ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງລາວ ອຳມະຕະ ໃນອະດີດ ຂອງ ທ່ານວໍຣະເດດ ດິດທະວົງ ທີ່ຍັງຝັງໃຈ


ທ່ານວໍຣະເດດ ດິດທະວົງ ນັກຮ້ອງ ນັກປະພັນ ລຸ້ນອະວຸໂສ
ລາວ-ອາເມຣິກັນ ຄົນດຽວ ທີ່ຍັງໃຫ້ຄວາມມ່ວນຊື່ນ ກ່ອມອາຣົມ
ປະຊາກອນລາວ ຢູ່ທົ່ວໂລກ
ທ່ານວໍຣະເດດ ດິດທະວົງ ນັກຮ້ອງ ນັກປະພັນ ລຸ້ນອະວຸໂສ ລາວ-ອາເມຣິກັນ ຄົນດຽວ ທີ່ຍັງໃຫ້ຄວາມມ່ວນຊື່ນ ກ່ອມອາຣົມ ປະຊາກອນລາວ ຢູ່ທົ່ວໂລກ

ສະບາຍດີ​ ທ່ານ​ຜູ້ຟັງ​ທີ່​ເຄົາລົບ ລາຍການຊິ​ວິດ​ຊາວ​ລາວ​ ​ໃນ​
ແລງ​ວັນ​ພະຫັດ​ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ ​ທ່ານ​ວໍຣະ​ເດດ
ດິດທະ​ວົງ ອະດີດ​ໂຄສົກ ວິທະຍຸ​ສຽງ​ອາ​ເມຣິກາ ​ພ້ອມ​ທັງ​ເປັນນັກ​
ປະພັນ ​ແລະ​ນັກ​ຮ້ອງ​ເພງ​ລາວ ສະ​ໄໝ ລຸ້ນອະ​ວຸ​ໂສ ທີ່​ຫາ​ກໍເສັດ
ສີ້​ນການປັບ​ປຸງ​ເພງ​ຍອດ​ນິຍົມ​ຂອງທ່ານ. ຜົນງານຫລ້າສຸດ​ດັ່ງ
ກ່າວນີ້ ​ຫາ​ກໍນຳ​ອອກ​ມາສູ່ສາຍຕາ ​ແລະມິີຂາຍຢູ່​ທ້ອງ​ຕະຫລາດ​ແລ້ວ ວີ​ໂອ​ເອ ​ໄດ້​ມີ​ໂອກາ​ດ​ໂອ້​ລົມກັບ ທ່ານ​ວໍຣະ​ເດດ ​ກ່ຽວ​ກັບຜົນງານ​ໃໝ່ຂອງທ່ານ ຊຶ່ງ ​ກິ່ງ​ສະຫວັນ ຈະ​ນຳ​ມາ ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ການສະແດງຮ້ອງເພງ ທ່ານວໍຣະເດດ ດິດທະວົງ ທີ່ງານຄອນເສີດ
ການສະແດງຮ້ອງເພງ ທ່ານວໍຣະເດດ ດິດທະວົງ ທີ່ງານຄອນເສີດ

please wait

No media source currently available

0:00 0:14:17 0:00
ລິງໂດຍກົງ

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ​ ລາຍ​ການ​ຊີ​ວິດ​ຊາວ​ລ​າວ ມື້ນີ້ ຂ້າພະເຈົ້າ ຂໍ​ນຳພາ​ທ່ານ​ພົບ​ກັບ ທ່ານ
ວໍ​ຣະ​ເດດ ດິດ​ທະ​ວົງ ອີກ​ເທຶ່ອ​ນຶ່ງ ທ່ານ​ເປັນນັກ​ຮ້ອງ ນັກ​ປະ​ພັນ​ເພງ​ລາວ​ສະ​ໄໝ ທີ່ຍັງ​ປາກົດ​ໂຕໃຫ້ເຫັນແຕ່ພຽງ​ຜູ້​ດຽວ ຢູ່​ໃນ​ວົງ​ການສິນລະ​ປິນ​ລາວ ​ລຸ້ນ​ອະວຸ​ໂສ.

ຫລາຍໆທ່ານຄົງຮູ້ຈັກກັບ ​ທ່ານ​ວໍຣະ​ເດດ ​ໃນ​ນາມເປັນແຟນໆເພງ ແລະຫລາຍ​ໆ​ທ່ານ​ອາດຮູ້​ຈັກຮັກ​ແພງກັບ ທ່ານວໍຣະ​ເດດ ໃນທາງສ່ວນຕົວ​ມາກ່ອນ​ແລ້ວ ເພາະສະ​ນັ້ນ​ບໍ່ມີ
ຄວາມຈຳ​ເປັນທີ່​ຈະກ່າວ​ເຖິງ ເບື້ອງ​ຫລັງຊີວິດຂອງ​ທ່ານໃຫ້​ຍືດຍາວ. ​ທ່ານ​ວໍຣະເດດ ຫາ​ກໍສຳ​ເລັດການຮວບຮວມ ປັບປຸງ​ເພງອຳ​ມະຕະ​ເກົ່າ ຍອດ​ນິຍົມຂອງ​ທ່ານ ທີ່ໄດ້ປະສົມ​ປະສານ ກັບດົນ​ຕີ​ແບບ​ໃໝ່ ​ອອກ​ມາ​ກ່ອມ​ອາລົມທ່ານອີກ​ຄັ້ງນຶ່ງ ຊຶ່ງ​ຂ້າ​ພະ​ເຈົ້າ ​ຈະ​ນຳເອົາໂຕ​ຢ່າງມ​າສະ​ເໜີໃຫ້​ທ່ານໄດ້​ຟັງ​.

ເນື້ອ​ຮ້ອງ​ ແລະທຳນ​ອງເພງ​ຂອງ ​ທ່ານ​ວໍ​ຣະ​ເດດ ແມ່ນບັນ​ທຶກ​ປະ​ຫວັດ​ສາດ​ ດ້ານການ​ບັນ​
ເທີງ​ໃນ​ສັງຄົມ​ຊີວິດ​ລາວອັນສໍ​າຄັນຕອນນຶ່ງ​ ທີ່​ເຮົາເຄີຍໄດ້ຍິນ​ໄດ້​ຟັງກັນ​ມາ​ຜ່ານ​ທາງ ວິ​ທະ​ ຍຸ​ກະ​ຈາ​ຍ​ສຽງ​ແຫ່ງ​ຊາດລາວ​ເມື່ອ 40 ກວ່າ​ປີ​ກ່ອນ ຈົນຕົກ​ມາ​ເຖີງປັດຈຸບັນ ຫລື​ສະ​ໄໝ
​ເທັກ​ໂນ​ໂລ​ຈີ​ ​ໂດຍຜ່ານ​ທາງ​ລະ​ບົບຄອມ​ພິວ​ເຕີ້.

ເພງຂ​ອງທ່ານວໍ​ຣະ​ເດດ ແລະ​ບັນດາ​ນັກ​ສິນລະ​ປີນ​ລາວ ຢູ່​ໃນສະ​ໄໝກາງປີ 1965 ຫາ
1975 ​ໄດ້ສະ​ແດງ​ອອກ​ມາ​ໃຫ້​ເຫັນເຖີງ ຄວາມ​ເປັນ​ເອກ​ກະ​ລາດລາວ​ ການ​ຂີດ​ຂຽນ​ມີເອກ​
ກະ​ລັກ​ເປັນ​ຂອງ​ຕົນ​ເອງ ພ້ອມ​ດ້ວຍ​ສຳນວນ​ພາສາລາວ ​ທີ່ເ​ປັນສັນ​ຍາ​ລັກບ​ອກ​ເຖິງ ​ ຄວາມ​
ອຸ​ດົມ​ຮັ່ງ​ມີ​ຂອງມູນ​ມໍລະດົກ​ລາວ ທີ່ກຳ​ລັງພັດ​ທະ​ນາຢູ່​ໃນ​ສະ​ໄໝ​ນັ້ນ. ​ນອກຈາ​ກນັ້ນ​ແລ້ວ
ເວ​ລາ​ນີ້ ບັນ​ດາ​ນັກ​ຂຽນທັງ​ຫ​ລາຍ ບໍ່​ວ່າ​ແຕ່​ນັກ​ປະ​ພັນ​ເພງ ນັກຂຽນ​ນິ​ຍາຍ ນັກ​ກະ​ວີ ນັກ
ກາບກອນ ນັກ​ໜັງ​ສື​ພີມ ແລະ​ອຶ່ນໆ​ຕ່າງ​ກໍພາ​ກັນໄດ້​ຮັບ​ສິດ​ເສ​ລີ ​ກັບ​ການ​ຂີດ​ຂຽນ ​ແລະຊົມ​ໃຊ້​ພາ​ສາລາ​ວກັນ​ຢ່າງ​ຄຶ​ກ​ຄື້ນ.

ທ່ານວໍຣະເດດ ດິດທະວົງ
ທ່ານວໍຣະເດດ ດິດທະວົງ

​ທ່ານວໍ​ຣະ​ເດດ ແມ່ນ​ອະ​ດີດ ໂຄ​ສົກ​ວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ​ຄົນ​ນຶ່ງ​
ທີ່​ໄດ້​ອອກ​ກິນ​ເບ້ຍ​ບຳ​ນານໄປ​ເປັນ​ເວ​ລາ​ແປດ​ປີແລ້ວ ແຕ່​ສິ່ງ​ທີ່
ທ່ານປະ​ລະ​ບໍ່ໃດ້ ອັນ​ເປັນ​ຊີ​ວິ​ດ​ຈິດ​ໃຈ​ນັ້ນ​ກໍ​ຄື ຄວາມຮັກ​ການ​ເປັນ
ນັກສິນ​ລະ​ປິນ​. ທ່ານ​ໄດ້ຖືກ​ຮຽກ​ຮ້ອງ​ຈາກ ​ສັງ​ຄົມລາວ​ອາ​ເມ​ຣິກັນ
ຢູ່ທົ່ວ ສະ​ຫະ​ລັດ ຝ​ຮັ່ງ ກາ​ນາ​ດາ ແລະອອ​ສເຕ​ຣເຣຍ ​ຢູ່​ສະ​ເໝີ​ມາ​
ໃຫ້ ເດີນທາງ​ໄປ​ຢ້ຽມ​ຢາມກ່ອມ​ອາລົມ ແກ່ບັນ​ດາ​ພີ່​ນ້ອງ​ຊາວ​ລາ​ວ
​ຢູ່ນອກ​ປະ​ເທດ ​ເພື່ອ​ຫວນກັບ​ຄືນ​ໄປ​ຍັງ​ອະ​ດີດ.

​ເນື້ອ​ເພງຂອງ ທ່ານ​ວໍ​ຣະ​ເດດ ​ແມ່ນຂຽນອອກມາ​ຈາກ​ປະ​ສົບ​
ການຊີ​ວິດ​ສ່ວນ​ໂຕ ຊີ​ວິດ​ຂອງ​ໝູ່​ເພຶ່ອນ ສິ່ງ​ແວດ​ລ້ອ​ມຂອງ​ສັງຄົມ ແລະ​ຈາກ​ມະໂນ​ພາບ ທີ່ມີ​ທັງ​ຄວາມ​ຮັກທີ່​ສົມ​ຫວັງ ​ຜິດ​ຫວັງ ​ແລະຍົ້ວຍວນ. ທ່ານວໍຣະ​ເດດ ດິດທະ​ວົງ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວກັບຜົນງານ​ໃໝ່ຂອງ​ທ່ານ​ວ່າ :

ລິງໂດຍກົງ

ຂ້າພະ​ເຈົ້າ​ໄດ້​ຟັງ​ເພງ​ສຸດ​ໃໝ່ຂອງ​ທ່ານ ທີ​ມີ​ດ້ວຍ​ກັນ 13 ​ເພງ ​ແລະເປັນ​ທີ່​ປະ​ທັບ​ໃຈທີ່​ສຸດ
ແລະ​ໄດ້ນຳພາ​ຂ້າພະ​ເຈົ້າ​ ຫວນ​ຄືນ​ໄປ​ຍັງ​ອະ​ດີດ​ທີ່​ເຄີຍ​ໄດ້​ຢູ່​ເມືອງ​ລາວ ເພາະສະ​ນັ້ນ ຂ້າ
ພະ​ເຈົ້າ​ໄດ້​ເລືອກ​ເອົາສີ່ເພງ ມາເປີດ​ໃຫ້​ທ່ານຜູ້​ຟັງ​ໄດ້​ຊີມ​ລົດ​ຊາດ​ໜ້ອຍ​ນຶ່ງ ​ເພງ​ທຳ​ອິດ​ມີ
​ຊືວ່າ "ເກົ່າ​ເຂົາ​ໃໝ່​ເຮົາ" ​ເພງ​ນີ້​ມີ​ຄວາມ​ໝາຍ​ຢ່າງ​ໃດ ​ແລະໄດ້​ປະພັນ​ຂື້ນໃນ​ປີ​ໃດ.

ລິງໂດຍກົງ

"ເພງສາ​ວສະ​ໄໝ" ​ເປັນ​ເພງ​ທີ່ເສບ ​ແລະ​ຮ້ອງ​ໃນ​ຈັງ​ຫ​ວະຮ້ອນໆ ​ແລະ​ເປັນ​ເພງ​ທີ່​ໜ້າ​ສົນ​ໃຈ
ບອກເຖິງ​ສັງຄົມ​ຊີວິດ​ຍິງ​ສາວ​ລາວ ຢູ່​ໃນ​ສະ​ໃໝນັ້ນ ກະ​ລຸ​ນາ​ໃຫ້​ທ່ານ​ເລົ່າ​ໃຫ້ຟັງ​ແດ່​ວ່າ​
ເປັນ​ມາຢ່າງ​ໃດ

ລິງໂດຍກົງ

ບັດ​ນີ້​ຢາ​ກຂໍ​ຖາມ​ທ່ານ​ກ່ຽວ​ກັບ ​"ເພງຂາດ​ຮັກ" ​ເພງ​ນີ້​ມີ​ຄວາມ​ຈິງກັບຊີວິດ​ຄົນ​ເຮົາບໍ ​ແລະ​
ເປັນ​ຫຍັງເພງ​ນີ້​ຈຶ່ງ​ຖືກ ບັນດານັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ຂອງ​ໄທຫລາຍໆ​ຄົນ ນຳເອົາໄປ​ຮ້ອງ.

ລິງໂດຍກົງ

ນະຄອນ​ຫລວງວຽງ​ຈັນ ​ເມືອງ​ເອກ​ຂອງ ປະ​ເທດ​ລາວ ​ໂດຍ​ສະ​ເພາະ ບັນດາຊາວ​ລາວ​ຜູ້​
ທີ່​ໄດ້​ເກີດ​ໃຫຍ່ ​ແລະ​ເຄີ​ຍ​ໄດ້​ໃຊ້​ຊີວິດຢູ່​ເມືອງງົດ​ງາມ​ແຫ່ງ​ນີ້ ​ແລະ​ຂ້າພ​ະ​ເຈົ້າ​ແມ່ນ ອ​ະດີດ​ຊາວ​ນະຄອນຫລວງ​ວຽງ​ຈັນ​ຄົນ​ນຶ່ງ ເມື່ອ​ໄດ້​ຟັງ "​ເພງ​ຫ່ວງ​ວຽງ​ຈັນ" ​ຍາມ​ໃດ​ແລ້ວ ​ເຮັດ​ໃຫ້​ລະ​ເມີ​ເພີ້​ຝັນ ເຫັນ​ພາບ​ແຫ່ງ​ຄວາມ​ຫລັງ​ຕ່າງໆຢູ່​ໃນ​ສະ​ໄໝ​ນັ້ນ. ​ເພງຫ່ວງ​ວຽງ​ຈັນ ນີ້ ທ່ານ​
ແຕ່ງໃນ​ປີ​ໃດ ​ແລະ​ເປັນ​ຫຍັງ​ຈຶ່ງ​ແຕ່ງ​ເພງ​ນີ້​.

ລິງໂດຍກົງ

ທ່ານ​ເປັນ​ນັກ​ສິນລະ​ປິ​ນລາວ ລຸ້ນອະວຸ​ໂສ ຜູ້​ດຽວ​ທີ່​ຍືນ​ຍົງ​ຄົງ​ຢູ່ເຖິງເທົ້າປັດຈຸບັນ​ນີ້ ທ່ານໄດ້​
ຮັບ​ຄວາມ​ມ່ວນ​ຊື່ນ ​ກັບ​ການໃຊ້​ຊີວິດ​ຂອງ​ທ່ານໃນ​ບັ້ນ​ນີ້​ບໍ.

ທ່ານວໍຣະເດດ ດິດທະວົງ ແລະພັນລະຍາ ຍານາງ ເກດມະນີ
ທ່ານວໍຣະເດດ ດິດທະວົງ ແລະພັນລະຍາ ຍານາງ ເກດມະນີ

ຂອບໃຈຫລາຍໆເດີ້ ຍາອ້າຍວໍຣະເດດ ຮ້ອງມ່ວນອີ່ຫລີ ນ້ອງມັກຢ່າງສຸດໃຈ
ຂອບໃຈຫລາຍໆເດີ້ ຍາອ້າຍວໍຣະເດດ ຮ້ອງມ່ວນອີ່ຫລີ ນ້ອງມັກຢ່າງສຸດໃຈ

www.laoentertainment.com

email : air_lee@yahoo.com

Tel: 1-714-737-2245

XS
SM
MD
LG