ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມູນຄ່າລົງທຶນ ໃນລາວ ເພີ່ມຂຶ້ນ ເກີນເປົ້າໝາຍ ຂອງ ແຜນການ ປີ 2012-13


ກອງປະຊຸມ ລະຫວ່າງລາວ-ໄທ ເມື່ອບໍ່ດົນຜ່ານມາ ເພື່ອສົ່ງເສີມ ການຄ້າ ແລະການລົງທຶນໃນລາວ ຊຶ່ງໄທເອງກໍເປັນຜູ້ລົງທຶນມູນຄ່າ ອັນດັບສາມໃນລາວ
ກອງປະຊຸມ ລະຫວ່າງລາວ-ໄທ ເມື່ອບໍ່ດົນຜ່ານມາ ເພື່ອສົ່ງເສີມ ການຄ້າ ແລະການລົງທຶນໃນລາວ ຊຶ່ງໄທເອງກໍເປັນຜູ້ລົງທຶນມູນຄ່າ ອັນດັບສາມໃນລາວ
ມູນຄ່າການລົງທຶນໃນລາວເພີ່ມຂຶ້ນເກີນເປົ້າໝາຍທີ່ວາງໄວ້ໃນ
ແຜນການ ປີ 2012-2013 ຫາກແຕ່ການນໍາໃຊ້ເງິນລົງທຶນທີ່
ເປັນຈິງ ຍັງມີພຽງ 37% ເທົ່ານັ້ນ ຂອງທຶນຈົດທະບຽນທັງໝົດ.

please wait

No media source currently available

0:00 0:03:55 0:00
ລິງໂດຍກົງ

ກະຊວງແຜນການ ແລະການລົງທຶນ ລາຍງານວ່າ ໃນລະຍະຂອງ ແຜນການ ປະຈໍາປີ 2012-2013 ນີ້ ມີການລົງທຶນ ຂອງເອກກະຊົນລາວ ແລະຕ່າງຊາດເພີ່ມຂຶ້ນ 52 ໂຄງ ການຄິດເປັນມູນຄ່າລວມເຖິງ 3,000 ລ້ານໂດລ່າ ໂດຍໃນນີ້ ເປັນການລົງທຶນຂອງຈີນ ຫຼາຍທີ່ສຸດ ຄື 1,330 ກວ່າລ້ານໂດລ່າ ຕິດຕາມດ້ວຍເອກກະຊົນລາວ ທີ່ມີມູນຄ່າລົງ ທຶນ 530 ລ້ານໂດລ່າແລະອັນດັບທີ 3 ກໍແມ່ນການລົງທຶນຈາກໄທໃນມູນຄ່າ 416 ລ້ານໂດລ່າ.

ໂດຍການລົງທຶນໃນພາກພະລັງງານແລະຂຸດຄົ້ນແຮ່ທາດ ຍັງນໍາໜ້າການລົງທຶນ ໃນ ພາກອື່ືນໆ ກໍຄືການລົງທຶນໃນພາກພະລັງງານມີມູນຄ່າເຖິງ 1650 ລ້ານໂດລ່າ ແລະ ທີ່ພົ້ນເດັ່ນທີ່ສຸດກໍແມ່ນການລົງທືນໃນໂຄງການເຂື່ອນນໍ້າງຽບ 1 ໃນມູນຄ່າ 686 ລ້ານ ໂດລ່າ ທີ່ເປັນການລົງທຶນຂອງຈີນ ຕິດຕາມດ້ວຍການຂຸດຄົ້ນແຮ່ທາດ ທີ່ມີມູນຄ່າລວມ ເກືອບເຖິງ 1,100 ລ້ານໂດລ່າ ໃນ 37 ໂຄງການ ສ່ວນທີ່ເຫຼືອນັ້ນ ເປັນການລົງທຶນໃນ ພາກບໍລິການແລະກະສິກໍາ ຊຶ່ງມູນຄ່າການລົງທຶນທັງໝົດ ດັ່ງກ່າວ ກໍຍັງຖືວ່າເກີນເປົ້າ ໝາຍເຖິງ 79% ອີກດ້ວຍ.

ທາງດ້ານ ທ່ານສົມດີ ດວງດີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໄດ້ເນັ້ນ ຢໍ້າວ່າການທີ່ມີການລົງທຶນໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນກໍຍ້ອນວ່າລັດຖະບານລາວ ໄດ້ມີການພັດທະນາປັບປຸງການບໍລິຫານງານ ດ້ານການສົ່ງເສີມການລົງທຶນ ໄດ້ດີຂຶ້ນ ແລະເປັນລະບົບທີ່ຊັດເຈນ ຈຶ່ງຍັງເຫຼືອພຽງໃນດ້ານການປະສານງານລະຫວ່າງສູນກາງ ກັບທ້ອງຖິ່ນເທົ່ານັ້ນ ທີ່ຈະຕ້ອງໄດ້ຮັບການພັດທະນາປັບປຸງ ໃຫ້ດີຂຶ້ນ ດັ່ງທີ່ທ່ານ ໄດ້ຊີ້ ແຈງວ່າ:

ບ່ອນພິດຈາລະນາອະນຸມັດໂຄງການລົງທຶນນີ້ ດຽວນີ້ມັນມີສາມບ່ອນ ພິດຈາ ລະນາໂຄງການສໍາປະທານ ກໍມີກະຊວງແຜນການແລະການລົງທຶນສອງໂຄງ ການ ທົ່ວໄປຂະແໜງການຄ້າ ກະອຸດສາຫະກໍາ ແລະການຄ້າ ແລ້ວກະ ສາມ ເຂດເສດ ຖະກິດພິເສດ ແລະເຂດເສດຖະກິດສະເພາະເນາະ ອັນນີ້ມັນມີ ສາມ ບ່ອນ ພວກເຮົາກໍໄດ້ມີການປັບປຸງປະສານງານການຄຸ້ມຄອງ ໂຄງການລົງທຶນ ຂອງພາກ ເອກກະຊົນນີ້ດີຂຶ້ນ ແຕ່ວ່າອັນອ່ອນກະຍັງມີ ຕົ້ນຕໍຫຼ່ະແມ່ນ ເລຶ່ອງ ການປະສານງານຄຸ້ມຄອງລະຫວ່າງສູນກາງ-ທ້ອງຖິ່ນ.”

ຍິ່ງໄປກວ່ານັ້ນກໍມີລາຍງານວ່າ ໃນ 52 ໂຄງການລົງທຶນທີ່ເພີ່ມຂຶ້ນດັ່ງກ່າວ ກໍຍັງປາກົດ ວ່າ ໄດ້ມີການນໍາເອົາເງິນທຶນ ເຂົ້າມາໃຊ້ຈ່າຍຈິງ ພຽງ 1,100 ລ້ານໂດລ່າ ຫຼືຄິດເປັນ 37% ເທົ່ານັ້ນຂອງທຶນຈົດທະບຽນທັງໝົດ ແລະກໍຖືເປັນສາເຫດສໍາຄັນທີ່ເຮັດໃຫ້ໂຄງ ການ ລົງທຶນສ່ວນໃຫຍ່ຍັງເກີດການຊັກຊ້າເລື້ອຍມາ ເນື່ອງຈາກ ວ່າບັນດາຜູ້ລົງທຶນຍັງ ຂາດທຶນຮອນ ຊຶ່ງກໍລວມເຖິງບັນຫາຂັດແຍ້ງພາຍໃນຂອງຜູ້ຮ່ວມທຶນ ແລະການຖືຄອງ ໃບອະນຸຍາດການລົງທຶນໄວ້ເພື່ອຂາຍຕໍ່ໃຫ້ກັບຜູ້ລົງທຶນລາຍອື່ນກໍເປັນບັນຫາເຊັ່ນກັນ.

ກ່ອນໜ້ານີ້ ທ່ານອາຈົງ ລາວເມົາ ຮັກສາການຫົວໜ້າກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະການລົງທຶນ ໄດ້ຖະແຫຼງວ່າການລົງທຶນຂອງຕ່າງປະເທດໃນລາວ ມີມູນ ຄ່າສະສົມຫຼາຍກວ່າ 22,000 ລ້ານໂດລ່າແລ້ວ ນັບຈາກປີ 1988 ເຖິງທ້າຍປີ 2012 ທີ່ຜ່ານມາ ໂດຍມີການລົງທຶນທັງໝົດ 4,493 ໂຄງການ ຊຶ່ງຖ້າຫາກຄິດໄລ່ການລົງທຶນ ຈາກລາຍງານລ່າສຸດນີ້ ເຂົ້າໄປນໍາ ກໍຈະໄດ້ວ່າການລົງທຶນຂອງຕ່າງປະເທດໃນລາວ ມີ ມູນຄ່າສະສົມເກີນກວ່າ 24,400 ລ້ານໂດລ່າ ໃນ 4,545 ໂຄງການ.

ໂດຍພາກທຸລະກິດທີ່ມີມູນຄ່າການລົງທຶນສະສົມຫຼາຍທີ່ສຸດນັ້ນ ກໍຄືພາກອຸດສາຫະກໍາ ຂຸດຄົ້ນແຮ່ທາດທີ່ມີມູນຄ່າການລົງທຶນສະສົມກວ່າ 6,000 ລ້ານໂດລ່າ ຕິດຕາມດ້ວຍ ພາກພະລັງງານທີ່ມີມູນຄ່າການລົງທຶນສະສົມເກີນກວ່າ 5,800 ລ້ານ ໂດລ່າ ສ່ວນພາກ ກະສິກໍາ ກໍມີມູນຄ່າການລົງທຶນສະສົມເກີນກວ່າ 2,700 ລ້ານໂດລ່າ ແລະໃນພາກບໍລິ ການກໍມີມູນຄ່າ ການລົງທຶນສະສົມຫຼາຍກວ່າ 2,200 ລ້ານໂດລ່າ ຕາມລໍາດັບ.

ສວນຢາງພາຣາ ທີ່ລົງທຶນໂດຍບໍລິສັດຫວຽດນາມ
ສວນຢາງພາຣາ ທີ່ລົງທຶນໂດຍບໍລິສັດຫວຽດນາມ

ສໍາລັບພາກສ່ວນທີ່ມີມູນຄ່າການລົງທຶນສະສົມໃນລາວຫຼາຍທີ່
ສຸດນັ້ນກໍແມ່ນບັນດາ ລັດວິສາຫະກິດ ແລະບໍລິສັດເອກກະຊົນ
ຫວຽດນາມ ໂດຍມີມູນຄ່າສະສົມເຖິງ 5,600 ລ້ານໂດລ່າແລ້ວ
ແລະ ເປັນການລົງທຶນໃນ 440 ໂຄງການ ສ່ວນອັນດັບທີ 2 ກໍ
ແມ່ນການ ລົງ ທຶນຈາກຈີນທີ່ມີມູນຄ່າລວມກວ່າ 5,000 ລ້ານ
ຢູ່ໃນ 800 ກວ່າໂຄງການ ຕິດຕາມດ້ວຍບໍລິສັດເອກກະຊົນໄທ
ທີ່ລົງທຶນໃນ 742 ໂຄງການ ຄິດ ເປັນມູນຄ່າກວ່າ 4,500 ລ້ານ
ໂດລ່າ.
XS
SM
MD
LG