ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສືບສວນສອບສວນ ໝັ້ນໃຈວ່າ ເຮືອບິນ ມາເລເຊຍ ບໍ່ໄດ້ຢູ່ໃນຈຸດຄົ້ນຫາ


ກຳປັ່ນ Havila Harmony ແມ່ນໜຶ່ງບັນດາກຳປັ່ນສາມລຳທີ່ທຳການຄົ້ນຫາຊາກຂອງເຮືອບິນ ມາເລເຊຍ ຖ້ຽວບິນ MH370 ໃນພາກໃຕ້ຂອງມະຫາສະໝຸດ ອິນເດຍ.
ກຳປັ່ນ Havila Harmony ແມ່ນໜຶ່ງບັນດາກຳປັ່ນສາມລຳທີ່ທຳການຄົ້ນຫາຊາກຂອງເຮືອບິນ ມາເລເຊຍ ຖ້ຽວບິນ MH370 ໃນພາກໃຕ້ຂອງມະຫາສະໝຸດ ອິນເດຍ.

ບັນດານັກສືບສວນສອບສວນທີ່ໄດ້ຊອກຫາເຮືອບິນຂອງສາຍການບິນ ມາເລເຊຍ ທີ່ໄດ້ ຕົກໃນປີ 2014 ກ່າວໃນວັນອັງຄານມື້ນີ້ວ່າ ພວກເຂົາເຈົ້າມີຂໍ້ສະຫຼຸບດ້ວຍ “ຄວາມໝັ້ນ ໃຈຢ່າງສູງ” ວ່າ ເຮືອບິນລຳດັ່ງ ກ່າວ ບໍ່ໄດ້ຢູ່ໃນບໍລິເວນກວ້າງໃຫຍ່ ຂອງມະຫາສະໝຸດ ອິນເດຍ ບ່ອນທີ່ພວກເຂົາເຈົ້າໄດ້ດຳເນີນການຊອກຄົ້ນຫາ.

ການກວດສອບ ມີມູນຄ່າປະມານ 150 ລ້ານໂດລາ ແລະ ປົກຄຸມບໍລິເວນ 120,000 ກິໂລ ແມັດມົນທົນໂດຍບໍ່ພົບເຫັນຮ່ອງຮອຍຂອງຊາກຫັກພັງ. ຊາກຫັກພັງປະມານ 20 ຊິ້ນ ສ່ວນທີ່ຖືກພັດຂຶ້ນຝັ່ງຕາມພາກຕາເວັນຕົກຂອງມະຫາສະໝຸດ ອິນເດຍ ແມ່ນເບິ່ງຄືວ່າຈະ ເປັນ ຂອງເຮືອບິນລຳດັ່ງກ່າວ.

ລາຍງານສະບັບໜຶ່ງຈາກສຳນັກງານຄວາມປອດໄພໃນການຂົນສົ່ງຂອງ ອອສເຕຣເລຍ, ເຊິ່ງ​ເປັນຜູ້ນຳ​ພາໃນການສືບສວນສອບສວນໄດ້ກ່າວວ່າ ຫຼັງຈາກການວິເຄາະຂໍ້ມູນຈາກ ດາວທຽມ ແລະ ແບບຈຳລອງການລ່ອງລອຍຂອງຊິ້ນສ່ວນຂອງເຮືອບິນນັ້ນ ພວກເຂົາ ເຈົ້າເຊື່ອວ່າບໍລິເວນທີ່ມີຄວາມເປັນໄປໄດ້ຢ່າງສູງທີ່ຈະມີເຮືອບິນຢູ່ນັ້ນ ແມ່ນຫຍັບຂຶ້ນໄປ ທາງເໜືອຂອງເຂດຄົ້ນຫາໃນຄັ້ງຜ່ານມາພຽງໜ້ອຍດຽວ.

ລາຍງານໄດ້ກ່າວວ່າ ຖ້າວ່າພາກສ່ວນ 25,000 ກິໂລແມັດ ແມ່ນຖືກຄົ້ນຫາແລ້ວ, ສະ ແດງວ່າພວກນັກສືບສວນສອບສວນໄດ້ຄົ້ນຫາເຂດທີ່ມີຄວາມເປັນໄປໄດ້ ສຳລັບການຄົ້ນ ຫາເຮືອບິນໝົດແລ້ວ.

ພາລະກິດການຄົ້ນຫາໃນປະຈຸບັນນີ້ແມ່ນມີກຳນົດທີ່ຈະສິ້ນສຸດລົງໃນເດືອນໜ້າ.

ລັດຖະມົນຕີຂົນສົ່ງຂອງ ອອສເຕຣເລຍ ທ່ານ Darren Chester ໄດ້ກ່າວໃນຖະແຫຼງ ການສະບັບໜຶ່ງ ໃນວັນອັງຄານມື້ນີ້ວ່າ “ຕາມທີ່ໄດ້ຕົກ ລົງກັນໃນກອງປະຊຸມໄຕພາກທີ່ ຖືກຈັດຂຶ້ນໃນປະເທດ ມາເລເຊຍ ເມື່ອເດືອນກໍລະກົດທີ່ຜ່ານມານັ້ນ, ພວກເຮົາຈະຢຸດ ການຄົ້ນຫາຊົ່ວຄາວ ນອກຈາກວ່າ ຈະມີຫຼັກຖານທີ່ເຊື່ອຖືກໄດ້ ລະບຸໃຫ້ເຫັນທີ່ຕັ້ງຂອງ ເຮືອ ບິນໂດຍສະເພາະເຈາະຈົງ.”

ທ່ານ Chester ໄດ້ກ່າວວ່າ ທ່ານຍັງມີຄວາມຫວັງວ່າ ເຮືອບິນລຳດັ່ງກ່າວຈະຖືກຄົ້ນພົບ.

ສາຍການບິນ ມາເລເຊຍ ຖ້ຽວບິນ MH370 ໄດ້ບິນອອກຈາກກົວລາລຳເປີ ຫາ ປັກກິ່ງ ໃນ ເດືອນມີນາ 2014 ເມື່ອມັນໄດ້ຫາຍສາບສູນໄປພ້ອມຜູ້ໂດຍສານ​ແລະ​ຈຸ​ບິນ 239 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Malaysia Plane
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG