ຄຣິສມາສ ແມ່ນບຸນສະຫລອງ ວັນປະສູດ ຂອງ ພຣະເຍຊູ ເມື່ອ
ສອງພັນສິບສອງປີກ່ອນ. ບຸນຄຣິສມາສ ທີ່ 25 ເດືອນທັນວາ
ໄດ້ເລີ້ມສະຫລອງກັນມາ ແຕ່ກາງສັດຕະວັດ ທີ່ 4 ມາຈົນເຖິງ
ເທົ້າປັດຈຸບັນ.
ຄໍາວ່າ Christ ແມ່ນນາມມະຍົດ ຫລືວ່າ messiah ຊຶ່ງເປັນຜູ້ປະ
ເສີດເລີດລໍ້າລົງມາເກີດ ແລະ Mas ໝາຍເຖິງການເຕົ້າໂຮມພາ
ວັນນາສູດມົນ ຫລືບຸນສູດມົນສະຫລອງວັນປະສູດຂອງ Christ
ນັ້ນເອງ.
ຄຣິສມາສ ແມ່ນບຸນໃຫຍ່ປະຈໍາປີ ຂອງສາສະໜາຄຣິສ ອັນເປັນສາສະໜາ ທີ່ມີຄົນນັບຖືຫລາຍທີ່ສຸດໃນໂລກ ເພາະສະນັ້ນ ບຸນຄຣິສມາສ ຈຶ່ງມີອິດທິພົນ ແຊກແຊງຢູ່ໃນປະຊາຄົມ ຂອງຜູ້ທີ່ບໍ່ນັບຖືສາສໜາຄຣິສຕຽນ ບໍ່ໜ້ອຍກໍຫລາຍ ຊຶ່ງເຖິງຈະບໍ່ນັບຖືແຕ່ກໍຍັງພາກັນ ສະຫລອງ ເພື່ອຄວາມມ່ວນຊຶ່ນ ສັງສັນກັນກັບຄອບຄົວແລະເພື່ອນມິດ.
ພາບສໍາຄັນທີ່ເຫັນໃນການສະຫລອງບຸນຄຣິສມາສ ນັ້ນກໍຄື ການຕົກແຕ່ງຕົ້ນແປກ ທີ່ຮ້ອງ
ວ່າ ຕົ້ນຄຣິສມາສ ການນໍາເອົາໃບຕົ້ນແປກມາເຮັດເປັນພວງຫຣີດ ເອ້ປະດັບປະດາ ມີໂບສີແດງຫ້ອຍໄວ້ ຢູ່ໃນເຮືອນ ນອກເຮືອນ ຢູ່ຕາມຖະໜົນຫົນທາງ ສວນສາທາລະນະ ຮ້ານຄ້າ ແລະສຸສານຕ່າງໆ. ນອກນັ້ນ ຍັງປະກອບດ້ວຍ ໄຟແສງສີ ສຽງດົນຕຣີ ແລະ Santa Claus ຫລື Saint Nicholas ຊຶ່ງເປັນຜູ້ເຖົ້າໃຈດີ ຍີ້ມແຍ້ມແຈ່ມໃສ ນຸ່ງສຸດສີແດງ ທີ່ຂີ່ລໍ້ທີ່ລາກໂດຍໂຕກວາງເປັນພາຫານະເຫາະເຫີນ ຢູ່ເທິງອາກາດ ຕາມທີ່ເລົ່າກັນມາໃນນິທານໂບຮານ
ດຶກດໍາບັນ ເອົາຂອງຂວັນມາແຈກຢາຍໃຫ້ພວກເດັກນ້ອຍ ທີ່ຕ່າງກໍພາກັນລໍຖ້າໃຫ້ວັນນີ້
ມາເຖິງ ຢ່າງໃຈຈົດຈໍ່ ເພື່ອຈະໄດ້ຂອງຂວັນທີ່ Santa ລັກເອົາມາວາງໄວ້ໃຫ້ ຢູ່ໃຕ້ຕົ້ນ ຄຣິສມາສ.
ຢູ່ໃນ ສະຫະລັດ ອາເມຣິກາ ຕົ້ນຄຣິສມາສ ບໍ່ໄດ້ປະກົດໃຫ້ເຫັນຈົນຮອດປີ 1850 ແລະ
ບໍ່ໄດ້ມີປະເພນີໃຕ້ ຕົ້ນຄຣິສມາສແຫ່ງຊາດ ຈົນຮອດປີ 1923 ແລະຕົ້ນຄຣິສມາສແຫ່ງ
ຊາດນີ້ ຈະແມ່ນປະທານາທິບໍດີ ເປັນຜູ້ທໍາພິທີໃຕ້ໄຟ ຢູ່ນະຄອນຫລວງວໍຊິງຕັນ ໃນອາ
ທິດທີສອງ ຂອງເດືອນທັນວາ ທຸກໆປີ ຈົນໄດ້ກາຍມາເປັນປະເພນີເທົ່າເຖິງປັດຈຸບັນນີ້.
ວັນຄຣິສມາສແມ່ນວັນພັກລັດຖະການໃນທົ່ວປະເທດ. ຜູ້ຄົນພາກັນພັກວຽກພັກການ ເພື່ອເດີນທາງໄປສະຫລອງກັບຄອບຄົວ ເຮັດບຸນເຮັດທານໃຫ້ແກ່ຜູ້ທຸກຍາກ ຊື້ຂອງຂວັນໃຫ້ແກ່ເດັກນ້ອຍ. ຜູ້ໃຫຍ່ກໍພາກັນ ແລກປ່ຽນຂອງຂວັນ ກິນລ້ຽງຊຸມແຊວ ອ່ວຍພອນຊຶ່ງກັນ
ແລະກັນ ຮ້ອງເພງຄຣິສມາສ ແລະໄປຮ່ວມພິທີທາງສາສະໜາ ສູດມົນຢູ່ຕາມໂບດຕ່າງໆ.
ໃນວາລະບຸນສະຫລອງວັນຄຣິສມາສນີ້ ວີໂດເອໄດ້ມີໂອກາດ
ສໍາພາດ ທ່ານສິງທອງ ອິນທະວົງ ທີ່ເມຶືອງ Winnipeg ແຂວງ
Manitoba ປະເທດ ການາດາ ກ່ຽວກັບການມາຕັ້ງຊີວິດໃໝ່
ແລະຄວາມຮູ້ສຶກຂອງທ່ານ ໃນການນໍາພາລູກຫລານສະຫລອງ
ບຸນຄຣິສມາສ ຊຶ່ງທ່ານໄດ້ເລົ່າສູ່ຟັງດັ່ງນີ້:
ນອກຈານັ້ນອີກແລ້ວ ວີໂອເອ ຍັງມີໂອກາດໄດ້ຊັກຖາມ ທ່ານນາງ ແກ້ວມະນີວັນ ສີຫາລາດ ຢູ່ທີ່ເມືອງ Chantilly ລັດ Virginia ກ່ຽວກັບການຕົກແຕ່ງອາຫານການກິນໃນບຸນຄຣິສມາສ ດັ່ງທ່ານນາງ ໄດ້ເລົ່າສູ່ວ່າ:
ປະຊາຄົມລາວໃນທົ່ວສະຫະລັດ ກໍພາກັນສະຫລອງວັນ
ຄຣິສມາສ ຈົນເປັນປະເພນີຄືກັນ ໂຮມທັງພວກທີ່ບໍ່ນັບຖື
ສາສະໜາຄຣິສ ຊື່ງເຫດຜົນໃນເບື້ອງຕົ້ນ ຕອນທີ່ອົບພະຍົບ
ເຂົ້າມາຢູ່ໃນປະເທດນີ້ໃໝ່ໆ ເມື່ອສາມສິບກ່ວາປີມາແລ້ວນັ້ນ
ກໍແມ່ນເຮັດເພື່ອລູກນ້ອຍ ທີ່ຢາກມີຂອງຂວັນໄປອວດອ້າງໝູ່
ເພື່ອນຢູ່ໂຮງຮຽນ ກໍເລີຍໄດ້ປະຕິບັດກັນມາເປັນປະຈໍາທຸກໆປີ.