດັບ.

ສວນປູກຕົ້ນຢາງຂອງບໍລິສັດຫ່ວງແອງ ຊາລ່າຍ ທີ່ແຂວງອັດຕະປື
ສວນປູກຕົ້ນຢາງຂອງບໍລິສັດຫ່ວງແອງ ຊາລ່າຍ ທີ່ແຂວງອັດຕະປື

ສໍາລັບພາກສ່ວນທີ່ມີມູນຄ່າການລົງທຶນສະສົມໃນລາວຫຼາຍທີ່ສຸດ
ນັ້ນ ກໍແມ່ນບັນດາລັດວິສາຫະກິດ ແລະບໍລິສັດເອກກະຊົນຫວຽດ
ນາມ ໂດຍມີມູນຄ່າສະສົມເຖິງ 5,600 ລ້ານໂດລາແລ້ວ ແລະເປັນ
ການລົງທຶນໃນ 440 ໂຄງການນັບຕັ້ງແຕ່ປີ 1989 ເປັນຕົ້ນມາ ຈົນ
ເຖິງປັດຈຸບັນ.

ຍິ່ງໄປກວ່ານັ້ນ ທາງການຫວຽດນາມຍັງໄດ້ຢືນຢັນຕໍ່ກອງປະຊຸມ
ພາກທຸລະກິດລາວ-ຫວຽດນາມຢູ່ນະຄອນວຽງຈັນເມື່ອບໍ່ດົນມານີ້
ວ່າຈະເພີ່ມການລົງທຶນໃນລາວຂຶ້ນເປັນ 2 ເທົ່າ ພາຍໃນປີ 2015 ຊຶ່ງກໍມີຄວາມເປັນໄປໄດ້ສູງ ທີ່ຈະເກີດຂຶ້ນໄດ້ຢ່າງເປັນຮູບປະທໍາ ເພາະໄດ້ຮັບການສະ
ໜັບສະໜຸນສົ່ງເສີມຈາກທາງການລາວ ເປັນຢ່າງດີ ດັ່ງທີ່ທ່ານ ສົມດີ ດວງດີ ລັດຖະມົນຕີ
ກະຊວງແຜນການແລະ ການລົງທຶນ ໄດ້ໃຫ້ການຢືນຢັນວ່າ:

ເພື່ອຕອບສະໜອງການສົ່ງເສີມການລົງທຶນໃນສະພາບແວດລ້ອມເສດຖະກິດ
-ສັງຄົມອັນໃໝ່ນີ້ ສອງປະເທດພວກເຮົາກໍາລັງດໍາເນີນການທົບທວນສັນ ຍາ
ຮ່ວມກັນ ພ້ອມດຽວກັນນັ້ນ ສອງຝ່າຍກໍໄດ້ເອົາໃຈໃສ່ກໍານົດທິດທາງລະອຽດ ແລະສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ຂອງທຸກພາກສ່ວນເສດຖະກິດຂອງແຕ່ລະຝ່າຍໃຫ້ເຂົ້າໄປລົງທຶນໃນປະເທດ
ຂອງກັນແລະກັນ.”


ສ່ວນທີ່ຕິດຕາມມາເປັນອັນດັບທີ 2 ກໍແມ່ນບັນດາບໍລິສັດເອກກະຊົນໄທ ທີ່ລົງທຶນຢູ່ໃນ
ລາວໃນລະຍະດຽວກັນນີ້ຈໍານວນທັງໝົດ 742 ໂຄງການ ແລະຄິດເປັນມູນ ຄ່າການລົງທຶນ
ລວມເຖິງ 4,082 ລ້ານໂດລ່າ ຊຶ່ງກໍໃກ້ຄຽງກັນກັບການລົງທຶນ ຈາກຈີນ ທີ່ມີມູນຄ່າລວມ ເຖິງ 3,952 ລ້ານໂດລາ ໃນຈໍານວນ 801 ໂຄງການ ແລະທີ່ຕິດຕາມມາເປັນອັນດັບທີ 4 ກໍ
ແມ່ນເກົາຫຼີໃຕ້ ທີ່ມີມູນຄ່າລົງທຶນສະສົມ 748 ລ້ານໂດລາ ໃນ 287 ໂຄງການ ສໍາລັບສະຫະ
ລັດອາເມຣິການັ້ນ ຢູ່ອັນດັບທີ 9 ດ້ວຍມູນຄ່າລົງທຶນສະສົມ 150 ລ້ານໂດລາ ໃນ 113 ໂຄງການ.
XS
SM
MD
LG