ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານາງ ສຸກມະນີ ແລະ ທ່ານພອນໄຊ ຣາດຊະມຸນຕີ ນັກທຸລະກິດ ລາວ-ອາເມຣິກັນ ທີ່ປະສົບຜົນສຳເລັດ


ຍານາງ ສຸກມະນີ ກັບທ່ານ ພອນໄຊ ຣາດຊະມຸນຕີ ສາມີພັນລະຍາ ນັກທຸລະກິດ ລາວ-ອາເມຣິກັນ ທີ່ ປະສົບຜົນສຳເລັດ.
ຍານາງ ສຸກມະນີ ກັບທ່ານ ພອນໄຊ ຣາດຊະມຸນຕີ ສາມີພັນລະຍາ ນັກທຸລະກິດ ລາວ-ອາເມຣິກັນ ທີ່ ປະສົບຜົນສຳເລັດ.

ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວແລງວັນພະຫັດ
ມື້ນີ້ຈະແມ່ນ​ການ​ສຳ​ພາດ ຍານາງ ສຸກ​ມາ​ນີ ​ແລະທ່ານພອນ
ໄຊ ຣາ​ດຊະ​ມຸນ​ຕຣີຄູ່​ຜົ​ວ​ເມຍ​ນັກ​ທຸກ​ລະ​ກິດ. ສຸກ​ມະນີ ມີວຽກ
​ການ​ເຮັດ​ເຕັມ​ເວລາ ​ຢູ່ບໍລິສັດ​ສົ່ງ​ເຄື່ອງ ແຕ່ນອກຈາກ​ນັ້ນ​ແລ້ວ
ຍັງ​ເປັນ​ຜູ້ຕາງໜ້າ​ບໍລິສັດຂາຍ​ເຄຶ່ອງ​ເຮືອນ​ ແລະເຄື່ອງ​ໃຊ້ຕ່າງໆ
ທີ່​ນຳ​ລາຍ​ໄດ້​ພິ​ເສດເຂົ້າມາ​ສູ່​ຄອບຄົວ​ຫລາຍ​ພັນ​ໂດ​ລາ​ຕໍ່​ເດືອນ
ທ່ານພອນ​ໄຊ ມີ​ທຸລະກິດ​ຂາຍປີ້​ເຮືອບິນ​ຂອງ​ຕົນ​ເອງທີ່​ເຮັດ​ວຽກ​
ຢູ່ເຮືອນ ​ແລະມີ​ໂອກາດ​ໄດ້​ເດີນທາງ​ໄປ​ທ່ອງທ່ຽວ​ຢູ່ເລື້ອຍໆ ຊຶ່ງ
ກິ່ງສະຫວັນ ຈະນຳເລື່ອງ ນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ ຂ້າ​ພະ​ເຈົ້າຈະ​ແນະ​ນຳ​ໃຫ້​ທ່ານ​ຮູ້ຈັກກັບ ​ຍາ​ນາງ ສຸກ
ມະ​ນີ ​ວັນ​ນະ​ພອນ ແລະ​ທ່ານພອນໄຊ ຣາດ​ຊະ​ມຸມ​ຕຣີ ​ທີ່​ລັດໂອຮາຍ​ໂອ ທາງ​ພາກກາງ
ຂ້ອນ​ໄປທາງ​ຕາ​ເວັນ​ຕົກ​ຂອງ ສະ​ຫະ​ລັດ. ​ທັງ​ສອງ​ເປັນ​ຄູ່​ຜົ​ວເມຍ ທີ່​ໄດ້​ປະສົບ​ຜົນສຳ​ເລັດ
ສູງໃນ​ການ​ປະ​ກອບ​ອາຊີບ. ປັດ​ຈຸ​ບັນ​ນີ້ ສຸກ​ມະ​ນີ ເຮັດ​ວຽກ​ໃຫ້​ແກ່ ບໍ​ລິ​ສັດສົ່ງ​ເອ​ກະ​ສານ
ແຫ່ງ​ນຶ່ງໃນ ເມືອງ​ໂຄລົມ​ບັ​ສ ແລະ ທ່ານພອນ​ໄຊ ​ມີ​ບໍ​ລິ​ສັດຂາຍ​ປີ້​ເຮືອບິນ ​ຂອງ​ຕົນ​ເອງ
ຊື່​ວ່າ Asia Around the World.

Ohio
Ohio

ນອກ​ຈາກ​ານ​ເຮັດ​ວຽກເຕັມ​ເວ​ລາດັ່ງກ່າວ​ນີ້​ແລ້ວ ສຸກ​ມະ​ນີ
ຍັງ​ເປັນ​ຜູ້​ຕາງ​ໜ້າ​ ຂາຍ​ເຄື່ອງໃຫ້​ແກ່ ບໍ​ລິ​ສັດ​ຜະ​ລິດ​ເຄື່ອງ​ໃຊ້
​ຕ່າງໆ ​ທີ່​ຂາຍ​ທາງໂທ​ລະ​ສັບ ​ແລະ​ອິນເຕີ​ແນັດ ຊຶ່ງ​ລາວ​ຕ້ອງ​
ໄດ້ອະທິບາຍສິນ​ຄ້າ​ໃຫ້ແກ່​ພວກ​ລູກ​ຄ້າ​ຟັງ ເຊັ່ນ​ວ່າ ເຄື່ອງ​ໃຊ້
​ພ​າຍ​ໃນ​ເຮືອນ ຢາປົວພະ​ຍາດ ຢາປັ​ບປຸງສຸ​ຂະ​ພາບ​ຕ່າງໆ ອາ
​ຫານ​ການ​ກິນ ​ແລະເຄື່ອງ​ສຳ​ອາງເຫລົ່າ​ນີ້​ເປັນຕົ້ນ. ຍ້ອນຄວາມ
ດຸ​ໝັ່ນ ​ຂະ​ຫຍັນ​ຂັນແຂງ ມີ​ພອນ​ສະ​ຫ​ວັນ​ໃນ​ການ​ປາກ​ເວົ້າ
ສຸກ​ມະ​ນີ ​ຈຶ່ງສາ​ມາດດຶງ​ດູດ​ລູກຄ້າ ​ທີ່​ເປັນ​ຄົນ​ລາວ-​ອາ​ເມຣິກັນ ແລະຄົນ​ມາ​ຈາກ​ປະ​ເທ​ດ
ອຶ່ນໆ ​ແລະ​ໄດ້ສ້າງ​ລາຍ​ໄດ້​ພິ​ເສດເຂົ້າ​ມາສູ່​ຄອບ​ຄົວ ຫ​ລາຍ​ພັນ​ໂດ​ລາ​ຕໍ່​ເດືອນ ຈົນ​ໄດ້​ຮັບ
ກຽດໃນລະດັບ​ກາງ ທີ່​ເຫັນ​ວ່າ​ເປັນ​ລະດັບ​ທີ່​ກ້າວ​ຂື້ນ​ມາ​ໄດ້​ຍາກ​ສົມຄວນ ​ໃນ​ວົງ​ການ​ຊື້​ຂາຍ​ທາງອອນ​ລາຍ.

ທ່ານ ພອນໄຊ ແລະຍານາງ ສຸກມະນີ ຣາດຊະມຸນຕຣີ
ທ່ານ ພອນໄຊ ແລະຍານາງ ສຸກມະນີ ຣາດຊະມຸນຕຣີ

​ຊີ​ວິດຄວາມຮັກ​ຂອງນັກທຸລະກິດ​ຄູ່​ນີ້ ​ເກີດ​ຂື້ນ​ເມື່ອສິບ​ປີກ່ອນ ເວ
​ລາ​ນັ້ນ ຊາຍ​ໜຸ່ມ​ລາວ​- ອາ​ເມ​ຣິ​ກັນ ທ່ານ​ພອ​ນໄຊ ຣາດ​ຊະ​ມຸນ​ຕີ
ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຫລີ້ນ​ບຸນ​ປີ​ໃໝ່ທີ່ ນະ​ຄອນ​ຫລວງ​ພະ
​ບາງ ແລະ​ໄດ້​ຖ່າຍ​ຮູບ ບັນ​ດານາງ​ສັງ​ຂານ ຊຶ່ງ​ຢູ່​ໃນ​ນັ້ນ​ມີ​ຮູບຂອງ
ສຸກ​ມະ​ນີ ວັນນະ​ພອນ ຮ່ວມ​ຢູ່​ນຳ. ຮູບ​ພາບ​ອັນ​ງົດ​ງາມ​ຂອງ​ນາງ
ໄດ້​ເຮັດ​ໃຫ້ ທ່ານ​ພ​ອນ​ໃຊ ​ຕ້ອງໄດ້​ປ່ອຍ​ຫົວ​ໃຈ​ໄວ້​ທີ່ ນະ​ຄອນ​
ຫລວງ​ພະ​ບາງ ແລະ​ໃນ​ທີ່​ສຸດ​ກໍ​ຕ້ອງໄດ້​ກັບ​ຄືນ​ໄປຮັບ​ເອົາ​ຫົວ​ໃຈ
ຂອງ​ຕົນນັ້ນ​ກັບ​ຄືນ​ມາ ສະຫະລັດ ​ໃນ​ປີ 2004 ພ້ອມ​ດ້ວຍ​ສຸດ​ທີ່
​ຮັກ ຍານາງ ສຸກ​ມະ​ນີ. ​ທັງ​ສອງ​ໄດ້​ສ້າງ​ເຮືອນ​ຫໍ ຄອ​ບ​ຄົວນຳ​ກັນ
​ຢູ່​ທີ່ ເມືອງໂຄ​ລົມ​ບັ​ສ ລັດໂອ​ຮາຍ​ໂອ.

ສຸກ​ມາ​ນີ ​ວັນ​ນະ​ພອນ ເກີດ​ທີ່​ເມືອງ​ຫລວງ​ມີ​ໄຊ ແຂວງ​ໄຊ​ຍະ​ບຸ​ລີ ອະ​ດີດນັກ​ສຶກ​ສາ ມະ​ຫາ​
ວິ​ທະ​ຍາ​ໄລຫລວງ​ພະ​ບາງ ​ຮຽນສຳ​ເລັດ​ປະ​ລິນ​ຍາຕີ ຝ່າຍພາ​ສາ​ອັງ​ກິດ ນາ​ງ​ໄດ້​ເລົ່າຊີວິດ​
ເບື້ອງຕົ້ນກ່ຽວ​ກັບການ​ມາ​ຮອດ ສະຫະລັດ ​ໃໝ່ໆ ​ແລະ ປະສົບ​ການ​ໃນ​ການ​ເລີ້ມ​ໃຊ້​ພາ​ສາ
​ອັງ​ກິດ​ ​ສູ່ ວີໂອເອ ຟັງວ່າ

ຍານາງ ສຸກມະນີ (ຊຸດຂາວຢືນຢູ່ກາງ)
ຍານາງ ສຸກມະນີ (ຊຸດຂາວຢືນຢູ່ກາງ)

ນັບ​ແຕ່ ສຸກ​ມາ​ນີ​ ​ໄດ້​ເຂົ້າ​ມາ​ຕັ້ງຄອບຄົວຢູ່​ໃນ ສະຫະລັດ ນາງ​ໄດ້​ປ່ຽນ​ວຽກ​ເຮັດຫລາຍ
ຢ່າງ ​ແລະ​ປັດ​ຈຸ​ບັນ​ນີ້​ເຮັດຢູ່​ບໍລິສັດ ສົ່ງ​ເອກ​ກະສາ​ນ ແຕ່​ວ່າຄວາມ ບໍ່​ເພິ່ງ​ພໍ​ໃຈ​ນັ້ນ​ໄດ້​ເຮັດ
​ໃຫ້ ສຸກ​ມະນີ ສະ​ແຫວ​ງຫາວຽກ​ໃໝ່​ໄປ​ເລື້ອຍໆ ​ແລະ​ບັດ​ນີ້ ນາງ​ໄດ້​ພົບ​ພໍ້ທຸລະ​ກິດທີ່​ນາງ​
ມັກ​ເຮັດ​ຄື​ ​ເປັນ​ຜູ້ຕາງໜ້າ​ຂາ​ຍສິນຄ້າ ທີ່ນຳ​ລາຍ​ໄດ້​ມາ​ສູ່ຄອບຄົວຫລາຍ​ພັນ​ໂດ​ລາ​ຕໍ່​
ເດືອນ ທີ່ບໍ່ໄດ້​ຄິດ​ຝັນ​ມາ​ກ່ອນ ​ສຸກ​ມາ​ນີ ໄດ້​ເລົ່າ​ຕໍ່​ໄປ​ວ່າ :

ສຸກມະນີ ບອກ​ໄດ້​ແຕ່​ວ່າ ບັນດາ​ລູກ​ຄ້າທີ່ມີ​ຄວາມ​ສົນ​ໃຈ ຕ້ອງ​ຜ່ານ​ການ​ໂອ້​ລົມ​ ອະທິບາຍ​
ຈາກ​ນາງ​ເສຍ​ກ່ອນ ​ໂດຍທາງ​ໂທລະ​ສັບ​ ຫລັງ​ຈາກ​ນັ້ນ ສຸກ​ມະນີ ຈະເປັນ​ຜູ້​ແນະນຳ​ກ່ຽວ
​ກັບຄຸນ​ນະພາ​ບ​ຂອງສິນຄ້າຕ່າງໆ ນາງ​ເລົ່າ​ຕໍ່ ວີ​ໂອເອ ອີກວ່າ :

ການ​ຫາ​ຢູ່​ຫາ​ກິນ ຢູ່​ໃນສະຫະລັດ ​ແມ່ນ​ມີ​ໂອກາດເປີດ​ກວ້າງ​ໃຫ້​ແກ່​ທຸກ​ຄົນ ​ທີ່​ຂະຫຍັນ
​ໝັ່ນ​ພຽນ ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່ໄດ້ໝາຍ​ຄວາມ​ວ່າ ​ທຸກ​ຄົນຈະມີ​ຄວາມສາມ​າດປະ​ຕິ​ບັດ​ໄດ້ຄື
​ກັນ​ໝົດ. ສຸກ​ມະ​ນີ​ ຮັບ​ຮູ້ດ້ວຍ​ຕົນ​ເອງ​ວ່າ​ ​ບໍ່​ມັກ​ການ​ຄ້າ​ການ​ຂາຍ ແຕ່​ວ່າ ບັດ​ນີ້​ໄດ້ປະສົບ
​ຜົນສຳ​ເລັດ ເປັນ​ຜູ້​ຂາຍ​ສິນຄ້າ​ໄດ້​ຫລາຍ​ໃນ​ແຕ່ລ​ະ​ເດືອນ ​ແລະ​ຕົກຢູ່​ໃນ​ຕຳ​ແໜ່​ງລະ​ດັບ
​ກາງ ຂອງຈຳນວນ​ສິບ​ກວ່າ​ລະດັບ ຊັ້ນ ຂອງ​ຜູ້​ມີ​ຄວາມສາມາດ​ຂາຍ​ໄດ້​ຫລາຍ ​ສຸກ​ມະນີ
​ກ່າວ​ມ້ວຍ​ທ້າຍ​ວ່າ :

ທ່ານ​ພ​ອນ​ໄຊ ຣາດຊະ​ມຸນຕີ ອ້າຍ​ກົກ​ຂອງ​ອ້າຍ​ນ້ອງ​ສີ່​ຄົນ ພໍ່ເປັນອະດີດ ສາລະ​ວັດ​ທະ
ຫານ ​ໃນກອງ​ທັບ​ແຫ່ງ​ພະ​ລາດຊາ​ອານາຈັກ​ລາວ. ​ໃນ​ປີ 1975 ຄອບຄົວ ຣາດຊະ​ມຸນຕີ ​
ທັງ​ໝົດຫົກ​ຄົນໄດ້​ຖືກ​ສົ່ງ​ໄປ​ຢູ່​ສູນ​ສຳ​ມະ​ນາ ທີ່​ຊຽງຂວາງ ພາກ​ເໜືອ​ຂອງ​ປະ​ເທດ​ລາວ ​
ເປັນ​ເວລາ​ແປດ​ປີ ບ່ອນ​ທີ່ ພອນ​ໄຊ ​ເຕີບ​ໃຫຍ່​ຂື້ນ​ມາ​. ພອນໃຊ ​ເລົ່າ​ເຖິງເບື້ອງ​ຫລັງ
​ທີ່​ນຳໄປສູ່ຜົນສຳ​ເລັດ ຂອງ​ການ​ສ້າງ​ຕັ້ງ​ຊີ​ວິດ ຢູ່​ໃນສະຫະລັດ​ ວ່າ :

ທ່ານ ພອນໄຊ ຣາດຊະມຸນຕຣີ
ທ່ານ ພອນໄຊ ຣາດຊະມຸນຕຣີ

ລິງໂດຍກົງ

ສະ​ຫະ​ລັດ ອາ​ເມ​ຣິ​ກາ ເປັນ​ປະ​ເທດ​ທີ່​ເປີດກວ້າງ ​ໃຫ້​ໂອ​ກາດ​
ແກ່​ທຸກໆ​ຄົນທີ່​ເຂົ້າ​ມາ​ເພີ່ງພາ​ອາໄສ ​ນັບ​ຕັ້ງ​ແຕ່ການ​ສຶກ​ສາ ຈົນ​ເຖິງການທຳ​ມາ​ຫາ​ກິນ ຫລື ຫລີ້ນການ​ເມືອງ. ເພາະ​ສະ​ນັ້ນ ສະ​ຫະ​ລັດ ​ຈຶ່ງເກືອບ​ວ່າ ເປັນ​ປະ​ເທດດຽວ​ໃນ​ໂລກ ທີ່​ໃຫ້​ໂອ​ກາດທຽບ​ເທົ່າ​ແກ່​ທຸກໆ​ຄົນຢ່າງ​ສະ​ເມີ​ພາບ ​ໂດຍ​ບໍ່​ກ່ຽວຂ້ອງ​ກັບ​ຜີວ​ພັນ ເຊື້ອ​ຊາດ ​ເພດ
ແລະ​ແນ​ວຄິດ​ທາງ​
ການ​ເມືອງ.

XS
SM
MD
LG