ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາວ-ອາເມຣິກັນ ສາມຄົນ ຫາຍສາບສູນ ຢູ່ ສປປ ລາວ


ທ່າມ​ກາງ​ບັນ​ຍາ​ກາດອັ​ນນອງນັນ​ ​ກ່ຽວ​ກັບການຫາຍສາບສູນ
ໄປຂອງ ທ່ານສົມບັດ ສົມພອນ ນັກພັດທະນາສັງຄົມທີ່​ດີ​ເດັ່ນ
ຢູ່ໃນ ສປປ ລາວ ຊຶ່ງເປັນ​ຂ່າວ​ທີ່​ຍັງບໍ່​ທັນເຫືອດຫາຍ​ ແລະຍັງ
ມີ​ການສືບ​ຕໍ່ກົດ​ດັນ​ໃຫ້​ທາງ​ການລາວ ທຳ​ການ​ສື​ບ​ສວນ​ຢູ່ນັ້ນ ບັດນີ້ໄດ້ເກີດມີຄື້ນຟອງນອງ ນັນຂື້ນມາ​ຕື່ມອີກ ກ່ຽວ​ກັບການ
​ຫາຍສາບ​ສູນ​ຂອງ​ ຊາວ​ລາວ-ອາ​ເມ​ຣິ​ກັນ ສາມ​ຄົນ ຢູ່ໃນ
ສປປ ລາວ ທີ່ມີ​ຂ່າວອອກມາ​ຈາກ​ຫລາຍໆ​ສື່ຢູ່ໃນ ສະ​ຫະ​ລັດ
​ໃນ​ອາທິດ​ແລ້ວ​ນີ້​. ​

ເພື່ອ​ຄວາມ​ກະຈ່າງ​ແຈ້ງ ວີ​ໂອ​ເອ ໄດ້​ພະ​ຍາ​ຍາມຕິດ​ຕໍ່​ພົວ​ພັນ​
ຢ່າງ​ໃກ້​ຊິດ​ກັບຄອບ​ຄົວ​ຂ​ອງ​ບຸກ​ຄົນ​ທັງສາ​ມ ທີ່​ເດີນ​ທາງ​ໄປ
ສ​ປ​ປ ລາວນັ້ນ. ເຖິງ​ແມ່ນ​ໄດ້​ມີຂ່າວ​ທີ່​ບໍ່​ເປັນ​ທາງການ ​ແລະ
ຊາ​ລື​ກັນ​ອອກມ​າ​ວ່າ ເຂົາ​ເຈົ້າ​ໄດ້​ເສ​ຍ​ຊີ​ວິດໄປແລ້ວ ແຕ່​ວ່າ​ບັນ​ດາ​ພັນ​ລະ​ຍາ ຍາດ​ຕິ​ພີ່​
ນ້ອງ​ໃກ້​ຊິດຂ​ອງ​ຜູ້​ຫາຍ​ສາບ​ສູນ ທັງຢູ່​ໃນ ສ​ປ​ປ ລາວ ແລະ​ສະ​ຫະ​ລັດ ກໍຍັງບໍ່​ສາ​ມາດ
ຢັ້ງ​ຢືນໄດ້​ເປັນທີ່ຄັກ​ແນ່​ວ່າ ​ທັງ​ສາ​ມ​ທ່ານ​ນີ້ໄດ້ເສຍ​ຊີ​ວິດໄ​ປແທ້ຫລື​ບໍ່ ແລະຖ້າ​ຫາກວ່າ
ຍັ​ງ​ມີ​ຊີ​ວິດ​ຢູ່ ​ເຂົາ​ເຈົ້າຢູ່ໄສ​ກັນ​ແທ້​ໃນປັດ​ຈຸ​ບັນ​.

​ບຸກ​ຄົນ​ທຳ​ອິດ​ກໍ​ຄື ທ່ານສຸຣິ ກອງດາຣາວົງ ເກີດ​ເມື່ອປີ 1956 ທີ່ເມືອງສະຄຶ່ນ ແຂວງສະຫວັນ
ນະເຂດ ເດີນທາງເຂົ້າມາຢູ່ສະຫະລັດ ໃນປີ 1981 ​ເປັນສັນຊາດອາເມຣິກາ ​ເຮັດ​ວຽກຢູ່ໂຮງ
​ງານອຸດ​ສາ​ຫະ​ກຳ​ແຫ່ງ​ນຶ່ງ ໃນລັດ Minnesota. ທ່ານ​ໄດ້​ທ່ຽວເດີນ​ທາງ​ໄປ​ຢ້ຽມຢາມເມືອ​ງ
​ລາວ ຫລາຍໆ​ຄັ້ງ ນັບ​ຕັ້ງ​ແຕ່ລັດ​ຖະ​ບານ ສ​ປ​ປ ລາວ ໄດ້​ເປີດ​ໃຫ້​ຊາວ​ລາວຢູ່ນອກ​ປະເທດ
ໄດ້​ມີ​ໂອ​ກາດ​ກັບ​ຄື​ນ​ມາ​ຢ້ຽມ​ຢາມບ້ານ​ເກີດ​ເມຶອງນອນ ດັ່ງທີ່​ທ່ານ​ນາງຄຳ​ໜັ້ນ ກອງ​ດາ​ຣາ​ວົງ
​ພັນ​ລະ​ຍາ​ຂອງ ທ່ານ​ສຸ​ຣິ ໄດ້​ເລົ່າ​ສູ່ຟັງ ​ໃນ​ການ​ໃຫ້​ສໍາພາດ​ກັບ ວີ​ໂອ​ເອ ດັ່ງ​ນີ້ອ
ລິງໂດຍກົງ

​ອິງ​ຕາມ​ຄໍາ​ບອກ​ເລົ່າ​ຂອງ​ນາງຄຳ​ໝັ້ນນັ້ນ ກໍ​ແມ່ນ​ວ່າ ສາມີ​ຂອງ​ຕົນ ຄືທ່ານ​ສຸຣິ ໄດ້​ສ້າງ​ຄອບ​ຄົວກັບ ນາງ​ທິບ​ພາ​ວັນ ອາ​ຍຸ 25 ປີ ຢູ່​ທາງ​ປະ​ເທດ​ລາວ ຊຶ່ງ​ທັງ​ສອງມີລູກ​ສາວນ້ອຍຄົນນຶ່ງ
ອາ​ຍຸ​ປີ​ປາຍ. ວີ​ໂອ​ເອ​ໄດ້​ໂທລະສັບ​ໄປ​ຖາມ​ເລື້ອງລາວ​ ກັບນາງ​ທິບພະ​ວັນ ທີ່​ໄດ້​ເລົ່າ ​ສູ່​ຟັງດັ່ງ​ນີ້:
ລິງໂດຍກົງ

ອີກສອງ​ຄົນທີ່​ຫາຍ​ສາບ​ສູນ​ໄປນໍາ​ກັນກັບ​ທ່ານ​ສຸຣິ ກໍ​ຄື ທ່ານ​ບຸນມາ ປັນ​ຍາ​ພັນ ເກີດ​ໃນ​ປີ 1954 ທີ່​ເມືອງ​ປາກ​ເຊ ແຂວງ​ຈຳ​ປາ​ສັກ ສັນ​ຊາດ​ອາ​ເມ​ຣິ​ກັນ ​ເຮັດ​ວຽກ​ຢູ່​ໂຮງ​ງານ​ອຸ​ດສາ​ຫະ​ກຳຄື​ກັນ. ວີ​ໂອ​ເອ​ໄດ້ໂທລະສັບ​ໄປ​ລົມ​ກັບນາງ​ໄຂ່​ແກ້ວ ອະ​ດີດ​ພັນ​ລະ​ຍາ ​ແຕ່​ກໍ​ບໍ່​ໄດ້​ຄວາມ​ຫຍັງ​ຫລາຍ ​ເພາະ​ຜູ້ກ່ຽວ​ເວົ້າ​ວ່າ ໄດ້ຢ່າ​ຮ້າງກັນດົນ​ແລ້ວ ​ແລະຫລັງ​ຈາກນັ້ນ ທ່ານບຸນ​ມາ​
ກໍໄດ້ທຽວ​ເມືອ​ເມືອ​ງ​ລາວ ແລະ​ໄດ້​ໄປສ້າງຄອບ​ຄົວ​ໃໝ່​ຢູ່​ທີ່​ນັ້ນ.​

​ບຸກ​ຄົນ​ທີ່​ສາມ​ທີ່​ຫາຍ​ສາບ​ສູນ​ໄປກໍ​ຄື ທ່ານບຸນ​ທ່ຽງ ອິນ​ສີ​ຊຽງໃໜ່ ​ອາ​ຍຸ 55 ​ປີ ເກີດທີ່ແກ້ງ
ກອກ ແຂວງ​ສະ​ຫວັນ​ນະ​ເຂດ ​ເຮັດ​ວຽກຢູ່ໂຮງງານ​ອຸດ​ສາ​ຫະ​ກຳຄື​ກັນ ​ແລະ​ກໍ​ມີ​ປະວັດ​ຄ້າຍ
ຄື​ກັນ ຄືໄດ້ຢ່າ​ຮ້າງຈາກ​ເມຍຢູ່​ສະ​ຫະ​ລັດ​ ແລະໄດ້​ໄປສ້າງຄອບ​ຄົວໃໝ່​ ທີ່ ສ​ປ​ປ ລາວ.

ອິງ​ຕາມ​ນາງ​ຄໍາ​ໝັ້ນ ຜູ້​ເປັນເມຍ​ນັ້ນ ທ່ານສຸ​ຣິ​ ກອງ​ດາ​ຣາ​ວົງ ໄດ້ເດີນ​ທາງ​ໄປມາ​ໃນ​ ສ​ປ​ປ ລາວ ຢ່າງ​ກ້ວາງ​ຂວາງ ​ໃນ​ໄລຍະ 20 ກວ່າ​ປີທີ່​ຜ່ານ​ມາ ​ແລະເທື່ອ​ສຸດ​ທ້າຍ​ນີ້ ​ແມ່ນ​ໄດ້​ເດີນທາງ​ໄປ​ໃນ​ເດືອນກັນຍາ ປີ​ກາຍ​ນີ້ ແລະ​ໄດ້ມີ​ກຳ​ໜົດ​ກັບ​ຄືນ​ມາ​ສະ​ຫະ​ລັດໃນ​ເດືອນ​ມີ​ນາ ຄື​ເດືອນ​ນີ້​ເອງ. ​ແຕ່​ວ່າໃນ​ວັນ​ທີ 5 ເດືອນມັງກອນ​ທີ່​ຜ່ານ​ມາ​ນັ້ນ ທ່ານ​ສຸຣິ ທ່ານ​ບຸນ​ມາ ແລະ​ທ່ານ​ບຸນ​ທ່ຽງ ໄດ້ພາກັນເດີນ​ທາງ​ຈາກເມືອງ​ສະ​ຫວັນ​ນະ​ເຂດ ໂດຍລົດ​ຕູ້ນ້ອຍ​ຄັນ​ນຶ່ງ ເພື່ອໄປ​ສົ່ງ​ສະ​ການທີ່ບ້ານ​ແກ້ງກອກ ແລະ​ນັບຕັ້ງ​ແຕ່​ວັນ​ນັ້ນ​ເປັນ​
ຕົ້ນ​ມາ ທັງສາມ​ຄົນ​ກໍໄດ້​ຫາຍ​ສາບ​ສູນ ມາ​ຈົນເຖິງ​ເທົ້າ​ປັດ​ຈຸ​ບັນ​ນີ້.

ເຂົາ​ເຈົ້າໄດ້ຂາດການຕິດ​ຕໍ່​ທາງ​ໂທ​ລະ​ສັບ​ ໂດຍ​ບໍ່​ຊາບສາ​ເຫດ​. ນາງ​ຄຳ​ໜັ້ນກ່າວ​ວ່າ​ ນາງໄດ້​ຮັບຂ່າວ​ຈາກພີ່​ນ້ອງທາງ​ເມືອງລາວ ວ່າ ມີລົດຕູ້ຄັນ​ນຶ່ງຖືກໄຟ​ໄໝ້​ທີ່​ບ້ານ​ດົງ​ມຸກ ເມືອງ​ຊົນ ບໍ່​ໄກ​ຈາ​ກ​ແກ້ງກອກ​ເທົ່າ​ໃດ ແລະມີຊາກສົບ​ຂອງຜູ້​ຊາຍສາມ​ຄົນຢູ່ໃນລົດ
​ຄັນ​ນັ້ນ.

​ກ່ຽວ​ກັບ​ເລື້ອງ​ດັ່ງ​ກ່າວ​ນີ້ ເຈົ້າໜ້າທີ່ທ່ານ​ນຶ່ງປະ​ຈຳສະຖານເອກອັກຄະລັດຖະທູດສະຫະລັດ
ທີ່ນະຄອນຫລວງວຽງຈັນ ​ໄດ້ຕອບ​ຄໍາ​ຖາມຂອງວີ​ໂອ​ເອ ວ່າ ໄດ້ຮັບລາຍງານ​ແຈ້ງ​ເຖິງການ
ຫາຍສາບສູນ​ຂອງຄົນລາວ ສັນຊາດອະເມຣິກັນ ຢູ່ໃນ ສປປ ລາວ. ຢ່າງ​ໃດ​ກໍ​ຕາມ ທາງ​
ສະຖານທູດ​ສະຫະລັດ​ກໍ​ຍັງ​ບໍ່​ສາມາດບອກ​ໄດ້ຢ່າງຄັກ​ແນ່ ຈົນ​ກ່ວາ​ຈະ​ໄດ້ຮັບ​ການ ຢືນຢັນ
​ຢ່າງ​ເປັນ​ທາງ​ການ ຈາກ​ທາງ​ການ​ລາວ​ເສຍ​ກ່ອນ. ​ເຈົ້າ​ໜ້າ​ທີ່​ທູດຄົນດັ່ງກ່າວເວົ້າ​ຕື່ມ​ວ່າ
ທາງສະຖານທູດ​ສະຫະລັດ​ກໍ​ກໍາລັງ​ຂໍ​ຮ້ອງ ​ໃຫ້​ທາງ​ການ​ລາວ ​ເລ່ງ​ລັດການສືບສວນ​ສອບ​
ສວນ​ກ່ຽວ​ກັບ​ເລື້ອງ​ນີ້​ແລະ​ສະຫລູ​ບຜົນ​ໂດ​ຍ​ໄວ ​ເພາະວ່າ​ການ​ຕິດຕາມຫາຂ່າວຄາວ​ແລະ
​ບ່ອນຢູ່​ຂອງ​ຄົນ​ອາ​ເມຣິກັນ​ທີ່​ຫາຍ​ສາບ​ສູນ​ນັ້ນ ​ແມ່ນ​ເປັນ​ບູລິ​ມະ​ສິດ​ຂອງ​ທາງ​ການ​ສະຫະລັດ.

ວີ​ໂອ​ເອກໍຈະຕິດ​ຕາມ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ເລື້ອງ​ນີ້​ ມາ​ສະ​ເໜີ​ທ່ານ​ ​ໃນ​ໂອກາດ​ຕໍ່​ໄປ.
XS
SM
MD
LG