ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ທ່ານພັນໂນຣັກ (Calvin) ນັກຂາຍລົດ ທີ່ ລັດຄາລິຟໍເນຍ


ທ່ານ ພັນໂນຣັກ (Calvin) ນັກຂາຍລົດ ບໍລິສັດ DCH Lexus of Oxnard ທີ່ລັດ California.
ທ່ານ ພັນໂນຣັກ (Calvin) ນັກຂາຍລົດ ບໍລິສັດ DCH Lexus of Oxnard ທີ່ລັດ California.

ໃນລາຍ​ການ​ຊີ​ວິດລາວ ປະ​ຈຳ​ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະສະ​ເໜີ
​ການ​ສຳ​ພາດ ກັບທ່ານ​ພັ​ນ​ໂນ​ຣັກ ຫລື Calvin ນັ​ກ​ຂາຍ​ລົດ
ຂອງ ບໍ​ລິ​ສັດ DCH Lexus of Oxnard ​ທີ່ ​ເມືອງ Oxnard
ຢູ່​ທີ່ລັດ Caflifornia. ທ່ານພັນ​ໂນຣັກ ​ໄດ້​ປະກອບ​ອາ​ຊີບ​ຂາຍ
​ລົດມາ​ເປັນ​ເວລາ ຫຼາຍ​ກວ່າ 10 ປີ ​ແລ້ວ ​ແລະ​ກໍ​ມີ​ປະສົບ​ການ
ໃນ​ການໃຊ້ຈິດຕະວິທະຍາ ​ໂອ້​ລົມ​ກັບ​ບັນດາ​ລູກ​ຄ້າທີ່​ມາ​ຊື້​
ລົດ​ໃນ​ບໍ​ສັດ​ຂອງ​ຜູ້ກ່ຽວ.ການຊື້​ຂາຍ​ລົດ​ແມ່ນ​ອຸດສາຫະກຳ
ອັນສຳຄັນ ​ແລະ​ໃຫຍ່​ທີ່​ສຸດໃນ ສະຫະລັດ. ທ່ານ​ພັນ​ໂນຣັກ
​ໄດ້​ເປີດ​ເຜີຍ​ເຄັດ​ລັບ​ບາງ​ຢ່າງ​ຂອງ ການ​ຊື້​ຂາຍ​ລົດເກົ່າ ​ແລະ
​ລົດ​ໃໝ່ວ່າ​ເຂົາ​ເຈົ້າ​ປະຕິບັດ​ກັນ​ຢ່າງ​ໃດ ຊຶ່ງ​ ກິ່ງສະຫວັນ ຈະ​
ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ໃນລາຍ​ການ​ຊີ​ວິດ​ຊາວ​ລາວ​ ໃນ​ວັນ​ພະ​ຫັດ​ມື້​ນີ້ ຂ້າ​ພະ​
ເຈົ້າ ຈະຂໍ​ແນະ​ນຳໃຫ້​ທ່ານ​ຮູ້​ຈັກ​ກັບ ທ່ານພັນ​ໂນ​ຣັກ ຫລື Calvin ອາ​ຊີບ​ຄົນຂາຍ​ລົດ
ປະຈຳ​ບໍ​ລິ​ສັດ DCH Lexus of Oxnard ຢູ່​ທີ່​ເມືອງ Oxnard ລັດ California. ແຕ່
​ກ່ອນ​ອຶ່ນເຮົາ​ມາທຳ​ຄວາມ​ເຂົ້າ​ໃຈ​ກ່​ຽວ​ກັບ​ການ​ຜະ​ລິດ​ລົດ ການໃຊ້​ລົ​ດ ຫລື​ການເປັນ
​ເຈົ້າ​ຂອງ​ລົດຢູ່​ໃນ ສະ​ຫະ​ລັ​ດ​ເສຍ​ກ່ອນ ວ່າ​ມີ​ກົດ​ລະ​ບຽບ​ຢ່າ​ງ​ໃດຜູ້​ຊື້​ລົດ ຈຶ່ງຈະ​ສາມາດ
ນຳ​ເອົາ​ລົດ​ອອກຈາກ​ຮ້ານ​ຂາຍ​ລົດ ​ມາ​ແລ່ນ​ຢູ່​ຕາມຖະໜົນຫລວງ​ໄດ້.

ສະຫະລັດ ອາເມຣິກາ ເປັນປະເທດ ທີ່ຜະລິດລົດຫລາຍທີ່ສຸດຢູ່ໃນໂລກ ເຊັນວ່າລົດ
ໃຊ້ສ່ວນໂຕ ແລະ ລົດຂົນສົ່ງຕ່າງໆ ທີ່ມີ​ຢູ່​ສາມ​ບໍ​ລິ​ສັດໃຫຍ່ໆ​ຄືບໍລິສັດ General
Motors, Ford Motor Company ​ແລະ Chrysler. ປັດ​ຈຸ​ບັນ​ນີ້ ຢູ່​ໃນ ສະຫະລັດ ມີ
ລົດ​ທີ່​ລົງ​ຖະ​ບຽນຖືກຕ້ອງ​ຕາມ​ກົດໝາຍ​ຢູ່ 255 ລ້ານ​ຄັນ​ ຊຶ່ງເປັນ​ລົດ ທີ່​ຜະ​ລິດ​ຢູ່​ໃນ
ສະ​ຫະ​ລັດ ແລະ​ມາຈາກ​ຕ່າງ​ປະ​ເທດ ເຊັ່ນ​ວ່າ ເຢຍລະ​ມັນ ຍີ່ປຸ່ນ ​ແລະ​ເກົາ​ຫລີ​ໃຕ້ ​ເປັນ
​ຕົ້ນ. ບັນດາລົດເຫລົ່າ​ນີ້ ບໍ່​ວ່າ​ຈະ​ເປັນ​ລົດ​ໃໝ່ ​ຫລື​ລົດ​ເກົ່າ​ ກໍຕ້ອງ​ໄດ້ຜ່ານການກວດ
ກາຄຸນ​ນະພາ​ບ ປະຈຳ​ປິ ຢ່າງເຄັ່ງຄັດ ພ້ອມ​ທັງໃຫ້​ມີປະ​ກັນ​ໄພລົດນຳ. ​

​ຢູ່​ໃນ ສະ​ຫະ​ລັດ ໂດຍ​ສະ​ເຫລ່ຍ​ແລ້ວ ລົດ​ແຕ່​ລະ​ຄັນຈະມີ​ອາ​ຍຸ​ສູງ​ສຸດ​ 11 ປີ​ເຄິ່ງ​ ກ່​ອນ
​ຈະເຊົາໃຊ້ ​ແລ້ວ​ນຳ​ໄປ​ໄວ້​ບ່ອນ​ເສດ​ເຫລັກທີ່​ບາງ​ຄົນ​ໃຊ້​ຄຳ​ເວົ້າ​ຫຼິ້ນໆ​ວ່າ​ຜີ​ປ່າຊ້າ​ລົດ​ນັ້ນ.
ບັນ​ດາ​ນັກ​ຫລີ້ນ​ລົດ ຫລື​ຜູ້​ມັກປ່ຽນລົດຂີ່ ຈະ​ພາ​ກັນ​ຊື້ລົດ​ໃໝ່ ຫລື​ເຊົ່າ​ລົດ​ໃໝ່​ມາ​ຂີ່ ​ສອງ​
ສາມ​ປີ​ເທື່ອ​ນຶ່ງ. ການ​ຈ່າຍ​ຄ່າ​ລົດ ສ່ວນ​ຫລາຍ​ຈະຈ່າຍ​ຜ່ອນ​ແຕ່ລະ​ເດືອນ ເພື່ອ​ເປັນ​ການ
​ສ້າງ​ສິນ​ເຊື່ອ ​ທີ່​ຈະ​ໃຊ້​ເວ​ລາ​ຈ່າຍ​ຮ່ວມ​ທັງ​ດ​ອກ​ເບ້ຍ ​ທີ່​ມີກໍ​າ​ນົດຢູ່ສີ່​ປີ ແລະ​ອີກ​ຈຳ​ນວນ​ນຶ່ງ
​ຈະພາ​ກັນ​ຊື້ລົດ​ໂດຍ​ເງິນ​ສົດກໍ​ມີ.

​ແຕ່ລະ​ປີ ບໍລິສັດ​ສ້າງ​ລົດ ຈະ​ພາກັນນຳ​ເອົາ​ຜົນງານ​ ການ​ອອກ​ແບບ​ລົດໃໝ່ງາມທີ່​ດືງ​
ດູດ​ຜູ້​ຊື້ ​ທີ່​ພາກັນ​ລໍຖ້າ ແລະ​ປ່ຽນ​ລົດຄັນໃໝ່ຂີ່. ​ຕາມ​ປົກ​ກະຕິ​ແລ້ວ ຜູ້ຊື້ລົດໃໝ່​ຕ້ອງ​ໄດ້
ສຶກສາ ກ່ຽວ​ກັບ​ລົດ​ເສຍ​ກ່ອນ​ ກ່ອນຈະ​ໄປ​ຮ້ານ​ຂາຍ​ລົດ ​ເພື່ອ​ປຶກສາ​ຕໍ່​ລອງ​ກັບຜູ້​ຂາຍ
​ລົດ ຊຶ່ງ​ພາສາ​ອັງກິດ​ຮ້ອງ​ວ່າ ​car dealer ນັ້ນ. ທ່ານ​ພັນ​ໂນຣັກ ນັກ​ຂາຍ​ລົດ ທີ່​ບໍລິ​ສັດ
DHC Lexus of Oxnard ຢູ່​ທີ່​ລັດ California ​ໄດ້​ອະພິ​ບາຍກ່ຽວ​ກັບຊີວິ​ດເບື້ອງ​ຕົ້ນ
​ແລະ​ຄວາມເປັນ​ມາ​ວ່າ ​ເປັນຫຍof​ທ່ານ​ຈຶ່ງ​ປະກ​ອບອາຊີບ​ດັ່ງກ່າວ :

ທ່ານພັນໂນຣັກ (Calvin) ແລະລູກຄ້າທີ່ມາຊື້ລົດ
ທ່ານພັນໂນຣັກ (Calvin) ແລະລູກຄ້າທີ່ມາຊື້ລົດ

ປະ​ເພນີ ການ​ຊື້​ຂາຍ​ລົດຢູ່​ໃນ ສະຫະລັດ ມີ​ລະບົບ ການ​ກູ້​ຢືມ​ເງິນ​ຈາກ​ທະນາຄານ ​ເພື່ອ
​ສ້າງ​ປະຫວັດສິນ​ເຊື່ອ ຫລື​ວ່າ ຊື້​ດ້ວຍ​ເງິນສົດ​ທີ່ເປັນ​ຈຳນວນເງິນຫລວງຫລາຍ. ນອກ
ຈາກ​ນັ້ນ​ອີກ​ ບັນດາ​ລູກ​ຄ້າ​ຜູ້​ມາຊື້​ລົດ ​ຈະພາກັນ​ສຶ​ກສາ​ກ່ຽວ​ກັບ​ລົດ​ທີ່ເຂົາ​ເຈົ້າ​ຕ້ອງການ
ຊື້​ນັ້ນ​ມາ​ກ່ອນ​ລ່ວງ​ໜ້າ ​ເຊັ່ນ​ວ່າ ປຽບທຽບ​ລາຄາ ​ເຄື່ອງປະກອບ​ຕ່າງໆ ​ການ​ຄໍ້າ ປະກັນ​ຄຸນນະພາ​ບ ​ແລະການ​ບໍລິ​ການຕ່າງໆ ດັ່ງ​ທ່ານ ພັນ​ໂນຣັກ ​ໄດ້​ເຫລົ່າ​ສູ່ ວີ​ໂອ​ເອ ຟັງຕື່ມ​ອີກວ່າ :

ບໍລິສັດຂາຍລົດ DCH Lexus of Oxnard ລັດ California
ບໍລິສັດຂາຍລົດ DCH Lexus of Oxnard ລັດ California

ນັ້ນ​ແມ່ນ​ການ​ສໍ​າພາດ ກັບທ່ານ​ພັນ​ໂນຣັກ (Kevin) ກ່ຽວ​ກັບ​ກາ​ນຊື້​ຂາຍ​ລົດ ຢູ່​ໃນ ສະຫະລັດ. ​ແລງ​ວັນ​ພະຫັດ​ໜ້າ ​ເຮົາ​ຈະ​ນໍາ​ເອົາ​ເລື້ອງ​ທີ່​ໜ້າ​ສົນ​ໃຈ ​ມາສະ​ເໜີທ່ານ​ອີກ ​
ໂປດ​ຕິດຕາມ​ຮັບ​ຟັງ.

XS
SM
MD
LG