ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໂຮງຮຽນ ສອນດົນຕີ ແລະຟ້ອນ ພື້ນເມືອງລາວ ປະຈຳ ລະດູຮ້ອນ ປີ 2014 ທີ່ນະຄອນ ຊີອາເຕິນ


ບັນດານັກຮຽນ ແລະຄູອາຈານ ໂຮງຮຽນສອນການເສບ ແລະ ຟ້ອນພື້ນເມືອງລາວ ປະຈຳລະດູຮ້ອນປີ 2014 ທີ່ນະຄອນ Seattle ລັດ Washington.
ບັນດານັກຮຽນ ແລະຄູອາຈານ ໂຮງຮຽນສອນການເສບ ແລະ ຟ້ອນພື້ນເມືອງລາວ ປະຈຳລະດູຮ້ອນປີ 2014 ທີ່ນະຄອນ Seattle ລັດ Washington.

MC: ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເມື່ອ​ທ້າຍອາທິດ​ທີ່​ຜ່ານ​ມາ​ນີ້ ອົງ
ການ Lao Heritage Foundation ຫລືມູນ​ນິທິ​ມໍລະດົກ​ລາວ
ທີ່​ນະຄອນ Seattle ລັດ Washington ​ໄດ້​ຈັດ​ງານ​ສະ​ແດງ
​ສິນລະປະ​ ວັດທະ​ນຳ​ທຳ​ລາວຂຶ້ນ ​ເພື່ອ​ສະ​ແດງ​ຜົນງານ​ຂອງ​
ບັນດາ​ເດັກນັກຮຽນ ​ທີ່​ໄດ້​ຮັບ​ການ​ສິດສອນ ຈາກຄູ​ອາ​ຈານ​
ສອນ​ດົນ​ຕີ ​ແລະ​ຟ້ອນພື້ນ​ເມືອງ ​ຈາກ​ໂຮງຮຽນ​ສິນລະປະ​ແຫ່ງ
​ຊາດ ຂອງ ສປປ ລາວ ​ໃນ​ໂຄງການ​ແລກປ່ຽນ​ທີ່​ດຳ​ເນີນ​ມາ​ໄດ້​
ສີ່​ປີ​ນີ້​ແລ້ວ. ກິ່ງ​ສະຫວັນ​ ໄດ້ໂອ້​ລົມ ກັບ​ຄະນະ​ບໍລິຫານ ​ຂອງ
ມູນ​ນິທິ​ມໍລະດົກ​ລາວ ພ້ອມ​ທັງ​ຄູ​ອາຈານສອນ ຈາກ ສປປ
ລາວ ແລະ​ມີ​ລາຍ​ງານ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ຍາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ​ຈະນຳ​ພາທ່ານ​ຟັງ​ການ​ສຳພາດ ​ກັບ
ຄະນະ​ບໍລິຫານ ​ອົງການ​ມູນ​ນິທິ​ມໍ​ລະ​ດົກ​ລາວ ຫລື Lao Heritage Foundation
ທີ່ ນະຄອນ Seattle ລັດ Washington ຕັ້ງຢູ່​ພາກ​ຕາ​ເວັນ​ຕົກສຽງເໜືອ​ສຸດ​ ຂອງ
ສະຫະລັດ ພ້ອມດ້ວຍ​ບັນດາ​ຄູອາ​ຈານ​ສອນ ເສບດົນ​ຕີ​ລາວເດີມ ​ແລະ​ຟ້ອນ​ພື້ນ​
ເມືອງ​ລາວ ທີ່​ໄດ້ເດີນທາງ​ມາ​ຈາກ ສປປ ລາວ ​ເ​ພື່ອມາສິດສອນຢູ່​ໃນ​ໂຄງການ
​ໂຮງຮຽນລະດູ​ຮ້ອນຂອງ ​ມູນ​ນິທິມູນມໍລະດົກລາວ ເປັນ​ເວລາ ສີ່​ອາທິດ.

ອົງການ​ມູນນິທິ​ມໍລະດົກ​ລາວ ຫລື Lao Heritage Foundation ​ແມ່ນ​ອົງການ​ເອກ
​ກະຊົນ ທີ່​ບໍ່​ຫາ​ຜົນ​ກຳ​ໄລ ​ຊອກ​ຫາ​ທຶນ​ບໍາ​ ລຸງ ດ້ວຍຕົນ​ເອງ ​ເພື່ອ​ນຳ​ມາ​ບໍລິຫານກິດຈະ
ການ. ອົງການ​ມູນນິທິ​ມໍລະດົກ​ລາວ ເນັ້ນໜັກການ​ຝຶກ​ອົບ​ຮົມ ໃສ່​ດ້ານ​ຮັກສາ​ວັດທະ
ນະ​ທຳ​ລາວ ​ໂດຍ​ສະ​ເພາະຢ່າງ​ຍິ່ງ ການ​ເສບ​ດົນຕີ​ລາວ​ເດີມ ການ​ຟ້ອນ​ພື້ນ​ເມືອງ​ລາວ
ຮຽນ​ພາສາ​ລາວ ​ແລະ​ຮີດຄອງ​ອັນ​ດີງາ​ມ ຕ່າງໆຂອງ​ລາວ​.

ທ່ານນາງ ຈິດຕະພອນ (ປ້ອມ) ທີ່ສາມຈາກຂວາ ພ້ອມດ້ວຄະນະຜູ້ກໍ່ຕັ້ງ ອົງການມູນນິທິມໍລະດົກລາວ
ທ່ານນາງ ຈິດຕະພອນ (ປ້ອມ) ທີ່ສາມຈາກຂວາ ພ້ອມດ້ວຄະນະຜູ້ກໍ່ຕັ້ງ ອົງການມູນນິທິມໍລະດົກລາວ

ອົງການ​ມູນ​ມໍລະດົກ​ລາວ ​ໄດ້​ເລີ້​ມ​ປະຕິບັດ​ງານ​ຢ່າງ​ເປັນ
​ຜົນສຳ​ເລັດ ໃນ​ປີ 2011 ​ໂດຍການ​ນຳພາ​ຂອງ​ທ່ານ​ນາງ
​ຈິດ​ຕະ​ພອນ ຄຳ​ປະ​ດິດ (ປ້ອມ) ​ຜູ້​ກໍ່ຕັ້ງ ​ແລະເປັນ​ກະດູກ
​ສັນຫລັງນຳພາຄະນະ. ​ໂຄງການດັ່ງກ່າວ​ນີ້​ໄດ້​ເລີ້ມ​ແລກ
ປ່ຽນ​ວັດທະນາ​ທຳ ກັບປະ​ເທດ​ລາວໄດ້​ຮັບ​ການ​ຊຸກຍູ້ ​
ແລະ​ຮ່ວມ​ມື​ຈາກ ສະຖານທູດ​ ສປປ ລາວ ທີ່ ນະຄອນ
ຫລວງ ວໍຊິງຕັນ ກະຊວງ​ຕ່າງ​ປະ​ເທດ ກະຊວງ​ຖະ​ແຫລ​ງ
ຂ່າວ ວັດທະນາ​ທໍາ ​ ແລະ​ທ່ອງ​ທ່ຽວ ທີ່ ສປປລາວ ພ້ອມ​
ດ້ວຍ ສະຖານທູດ ສະຫະລັດ ອາ​ເມຣິກາ ທີ່​ນະຄອນ
ຫລວງ​ວຽງຈັນ.

​ໃນ​ລະດູຮ້ອນ​ປີ 201​2 ອົງການ​ມູນນິທິມໍລະດົກ​ລາວ​ ໄດ້​ເປັນ​ເຈົ້າພາບ​ຮັບ​ຕ້ອນ​ບັນດາ
ຄູ ອາຈານ​ເຈັດ​ຄົນ ຊຶ່ງ​ເປັນຜູ້ຕາງໜ້າຈາກ ສປປ ລາວ ທີ່​ໄດ້ເດີນ​ທາງ​ມາ​ສິດສອນ​ໃຫ້​
ແກ່​ບັນດາ​ເຍົາວະ​ຊົນ​ລາວ-ອາ​ເມຣິກັນ ທີ່​ເມືອງ Seattle ​ແລະທີ່ ນະຄອນຫລວງ ວໍ​ຊິງ
​ຕັນ ດີ.​ຊີ​.

ການສະແດງ ແລກປ່ຽນວັດທະນາທຳລາວ ທີ່ ນະຄອນຫລວງວຽງຈັນ ປີ 2013
ການສະແດງ ແລກປ່ຽນວັດທະນາທຳລາວ ທີ່ ນະຄອນຫລວງວຽງຈັນ ປີ 2013

ຕໍ່​ມາໃນ​ປີ 2013 ອົງການ​ມູນ​ນິທິມໍລະດົກ​ລາວ ​ໄດ້​ນຳພາ​
ບັນດາ​ນັກຮຽນ 20 ຄົນ​ໄປ​ຢ້ຽ​ມຢາມ ສປປ ລາວ. ການ
ແລກປ່ຽນ​ວັດທະນາ​ທຳ​ໃນ​ຄັ້ງ​ນັ້ນໄດ້​ ເພີ້​ມພູນ​ຄວາມ​ເຂົ້າ
​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບດົນຕີ ​ການ​ຟ້ອນ ​ແລະ​ວັດທະນະ
​ທຳ​ລາວ. ​ນອກ​ຈາກ​ນັ້ນ ບັນດາ​ນັກຮຽນຍັງ​ໄດ້​ພັດທະນາ
​ຮຽນ​ຮູ້​ ​ແລະເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ ​ແລ​ະມໍລະດົກອັນລໍ້າ
ຄ່າ​ຂອງລາວ ​ທີ່ໄດ້ຕົກທອດມາ​ກັບ ສັງຄົ​ມຊີວິດຂອງປະຊາ
ຄົມ​ລາວ ເປັນ​ເວ​ລາ​ອັນ​ຍາວ​ນານ.

ຫລັງ​ຈາກ​ທີ່ບັນ​ດານັກຮຽນ ​ໄດ້ເດີນທາງໄປ​ຢ້ຽມຢາມເມືອງ​ລາວສອງ​ຄັ້ງ ​ເຂົາ​ເຈົ້າ​ກໍ
ສາມາດແບ່ງປັນ​ຄວາມ​ຮູ້ ​ໃຫ້​ແກ່​ປະຊາຊົນ​ອາ​ເມຣິກັນ ​ໂດຍ​ຜ່ານ​ການສະ​ແດງ​ດົນຕີ​
​ແລະ​ຟ້ອນ​ພື້ນ​ເມືອງ​ລາວ ຢູ່​ໃນ ສະຫະລັດ ອາ​ເມຣິກາ ແລະ​ສ້າງ​ຄວາມ​ເຂົ້າ​ໃຈ​ເຖິງ
ຄວາມອຸ​ດົມ​ຮັ່ງ​ມີ​ຂອງ ມູນມໍ​ລະ​ດົກ​ລາວ ທີ່​ໄດ້​ນຳ​ມາ​ເພີ້ມ​ພູນຢູ່​ໃນສັງ​ຄົມ​ຊີ​ວິດໃນ​ແຜ່ນ​
ດີນໃໝ່ ທີ່​ໄດ້​ໃຫ້ຄວາມ​ອຸ​ປະ​ກາ​ລະ ໃຫ້ໂອກາດການ​ສຶກ​ສາ ການ​ດຳ​ລົງ​ຊີ​ວິດ ແລະສິດ​ທິທຸກໆ​ຢ່າງ.

ຄະນະນັກຟ້ອນພື້ນເມືອງລາວ
ຄະນະນັກຟ້ອນພື້ນເມືອງລາວ

ໃນ​ຂະນະ​ທີ່​ການ​ບໍລິຫານ​ຂອງ ອົງການ​ມູນນິທິມໍລະດົກ​ລາວ
​ແລະ​ການ​ປະສານ​ງານລະຫວ່າງ ລັດຖະບານ ສປປ ລາວ
​ແລະ​ປະຊາ​ຄົມ​ລາວ-ອາ​ເມຣິກັນ ກຳລັງ​ກ້າວໜ້າ ແລະໄດ້​ຮັບ​
ຄຳ​ຍ້ອງ​ຍໍສັນລະ​ເສີນຢ່າງ​ສຸດ​ອົກ​ສຸດ​ໃຈ​ຢູ່​ນັ້ນ ສິ່ງ​ທີ່​ທຸກ​ຄົນ​ບໍ່
​ໄດ້ຄາດ​ຝັນ ​ແລະ​ຫລີກ​ລ້ຽງ​ບໍ່​ໄດ້​ນັ້ນ​ກໍ​ຄື ການຈາກ​ໄປ​ໂດຍ​ທີ່
​ບໍ່​ມີ​ວັນ​ກັບ​ຄືນ​ມາ​ຂອງ ທ່ານ​ນາງຈິດ​ຕະພອນ (ປ້​ອມ) ຜູ້​ເປັນ
​ຫົວ​ເຮືອ​ນຳພາ ​ອົງການ​ມູນນິທິ​ມໍລະ​ດົກລາວ​. ທ່ານ​ນາງປ້ອມ
ໄດ້ຈາກ​ໂລກ​ນີ້ໄປ ດ້ວຍ​ພະຍາດ​ຂອງ​ຜູ້​ກ່ຽວຢ່າງ​ກະທັນຫັນ
ໃນ​ເດືອນມິຖຸນາ​ທີ່​ຜ່ານມານີ້. ການ​ຈາ​ກ​ໄປ​ຂອງທ່ານ​ນາງ​
ປ້ອມ ແມ່ນ​ການ​ສູນ​ເສຍ​ສະມາຊິກ​ສັງຄົມ​ລາວ-ອາເມຣິກັນ ອັນ​ຍິງ​ໃຫຍ່ ທີ່ໄດ້​ນຳ​ຄວາມ​ເສົ້າສະ​ຫ​ລົດ​ໃຈ​ມາສູ່​ຄອບຄົວ ​ເພື່ອນ​ມິດ​ທັງຢູ່ໃກ້ແລະ​ໄກ. ບັດ​ນີ້ໄດ້​ປະ​ໄວ້​ຊຶ່ງ​ຄວາມ​ຄິດ
ຮອດ​ຄິດ​ເຖິງ ໃນຄຸນງາມຄວາມດີ ມານະ​ອົດທົນ ແລະ ຄວາມເສຍ​ສະລະ​ອັນ​ແທ້​ຈິງແກ່
ປະຊາ​ຄົມລາວ-​ອາ​ເມ​ຮິ​ກັນ ​ແລະ​ປະ​ຊາຄົ​ມລາວ ທີ່ ສ​ປ​ປ ລາວ.

ເພື່ອ​ເປັນການສືບ​ຕໍ່​ຮັກສາ ມູນ​ມໍລະດົກ​ອັນ​ລໍ້າ​ ຄ່າ​ຂອງ​ລາວ​ໄວ້ ທ່ານວິນ​ລ້ຽມ ວິ​ໄລ​
ພອນ ຄຳ​ປະດິດ ນັກວິຊາການ​ດ້ານ ຂໍ້​ມູນ​ເທັກ​ໂນ​ໂລ​ຈີ ​ສາມີ​ຂອງ​ມື້​ລາງ ທ່ານ​ນາງ​
ປ້ອມ ຊຶ່ງ​ເປັນ​ຜູ້​ຢູ່​ເບຶ້ອງຫລັງ​ຄົນ​ນຶ່ງ ທີ່​ໄດ້ໃຫ້ການ​ສະ​ນັບ​ສະ​ໜູນຢູ່​ສ​ະ​ເໝີ​ມາ​ ​ໄດ້​ກ້າວ
​ເຂົ້າ​ມາ​ເປັນ​ຜູ້​ບໍລິຫານ​ ນຳພາເປັນ​ຫົວ​ເຮືອ​ ແລະ​ຖື​ທວນ​ໄຟແຫ່ງ​ຄວາມ​ຮັກ ​ມູນ​ມໍ​ລະ​
ດົກ​ລາວນັ້ນ​ຕໍ່ໄປ. ທ່ານ​ພອນ ໄດ້​ໃຫ້​ສຳພາດ​ຕໍ່ ວີ​ໂອ​ເອ ວ່າ :

ທ່ານ ວິນລ່ຽມ ວິໄລພອນ ຄຳປະດິດ ຜູ້ບໍລິຫານທົ່ວໄປ ອົງການມູນນິທິມໍລະດົກລາວ
ທ່ານ ວິນລ່ຽມ ວິໄລພອນ ຄຳປະດິດ ຜູ້ບໍລິຫານທົ່ວໄປ ອົງການມູນນິທິມໍລະດົກລາວ

ສະມາຊິກ ຄະ​ນະ​ບໍ​ລິ​ຫານ​ທີ່​ສຳ​ຄັນ​ອີກ​ທ່ານ​ນຶ່ງ​ກໍ​ຄື ທ່ານ​ນາງເກດສະໜາ ວິ​ໄລ​ລັກ
ນັກ​ສິນລະປິນ​ລາວ-ອາ​ເມຣິກັນ ທີ່​ມີ​ຊື່​ສຽງ​ ຊຶ່ງໄດ້ອາສາ​ສະມັກ​ເຂົ້າ​ມາ​ຮັບ​ໃຊ້ ​ໃນ​ນາມ​
ຜູ້​ບໍລິຫານ​ປະສານ​ງານ​ຕິດຕໍ່​ດ້ານທຸລະ​ກິດ ລະຫວ່າງ ລັດຖະບານ ສປປ ລາວ ​ແລະ​ສະຫະລັດ ທ່ານ​ນາງ ​ເກດສະໜາ ​ໄດ້ເລົ່າ​ເຖິງ​ໜ້າ​ທີ່​ວຽກ​ງານຮັບຜິດຊອບ​ຕໍ່ ວີ​ໂອ​ເອ
ຟັງ​ວ່າ :

ທ່ານນາງ ເກດສະໜາ ວິໄລລັກ ຜູ້ບໍລິຫານດ້ານທຸລະກິດ ອົງການມູນນິທິມໍລະດົກລາວ
ທ່ານນາງ ເກດສະໜາ ວິໄລລັກ ຜູ້ບໍລິຫານດ້ານທຸລະກິດ ອົງການມູນນິທິມໍລະດົກລາວ

ລິງໂດຍກົງ

ຢູ່​ໃນ​ໂຄ​ງການ​ແລກປ່ຽນ ວັດທະນາ​ທຳ​ລາວ ປະ​ຈຳ​ລະດູ​ຮ້ອນ​ປີ 2014 ນີ້ ​ໄດ້​ມີ​ບັນດາ​
ອາ​ຈານ​ສອນ​ການ​ເສບ ​ແລະ​ຟ້ອນ​ສາມ​ທ່ານ ທີ່ໄດ້ເດີນທາງ​ມາ​ຈາກ ​ໂຮງຮຽນ​ສິນ​ລະ​ປະ
​ແຫ່ງ​ຊາດ ແລະ ວິ​ທະ​ຍາ​ໄລ​ສຶກ​ສາ ທີ່ ສປປ ລາວ ເດີນ​ທາງມາ​ສິດສອນໃຫ້​ແກ່ ​ພວກນັກ
ຮຽນ​ລາວ-ອາ​ເມຣິກັນ ​ເປັນ​ເວລາ ສີ່​ອາທິດ ອັນ​ມີ ອາຈານ ບັນດິດ ຊະນະ​ສິດ ລູກບ້ານ
​ຫລານ​ເມືອງນະຄອນ ຫລວງ​ວຽງ​ຈັນ ທ່ານເປັນ​ອາຈານ​ສອນດົນຕີ​ພື້ນ​ເມືອງຈາກ ວິທະ
ຍາ​ໄລ​ສຶກສາ ຝ່າຍ​ເຄຶ່ອງສາຍ ​ເຊັນ​ວ່າ ຊໍ ​ແລະ​ຂີ​ມ ທ່ານໄດ້​ໂອ້​ລົ​ມກ່ຽວ​ກັບຊີວິດ​ຂອງ​
ທ່ານ​ສູ່ ວີ​ໂອ​ເອ ຟັງວ່າ :

ອາຈານບັນດິດ ຊະນະສິດ
ອາຈານບັນດິດ ຊະນະສິດ

ລິງໂດຍກົງ

ຕໍ່​ມາ​ກໍ​ມີ ອາຈານ ບຸນ​ທ່ຽງ ສີ​ສັກດາ ຈາກ​ໂຮງ​ຮຽນ ສິນລະປະ​ແຫ່ງ​ຊາດ ສປປ ລາວ ອາຈານ​ສອນ​ຕີ​ລະນາດ​ເອກ ​ແລະລະນາດ​ມທູ້ມ ທ່ານ​ແມ່ນ​ນັກ​ສິນລະ​ປິນ​ດົນ​ຕີພື້ນ​ເມືອງຄົນ​ນຶ່ງ ທີ່​ໄດ້​ສືບ​ທອດ​ມາຈາກ​ພໍ່​ເຖົ້າ​ຜ່ານ​ມາໄດ້ສາມ​ເຊັ່ນ​ຄົນ​ແລ້ວ ທ່ານ​ໄດ້​ກ່າວ​ຄວາມ​ເປັນ​ມາ​ຕໍ່ ວີ​ໂອ​ເອ ຟັງ​ວ່າ​ :

ຶອາຈານ ບຸນທ່ຽງ ສີສັກດາ
ຶອາຈານ ບຸນທ່ຽງ ສີສັກດາ

ລິງໂດຍກົງ

ທ່ານ​ນາງ ສົງສານ ພົມມະຈັນ ອາ​ຈານ​ສອນ​ຟ້ອນ​ພື້ນ​ເມືອງ​ລາວ​ຄົນ​ດຽວ ໃນ​ຄະ​ນະ​ສາມ​ຄົນ ໄດ້​ເ​ຂົ້າ​ເປັນ​ນັກຮຽນ​ນາດຕະສິນ​ໃນ​ປີ 1973 ​ຊຶ່ງ​ເວ​ລາ​ນີ້​ຍັງ ຕົກ​ຢູ່​ໃນ​ລະ​ບອບ​ການ​ປົກຄອງ​ແຫ່ງ​ພະ​ລາດຊະອານາ​ຈັກ​ລາວ ​ແລະ​ໄດ້ກາຍ​ມາ​ເປັນ​ອາຈານ​ສອນ​ການ​ຟ້ອນຢູ່​ໃນ​ສະ​ໄໝ​ການ​ປົກຄອງ​ໃໝ່ຂອງ ສ​ປ​ປ ລາວ ​ ທ່ານ​ນາງ​ ສົງ​ສານ ໄດ້​ກ່າວ​ສູ່ ວີ​ໂອ​ເອ ​ຟັງ​ວ່າ :

ອາຈານ ສົງສານ ພົມມະຈັນ
ອາຈານ ສົງສານ ພົມມະຈັນ

ລິງໂດຍກົງ

ເມື່ອວັນເສົາ​ທີ່ 23 ​ເດືອນ​ສິງຫາ ທີ່​ຜ່ານ​ມາ​ນີ້ ອົງການ​ມູນ​ມໍລະດົກ​ລາວ ​ໄດ້​ຈັດ ງານ​ສະ​ແດງ​ຜົນງານ ການ​ຮໍ່າຮຽນຂອງ​ບັນດາ​ນັກຮຽນ ​ໂຮງຮຽນ​ລະດູ​ຮ້ອນ ​ໃຫ້​ປະຊາ​ຄົມ​ລາວ​
ອາ​ເມຣິກັນ ​ໃນ​ເຂດ​ເມືອງ Seattle ​ໄດ​ຊົມ​ຜົນສຳ​ເລັດ​ທີ່​ໜ້າ​ພາກພູມ​ໃຈ. ​

ເຊີນຟັງການເສບດົນຕີພື້ນເມືອງລາວ ເຍົາວະຊົນ ລາວ-ອາເມຣິກັນ
ເຊີນຟັງການເສບດົນຕີພື້ນເມືອງລາວ ເຍົາວະຊົນ ລາວ-ອາເມຣິກັນ

ແລງ​ວັນ​ພະຫັດ​ໜ້າ​ເຮົາ​ຈະ​ນຳ​ເອົາ ລາຍ​ງານ​ກ່ຽວ​ກັບ​ຊີວິດ​ຊາວ​ລາວ​ມາ​ສະ​ເໜີ​ທ່ານ ​ໃນ​ຫົວເລື້ອງໃໝ່ ​ໂປດ​ຕິດຕາມ​ຮັບ​ຟັງ.

ພາບຖ່າຍທັງໝົດຈາກຜົນງານຂອງ :
Dennis (Dr. Wtpho) Sikhanthat
Khomphotography.com

XS
SM
MD
LG