ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວີ​ໂອ​ເອ-ລາວ ສຳ​ພາດ Arlene Samona ນັກທະນາຄານ ສາວລາວ-ອາເມຣິກັນ


ນາງ Arlene Samona ນັກທຸລະກິດ ທະນາຄານ ທີ່ໄດ້ສ້າງ ຜົນງານອັນດີເລີດ ໃຫ້ແກ່ທະນາຄານ US Bank.
ນາງ Arlene Samona ນັກທຸລະກິດ ທະນາຄານ ທີ່ໄດ້ສ້າງ ຜົນງານອັນດີເລີດ ໃຫ້ແກ່ທະນາຄານ US Bank.
ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້ ຂ້າພະ​ເຈົ້າ​ຂໍ​ແນະນຳ​
ໃຫ້​ທ່ານ​ໄດ້​ຮູ້ຈັກ​ກັບ ນາງ Arlene Samona ນັກ​ທະນາ
ຄານ ສາວ​ລາວ- ອາ​ເມຣິກັນ ທີ່​ຫ້າວຫັນກັບ​ໜ້າ​ວຽກແລະ
​ເປັນ​ນັກ​ເຄຶ່ອນ​ໄຫວ ​ອາສາ​ສະມັກຊ່ວຍ​ເຫລືອປະຊາ​ຄົມ.

Arlene Samona ເກີດໃນ​ປີ 1987 ​ທີ່ເມືອງ​ Ames ລັດ
Iowa ຕັ້ງ​ຢູ່​ພາກກາງຕອນ​ເໜືອ ຂອງສະຫະລັດ ທີ່ເອີ້ນ
ວ່າ​ເຂດ Midwest ທີ່​ເປັນ​ອູ່​ເຂົ້າ​ອູ່​ນຳ້ ຂອງ ອາ​ເມຣິກາ.
Arlene ​ເປັນ​ລູກ​ສາວ​ກົກ​ຂອງທ່ານ ສະ​ລົດ ​ແລະຍາ​ນາງ
ໃໝ ສະ​ໂມ​ນາ.

Arlene ​ເປັນ​ຍິງສາວ​ລາວ-ອາ​ເມຣິກັນ ທີ່​ມີ​ຄວາມ​ວ່ອງ​ໄວ
ສະ​ແຫວ​ງຫາ​ບົດ ບາດທາງ​ດ້ານ​ການ​ເປັນ​ຜູ້ນຳ ມັກການ​
ປົກຄອງ ​ການ​ເມືອງ ​ແລະ​ເປັນ​ປາກ​ກະບອກ​ສຽງ​ໃຫ້​ແກ່ປະຊາ​ຄົມ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ
ຊາວ​ເອ​ເຊຍ​ປາ​ຊິ​ຟິກ.

ຫລັງ​ຈາກ​ຮຽນ​ຈົບ ປະລິນຍາ​ຕີ ຈາກ​ມະຫາວິທະຍາ​ໄລລັດ Iowa ພາກ​ເໜືອ ຫລື
University of Northern Iowa ​ແລ້ວ Arlene ​ໄດ້​ພະຍາຍາມ​ຊອກ​ຫາ​ວຽກ​ທີ່​ນາງ
​ຮຽນ​ຈົບ​ມາ​ນັ້ນ​ຄື ຝ່າ​ຍບໍລິຫານ ຊັບພະ​ຍາ​ກອນ​ມະນຸດ ​ແຕ່​ບໍ່​ເປັນ​ຜົນສຳ​ເລັດ ​ແລະ​ໃນ
​ທີ່​ສຸດ​ກໍ​ໄດ້​ເຂົ້າເຮັດ​ວຽກ​ກັບ ທະນາຄານ US Bank ​ມີ​ສຳນັກງານ​ໃຫຍ່ຢູ່​ພາກ​ຕາ​ເວັນ​
ຕົກຂອງ ສະຫະລັດ ທີ່​ເມືອງ Las Vegas ລັດ Nevada. ​

​ເມືອງ​ Las Vegas ​ແມ່ນມີ​ຊື່​ສຽງ​ທາງ​ດ້ານ​ຫລີ້ນ​ການ​ພະນັນ ຫລືເປັນ ເມືອງກາ​ຊີ​ໂນ
ທີ່​ໃຫຍ່​ທີ່​ສຸດ​ໃນ ສະຫະລັດ. ເມືອງ Las Vegas ມີ​ຊາຍ​ແດນຕິດກັບ​ລັດ California
ທາງ​ພາກ​ຕາ​ເວັນ​ຕົກ ທາງພາກ​ຕາ​ເວັນ​ອອກ ​ນັ້ນເປັນ​ທະ​ເລ​ຊາຍ ມີ​ອາກາດ​ຮ້ອນ​ເອົ້າ
​ແລະຢູ່​ໃນ​ເມືອງ​ນີ້ ມີ​ປະຊາກອນ​ລາວ​ຈຳນວນ​ນຶ່ງ ທີ່​ພາກັນ​ມາ ປະກອບ​ວິຊາ​ອາ​ຊີ​ບ
ຕ່າງໆ​ນາ​ໆ ຢູ່​ໃນ​ອຸດສາຫະກຳ​ການພະນັນອັນມີຮວມ​ທັງ​ເປັນ​ນັກຢາຍ​ໄພ້ ຄວບ​ຄຸມ​
ການ​ຫລີ້ນ ກາ​ຊິ​ໂນ ຮ້ານ​ອາຫານ​ລາວ ນັກ​ບີບເອັນ ​ແລະ​ອຶ່ນໆ​. ​ເມືອງດັ່ງກ່າວນີ້ ບໍ່​ມີ​
ການ​ຫລັບ​ນອນ ​ເປີດ​ບໍລິການ​ຕະຫລອດ 24 ຊົ່ວ​ໂມງ ​ແລະ​ເປັນ​ເມືອງ​ດຶງດູດ​ນັກ​ທ່ອງ​
ທ່ຽວ​ຫລາຍ​ທີ່​ສຸດ​.

Arlene ​ໄດ້​ໜີ​ຈາກ​ຄອບຄົວ​ໄປຢູ່​ຕ່າງ​ລັດ ​ເປັນ​ຄັ້ງ​ທຳ​ອິດໃນ​ຊີວິດ ​ເພື່ອໄປເຮັດ​ວຽກ​ຢູ່
​ຢ່າງ​ເປັນ​ເອກ​ກະລາດກັບທະນະ​ຄານ US Bank. ນາງ​ມີ​ໜ້າ​ທີ່​ເປີດ​ບັນຊີ​ເງິນ​ໃຫ້​ລູກ
​ຄ້າ​ໃໝ່ ​ໃຫ້​ເງິນກູ້​ຢື​ມຊື້​ລົດ ຊື້​ເຮືອນ ​ແລະ​ໃຫ້​ຄຳ​ແນະນຳ​ດ້ານ​ກາ​ນ​ເງິນ​ຕ່າງໆ. ຍ້ອນ​
ຄວາມ​ສະຫລຽວ​ສະຫລາດ ​ແລະ​ວ່ອງ​ໄວ Arlene ​ໄດ້​ທຳ​ຄວາມ​ກ້າວໜ້າ ຢ່າງ​ໜ້າ​ສັນ
ລະ​ເສີນ ຈົນນາງ​ໄດ້ຮັບ​ໃຊ້​ຢູ່​ໃນ ຄະນະ​ກຳມະການບໍລິຫານ ຂອງ​ ທະນາຄານ US
Bank ​ແລ​ະຫວ່າງ​ມໍ່ໆ​ມາ​ນີ້ ນາງ​ໄດ້​ຮັບ​ລາງວັນ ຈາກ​ການ​ທຳ​ຍອດ​ຂາຍ​ໃນ​ອັນ​ດັບ
5% ສູງ​ສຸດ​ຂອງທະນາຄານ ​ໃນ​ປີ 2013.

ນອກ​ຈາກ​ຄວາມ​ຮັບຜິດຊອບ​ໃນ​ວຽກ​ການ​ແລ້ວ Arlene ຍັງ​ອາສາ​ສະມັກ​ຮັບ​ໃຊ້
ປະຊາ​ຄົມ ​ເຊັ່ນ​ວ່າ​ເປັນ ທູດ​ຕາງ​ໜ້າ ນັກວິຊາການຊາວໜຸ່ມ ທີ່ ຫ້ອງການໆ​ຄ້າ​ຂອງ​
ເມືອງ Las Vegas.
ນາງ Arlene Samona (ຄົນກາງຢືນຈັບປ້າຍ) ທ່ານ ໂອບາມາ ຢືນຢູ່ກາງ ທາງຫລັງ
ນາງ Arlene Samona (ຄົນກາງຢືນຈັບປ້າຍ) ທ່ານ ໂອບາມາ ຢືນຢູ່ກາງ ທາງຫລັງ

ໃນ​ປີ 2009 Arlene ແລ​ະບັນດາ​ເພື່ອນອາສາ​ສະມັກ ​ໄດ້​ມີ​ໂອ
ກ​າດພົບ​ກັບທ່ານ Barack Obama ຊຶ່ງ​ເວລາ​ນັ້ນຍັງ​ເປັນ​ຜູ້​ສະ
​ມັກ​ ເຂົ້າແຂ່ງຂັນ ​ເປັນປະທານາທິບໍດີ. ເວລາ Arlene ຍັງ​ເປັນ​
ນັກສຶກສາ ນາງມັກເອົາ​ບົດບາດ​ ການ​ເປັນ​ຜູ້ນຳ ນາງ​ເຄີຍ​ໄດ້​
ມາຮັບ​ການ​ອົບ​ໂຮມເລື່ອງການ​ເປັນ​ຜູ້ນຳ ຢູ່ ນະຄອນ ຫລວງ
ວໍຊິງ​ຕັນ ດີ.ຊີ. ​ນອກຈາກ​ນັ້​ນ​ແລ້ວ Arlene ເຄີຍ​ຮັບ​ໃຊ້​ຢູ່​ໃນ
ຄະນະ​ກຳມະການ ບໍລິຫານ ສະພາຊາວ​ເອ​ເຊຍປາຊິ​ຟິກ
ຫລື Asian and Pacific Islanders (API) ຢູ່​ທີ່​ລັດ Iowa
ຂອງ​ຫ້ອງການສິດທິ​ມະນຸດ ​ແລະໄດ້​ຝຶກ​ຫັດ​ວຽກ​ການຢູ່​ຫ້ອງ
ການ​ຂອງ ທ່ານ Jeff Danielson ຜູ້ແທນ​ສະພາ​ສູງ ຈາກ ລັດ Iowa. Arlene ​ໄດ້​ໃຫ້ການ​ສຳ​ພາດ​ກັບ ວີ​ໂອ​ເອ ວ່າ :
ນາງ Arlene Samona ແລະຄະນະ ທີ່ ສະພາສູງ ສະ​ຫະ​ລັດ​
ນາງ Arlene Samona ແລະຄະນະ ທີ່ ສະພາສູງ ສະ​ຫະ​ລັດ​
ລິງໂດຍກົງ

Arlene ມີ​ຄວາມ​ສົນ​ໃຈ​ທາງ​ດ້ານ​ການ​ສຶກສາ ມາ​ຕັ້ງ​ແຕ່​ນ້ອຍ ​ໂດຍ​ທີ່ ​ພໍ່ແລະ ແມ່ ບໍ່​ໄດ້​ບັງຄັບ ​ແລະ​ປ່ອຍ​ໃຫ້​ເປັນ​ເອກ​ກະລາ​ດຢູ່ສະ​ເຫມີ​ມາ. ພ້ອມ​ດຽວ​ກັນ​ກໍ​ໄດ້​ໃຫ້ການ​ຊຸກຍູ້​ ໃນ​ຄວາມ​ສຳຄັນ​ຂອງການສຶກສາ ແກ່​ພວກ​ລູກໆນີ້​ມາ​ຕະຫລອດ​. ບັດ​ນີ້ Arlene ເຊື້ອ ສາຍ​ລາວ ໄດ້​ກາຍ​ມາ​ເປັນ​ນັກທຸລະກິດທີ່​ປະສົບ​ຜົນສຳ​ເລັດ​ແລະ​ເປັນ​ຜູ້ນຳ​ທີ່ຫ້າວຫັນ.​
XS
SM
MD
LG