ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ທ່ານສິງສົງຄາມ ທີ່ປຶກສາ ດ້ານທະນາຄານ ທີ່ນະຄອນມົງເຣອານ


ທ່ານສິງສົງຄາມ ມະນີລັດ ຫລືເກົ້າ ທີ່ປຶກສາ ລະບົບການເງິນທະນາຄານ ແລະປະທານວັດເທບບັນດົນ ທີ່ນະຄອນມົງເຣອານ ປະເທດການາດາ.
ທ່ານສິງສົງຄາມ ມະນີລັດ ຫລືເກົ້າ ທີ່ປຶກສາ ລະບົບການເງິນທະນາຄານ ແລະປະທານວັດເທບບັນດົນ ທີ່ນະຄອນມົງເຣອານ ປະເທດການາດາ.

ໃນລາຍການ​ຊີວິດ​ຊາວ​ລາວ ມື້​ນີ້ ​ເຮົາ​ຈະ​ສະ​ເໜີ​ການ​ສຳພາດ
ທ່ານສິງ​ສົງຄາມ ມະ​ນີລັດ ​ມີ​ຊື່​ຫລິ້ນວ່າ ​ເກົ້າ ຊາວກາ​ນາ​ດາ
​ເຊື້ອສາຍ​ລາວ ປັດຈຸບັນ​ເປັນເຈົ້າຂອງ​ບໍລິສັດ​ໃຫ້​ຄຳ​ແນ​ະນຳ​
ກ່ຽວ​ກັບລະບົບ​ທະນາຄານ ​ທັງ​ຍັງ​ເປັນ​ປະ​ທານສູນ​ສັງຄົມ
ວັດທະນາ​ທຳ​ລາວ ວັດ​ເທບ​ບັນ​ດົນ ທີ່​ເຂດ​ນະຄອນ Montreal
ແຂວງ Quebec ປະ​ເທດກາ​ນາ​ດາ. ​ເກົ້າ ​ແລະ​ຄອບຄົວ ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ ປະ​ເທດ​ກາ​ນາ​ດາ ​ໃນ​ປີ 1979 ​ເວລາ​ນັ້ນ​ອາຍຸໄດ້ 5 ປີ ​ແຕ່ສາມາດ​ປາກເວົ້າພາສາ​ລາວ​ໄດ້​ຢ່າງ​ຫລ່ຽນ​ໄຫລ​. ເກົ້າ ເປັນ​ໂຕ​ຢ່າງຄົນເຊື້ອສາຍ​ລາວ​ທີ່​ດີອີກ​ຄົນ​ໜຶ່ງ ​ທີ່ປະສົບ​ຜົນສຳ​ເລັດ​ດ້ານ​ການ​ສຶກສາ ​ໃນ​ການປະກອບ​ວິຊາ​ອາຊີບ ​ແລະ​ປັນ​ຜູ້ນຳ​ຂອງສັງຄົມ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳເອົາ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ໃນລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້ ຂ້າພະ​ເຈົ້າຂໍ​ແນະໃຫ້​
ທ່ານ​ຮູ້​ຈັກ​ກັບ​ທ່ານສິງ​ສົງຄາມ ມະ​ນີລັດ ຊາວການ​າດາເຊື້​ອສາຍ​ລາວ ​ມາ​ເຕີບ​ໃຫຍ່​ຢູ່​
ປະ​ເທດ​ກາ​ນາ​ດາ ​ຊຶ່ງ​ບັດ​ນີ້​ໄດ້​ກາຍ​ມາ​ເປັນ ຜູ້​ຊ່ຽວຊານໃຫ້​ຄຳ​ແນະນຳ​ກ່ຽວ​ກັບລະບົບ
ການ​ເງິນ​ການທະນາຄານ ທີ່​ນະຄອນ Montreal ປະ​ເທດ ກາ​ນາ​ດາ.

ທ່ານ​ສິງ​ສົງຄາມ ​ລູກ​ຊາຍ​ຜູ້​ທີ່​ເກົ້າ ມີ​ຊື່​ຫລິ້ນ​ວ່າ​ເກົ້າ ມີ​ອ້າຍ​ເອື້​ອຍນ້ອງຮວມກັນທັງ​ໝົດ
11 ຄົນ ​ທ່ານໄດ້​ເລົ່າ​ຊີວິດ​ເບຶ້ອງຕົ້ນສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ທ່ານສິງສົງຄາມ ແລະພັນລະຍາ ຍານາງສົມສະນິດ
ທ່ານສິງສົງຄາມ ແລະພັນລະຍາ ຍານາງສົມສະນິດ

ລິງໂດຍກົງ

ນະຄອນ Montreal ປະ​ເທດ​ກາ​ນາ​ດາ ​ແຂວງ Quebec ​ເປັນ​ເ​ມື​ອງງົດ​ງາມ ​ມີ​ຊາຍ​ແດນ
ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຕິດ​ກັບ ສະຫະລັດ ອາ​ເມຣິກາ ​ເປັນ​ເມືອງ​ທີ່​ໃຊ້ພາສາ​ຝຣັ່ງ
​ເປັນ​ພາສາ​ລາດຊະ​ການ ​ໂດຍ​ສ່ວນ​ໃຫຍ່ ເພາະສະ​ນັ້ນ ​ຢູ່​ໃນ​ສະ​ໄໝ​ການ​ປົກຄອງ​ແຫ່ງ
​ອະດີດພະ​ລາຊາ​ອານາຈັກ​ລາວ ​ເມືອງ Montreal ຈຶ່ງເຄີ​ຍ​ໄດ້​ມີອະດີດ​ນັກ​ສຶກສາລາ​ວ
​ຖືກ​ສົ່ງ​ມາ​ສຶກສາ​ອົບ​ຮົມ​ຢູ່​ເປັນ​ປະຈຳ ​ແລະ​ຈຳນວນໜຶ່ງ​ໄດ້​ຕົກ​ຄ້າງຢູ່ເລີຍ ແລະຕັ້ງ​ຖິ່ນ​
ຖານຢູ່​ທີ່ນັ້ນຕໍ່ມາຈົນເທົ້າ​ເຖິງປັດຈຸບັນ​ນີ້. ທ່ານເກົ້າ ​ເກີ​ດຢູ່​ໃນ​ຄອບຄົວ​ໃຫຍ່ ​ເຕີບ​ໃຫຍ່
ຢູ່ໃນ​ເມືອງ Montreal ສະແຫວງຫາການສຶກສາຊັ້ນສູງ ທ່ານໄດ້ເລົ່າເຖິງພື້ນຖານການ
ຮຽນທີ່ນຳມາສູ່ຜົນ ສຳເລັດຂອງການປະກອບວິຊາອາຊີບ ແລະບໍລິຫານວຽກງານສູ່
ວີໂອເອ ຟັງດັ່ງນີ້ :

ທ່າສິງສົງຄາມ (ເກົ້າ) ມະນີລັດ
ທ່າສິງສົງຄາມ (ເກົ້າ) ມະນີລັດ

ລິງໂດຍກົງ

ທ່ານ​ເກ້ົາ ​ໄດ້​ຖືກ​ລ້ຽງ​ດູ​ເບິ່ງ​ແຍງ​ຢູ່​ໃນ​ບັນຍາກາດ ຄອບຄົວ​ທີ່​ພໍ່​ແມ່ພາ​ນັບ​ຖື ສາດສະໜາພຸດ ເພາະສະ​ນັ້ນ​ ທ່ານເ​ກ້ົາຈຶ່ງມີຄວາມ​ເຫລື້ອມ​ໃສຕໍ່​ພຸດທະ​ສາ
ສະໜາຢ່າງໜັກ​ແໜ້ນ. ປັດ​ຈຸ​ບັນ​ນີ້ ທ່ານ​ເປັນ​ປະທານ​ນຳພາ ສູນ​ສັງຄົມ ວັດທະນາ​ທຳ​ລາວ ວັດ​ປ່າເທບ​ບັນ​ດົນ ທີ່​ເຂດ​ນະຄອນ Montreal ທ່ານ​ໄດ້ເລົ່າກ່ຽວ​ກັບວຽກ​ງານ ​ແລະ​ກິດຈະການ​ຂອງ ວັດ​ປ່າ​ເທບ​ບັນ​ດົນ ສູ່​ຟັງ​ດັ່ງ​ນີ້ :

ທ່ານສິງສົງຄາມ ແລະຄະນະກຳມະການ ວັດປ່າເທບບບັນດົນ
ທ່ານສິງສົງຄາມ ແລະຄະນະກຳມະການ ວັດປ່າເທບບບັນດົນ

ລິງໂດຍກົງ

ທ່ານ​ສິງ​ສົ​ງຄາມ ມະນີ​ລັດ ຫລື​ເກົ້າ ​ເປັນໜຸ່ມ​ນ້ອຍສະມາຊິກ​ສັງຄົມ​ກາ​ນາ​ລາວ ທີ່​ຫ້າວ
ຫັນ ​ແລະ​ເປັນ​ໂຕ​ຢ່າງທີ່​ໜ້າ​ສັນລະ​ເສີນ. ນອກຈາກ​ສຳ​ເລັດການ​ສຶກສາ​ ພ້ອມ​ດ້ວຍ​ຜົນ​
ສຳ​ເລັດດ້ານປະກອບ​ວິຊາ​ອາຊີບແລ້ວ ທ່ານຍັງ​ເປັນ​ຄົນ​ເອື້ອ​ເຟື້ອ​ເພື່ອ​ແຜ່ ແລະເປັນທີ່
​ຮັກຫອມ​ຂອງສັງຄົມ. ທ່ານ​ໄດ້​ສ້າງ​ຄວບ​ຄົວ ​ມີ​ລູກນ້ອຍ​ສອງ​ຄົນ ​ແລະມີຊີວິດຢູ່​ຢ່າງ​
ເປັນສຸກ.

XS
SM
MD
LG